ການສາວໄໝ
ການສາວໄຫມເປັນຂັ້ນຕອນ ແລະ ກໍາມະວິທີອັນຫນຶ່ງເພື່ອຈະໄດ້ເສັ້ນໄຍໄຫມຈາກ ຝັກຫລອກ. ຝັກຫລອກເປັນໄລຍະທີ່ສາມຂອງວົງຈອນຊີວິດຂອງຕົວໄຫມຄື ໄລຍະເປັນ ຕົວດັກແດ້. ວິທີດັ່ງເດີມທີ່ເຄີຍເຮັດມາຄື: ພາຍຫລັງທີ່ເລືອກເອົາຝັກຫລອກທີ່ຖືວ່າສວຍ ງາມ ແລະ ດີທີ່ສຸດແລ້ວ (ສໍາຫລັບໄຫມພື້ນເມືອງລາວມີປະມານ 10 – 15% ເທົ່ານັ້ນ), ມາຕົ້ມໃນຫມໍ້ນໍ້າຮ້ອນທີ່ມີອຸນນະພູມ 80 ອົງສາ, ປະມານ 2 – 3 ນາທີ, ຕໍ່ຈາກນັ້ນຈະໃຊ້ ໄມ້ເຂັ່ຍ ແລະ ຄີບເອົາເສັ້ນໄຍຈາກຝັກຫລອກຂຶ້ນມາຜ່ານລູກລໍ້ໄມ້ໃຜ່ ແລະ ລົງສູ່ໂຮ່ມ້ອນ ຫລື ກະບຸງແລ້ວນໍາໄປແຍກປະເພດເສັ້ນໄຫມເພື່ອກະກຽມໃຫ້ແກ່ການເລັນໄຫມ.
ການແຍກປະເພດເສັ້ນໄຫມຖືວ່າ ເປັນວິທີຫນຶ່ງໃນການເລືອກເສັ້ນໄຫມທີ່ສວຍງາມ, ຫມັ້ນຫນຽວ ແລະ ຄຸນນະພາບສູງເພື່ອກະກຽມສຳລັບການນໍາໄປຕໍ່າຜ້າ. ໃນຝັກຫລອກຫນຶ່ງນັ້ນ, ຈະມີປະເພດເສັ້ນໄຍໄຫມທີ່ມີຄຸນນະພາບ ແລະ ຂະຫນາດຂອງເສັ້ນໄຫມທີ່ແຕກຕ່າງກັນຕາມຊັ້ນຂອງຝັກຫລອກ. ການເລືອກປະເພດຂອງເສັ້ນໄຫມ ນີ້ມີຄວາມສໍາຄັນທີ່ສຸດສໍາຫລັບນັກຕໍ່າຜ້າ, ເພື່ອຈະນໍາເອົາເສັ້ນໄຫມທີ່ເຫມາະສົມປະກອບ ແກ່ການຕໍ່າຜ້າແຕ່ລະປະເພດ.
ຊັ້ນຝັກຫລອກແບ່ງອອກເປັນ 3 ຊັ້ນດັ່ງນີ້ :
ເຖິງຢ່າງໃດກໍ່ດີ, ປັດຈຸບັນນີ້ຍັງມີຊາວກະສິກອນບາງທ້ອງຖິ່ນຍັງນິຍົມກັນສາວ ໄຫມລວມກັນຈາກຊັ້ນນອກ ແລະ ຊັ້ນກາງ, ເຊິ່ງຮ້ອງວ່າໄຫມສາວລ້ວນ. ເສັ້ນໄຫມປະເພດນີ້ຈະມີຄຸນນະພາບຕໍ່າກວ່າໄຫມກ່າງ, ແຕ່ຈະໃຫ້ປະລິມານເສັ້ນໄຫມຫລາຍກວ່າ ເຊິ່ງເປັນຈຸດອ່ອນອັນຫນຶ່ງຂອງຊາວກະສິກອນປູກມອນລ້ຽງມ້ອນ ທີ່ຈະເນັ້ນໃສ່ການຂາຍເສັ້ນ ໄຫມຈໍານວນຫລາຍແທນທີ່ຈະຜະລິດເສັ້ນໄຫມໃຫ້ມີຄຸນນະພາບສູງ ແລະ ຂາຍໃນລາຄາທີ່ສູງກວ່າໃນປະຈຸບັນ.
ເສັ້ນໄຫມທີ່ມີຄຸນນະພາບສູງແມ່ນໄດ້ຖືກ ກໍານົດ ແລະ ຈັດອັນດັບໄວ້ໂດຍສະຖາບັນ Yokohama and Kobe silk conditioning house ຂອງປະເທດຍີ່ປຸ່ນໂດຍກໍານົດໄວ້ດັ່ງນີ້ 5A, 4A, 3A, 2A, A,B, C ແລະ D, ເຊິ່ງຫົວຫນ່ວຍວັດແທກຂະຫນາດ ເສັ້ນໄຫມຮ້ອງວ່າ ດີເນັຍ ຫລື ເວນເຍີ, ກໍານົດໄວ້ວ່າ ເສັ້ນໄຫມທີ່ມີຂະຫນາດຄວາມຫນາ 1 ດິເນັຍ ຈະມີຄວາມຍາວຂອງເສັ້ນໄຫມ 450 ແມັດ ຕໍ່ນໍ້າຫນັກ 0,05 ກຣາມ ຫລື ຍາວປະມານ 9.000 ແມັດ ຕໍ່ນໍ້າໜັກ 1 ກິໂລກຣາມ. ຢູ່ປະເທດລາວເພິ່ນໄດ້ກໍານົດຈັດອັນດັບໄວ້ໃນລໍາດັບ 3A, ແຕ່ວ່ານັກຊ່ຽວຊານດ້ານໄຫມຫລາຍຄົນໄດ້ໃຫ້ຂໍ້ສັງເກດວ່າ ການສາວເສັ້ນໄຍໄຫມອອກຈາກຝັກຫລອກນັ້ນ, ຄຸນນະພາບຍັງຂຶ້ນຢູ່ກັບອຸນນະພູມຂອງນາໂນລ ທີ່ໃຊ້ເຂົ້າໃນການສາວໄຫມ, ຖ້າຫາກຮັກສາລໍາດັບອຸນນະພູມທີ່ສະຫມໍ່າສະເຫມີກໍ່ຈະເຮັດໃຫ້ການສາວເສັ້ນໄຫມຄຸນນະພາບດີ, ຍ້ອນແນວນັ້ນ ຄົນລາວຕັ້ງແຕ່ໃດມາຈຶ່ງມາ ໃຊ້ຫມໍ້ດິນເພາະຫມໍ້ດິນຈະຮັກສາອຸນນະພູມໄດ້ດີກວ່າໝໍ້ອື່ນໆ.
ສໍາຫລັບອຸປະກອນພຶ້ນເມືອງໃຊ້ເຂົ້າໃນການສາວໄຫມນັ້ນມີຫມໍ້ດິນ, ລູກລໍ, ໂຮ່ມ້ອນ, ກະບຸງ ຫລື ກະດົ້ງ ທີ່ສານດ້ວຍໄມ້ໄຜ່ເປັນຕົ້ນ, ໄຫມທີ່ຖືກສາວອອກມາແລ້ວຈະນໍາໄປກວາກໃສ່ຄວ້າງເຮັດເປັນໂຕ່ງໄວ້ເພື່ອສະດວກໃຫ້ແກ່ຜູ້ທີ່ຈະນໍາໄປໃຊ້.
ການຟອກໄຫມ
ໄຫມທີ່ຖືກສາວເປັນເສັ້ນໄຍອອກຈາກຝັກຫລອກມາແລ້ວນັ້ນ, ໂດຍທົ່ວໄປແລ້ວ ຍັງຖືວ່າເປັນ ” ໄຫມດິບ ” ກ່ອນຈະໃຊ້ເສັ້ນໄຫມເພິ່ນຈະຕ້ອງນໍາເອົາເສັ້ນໄຫມນັ້ນໄປຟອກອີກ, ການຟອກໄຫມຄືການທໍາຄວາມສະອາດໃຫ້ເສັ້ນໄຫມ ເຮັດໃຫ້ທາດຫນຽວທີ່ຈັບຕິດຢູ່ ກັບເສັ້ນໄຫມຫລຸດອອກ, ເຮັດໃຫ້ເສັ້ນໄຫມນັ້ນເຫລື້ອມງາມ ແລະ ອ່ອນນຸ້ມ. ຂະບວນ ການຟອກໄຫມມີຄວາມສໍາຄັນຫລາຍ ເປັນຂະບວນການເຮັດໃຫ້ເສັ້ນໄຫມມີຄຸນນະພາບດີຂຶ້ນອີກ. ຜ້າໄຫມທີ່ສວຍງາມນັ້ນແມ່ນຂຶ້ນກັບການຟອກໄຫມທີ່ພິຖີພິຖັນ ຕາມວິທີພື້ນບ້ານທີ່ຖ່າຍທອດມາຫລາຍເຊັ່ນຄົນ, ເພິ່ນໃຊ້ນໍ້າດັ່ງ ເພື່ອຟອກໄຫມ.
ນໍ້າດັ່ງ
ນໍ້າດັ່ງ ແມ່ນນໍ້າທີ່ໄດ້ມາຈາກການແຊ່ຂີ້ເຖົ່າຂອງເປືອກໄມ້, ຕົ້ນໄມ້, ໃບໄມ້, ຫມາກ ໄມ້ ຫລື ຮາກໄມ້ບາງຊະນິດ ເປັນຕົ້ນແມ່ນເປືອກຫມາກແກ່, ຕອງກ້ວຍ, ຮາກກ້ວຍທະນີ, ຕົ້ນພ້າວ, ກາບຫມາກ ພ້າວ, ໃບພ້າວແຫ້ງ, ງ່າ ໃບຕານ, ຕົ້ນສາມສາ, ເຊິ່ງສາມາດຫາ ໄດ້ທົ່ວໄປ. ພັດແຫ້ງເຫລົ່ານີ້ຈະນໍາມາເວົ້າເພື່ອໃຫ້ໄດ້ຂີ້ເຖົ່າຫລັງຈາກນັ້ນຈະນໍາເອົາຂີ້ເຖ່າ ເຫຼົ່ານັ້ນໄປໃສ່ຫວດ ຫລື ແອງ, ເອົານໍ້າຖອກໃສ່ ແລະ ຕອງເອົານໍ້າດັ່ງ, ຂໍ້ສໍາຄັນຄື ດັ່ງໃສຈະມີຄຸນນະພາບດີກວ່າດັ່ງຂຸ່ນ. ນໍ້າດັ່ງສາມາດຮັກສາໄວ້ໃຊ້ຍາວນານ, ຂໍ້ຄວນເອົາໃຈໃສຄືບໍ່ໃຫ້ຖືກຝົນເພາະມັນຈະຈືດ.
ການຟອກໄຫມ ເພິ່ນຈະນໍາເອົາເສັ້ນໄຫມທີ່ລັງແລ້ວສອດໃສ່ຮ່ວງທີ່ເຮັດດ້ວຍເຊືອກ ຫລື ເສັ້ນຫວາຍ, ປະຈຸບັນນີ້ນິຍົມກັນເອົາເຊືອກສອດໃສ່ສາຍຢາງເຮັດເປັນຮ່ວງ, ແຊ່ລົງໃນນໍ້າດັ່ງປະມານ 1 – 2 ຊົ່ວໂມງແລ້ວນໍາເອົາເສັ້ນໄຫມນັ້ນໄປຕົ້ມໃນນໍ້າທີ່ຟົດແລ້ວອີກ ປະມານ 20 – 30 ນາທີ, ຫລັງຈາກນັ້ນຈຶ່ງນໍາໄປລ້າງນໍ້າ ໃຫ້ສະອາດ ແລະ ຕາກໄວ້. ເມື່ອເສັ້ນໄຫມແຫ້ງແລ້ວເພິ່ນຍັງໃຊ້ແຮງບິດ ແລະ ຖືກເສັ້ນໄຫມອີກເພື່ອເຮັດໃຫ້ເສັ້ນໄຫມ ແຫນ້ນ ແລະ ຫມັ້ນ. ເມື່ອຟອກເສັ້ນໄຫມແລ້ວ ຂັ້ນຕອນຕໍ່ໄປຄືການເລືອກເສັ້ນໄຫມເພື່ອກະກຽມໃຫ້ແກ່ການນໍາເອົາເສັ້ນໄຫມໄປຕໍ່າ, ໂດຍທົ່ວໄປແລ້ວເພິ່ນຈະເລືອກເສັ້ນໄຫມໄວ້ 2 ປະເພດ ຄື: ເສັ້ນໄຫມ ທີ່ນໍາໄປເຮັດເຄືອຫູກ ເຊິ່ງນັກວິຊາການດ້ານຕໍ່າຜ້າຮ້ອງວ່າ ” ເສັ້ນຢືນ ” ສ່ວນໄຫມປະເພດສອງຄືຈະປັ່ນໃສ່ຫລອດໃສ່ກະສວຍເພື່ອນຳໄປຕໍ່າ ຮ້ອງວ່າ “ເວັ້ນພຸ່ງ” ເສັ້ນໄຫມທີ່ຈະໃຊ້ອາດຈະນໍາໄປຍ້ອມສີກ່ອນ ຫລື ອາດຈະນໍາໃຊ້ເລີຍແມ່ນຂຶ້ນກັບຄວາມຕ້ອງການຂອງນັກຕໍ່າຜ້າ.
ອຸປະກອນພື້ນເມືອງໃຊ້ສໍາຫລັບການຟອກໄຫມມີຫມໍ້, ແອງໃຊ້ສໍາຫລັບເກັບຮັກສາດັ່ງ, ນອກຈາກນີ້ກໍ່ຍັງມີກວັກທີ່ເຮັດດ້ວຍໄມ້ໄຜ່ ຫລື ໄມ້ແກ່ນເປັນຕົ້ນ
ອ້າງອີງ ຫານຊະນະ ສີສານ, ລາວ-ດິນແດນແຫ່ງວັດທະນະທຳ