ຫຼັກການທົ່ວໄປ
ຫຍ້າຫມັກ (Silage) ໝາຍເຖິງການບົ່ມພືດອາຫານສັດຕ່າງໆດ້ວຍ ສາລີ, ເຂົ້າຝ້າງ, ພືດຫຍ້າ ແລະ ພືດຕະກຸນຖົ່ວ, ອາຫານສັດທີ່ເກັບກ່ຽວໃນໄລຍະທີ່ໃຫ້ຜົນຜະລິດ ແລະ ຄຸນຄ່າທາງອາຫານທີ່ເຫມາະສົມ ແລະ ນໍາມາໝັກໃນສະພາບທີ່ບໍ່ມີອາກາດ (ໜັກແລ້ວ ບໍ່ໃຫ້ອາກາດເຂົ້າ Anaerobic condition) ໂດຍການເກັບຮັກສາໄວ້ໃນສະພາບໝັກດອງ ເຊິ່ງເກີດຈາກການເຮັດວຽກຂອງຈຸລິນຊີທີ່ຕິດມາກັບໃບພືດເຮັດໃຫ້ຫຍ້າໝັກ ມີລັກສະນະຂ້ອນຂ້າງສົ້ມ ເມື່ອພືດອາຫານສັດໄດ້ກາຍເປັນຫຍ້າຫມັກຈະສາມາດເກັບຮັກສາໄວ້ໃຫ້ສັດກິນໃນລະດູທີ່ຂາດແຄນອາຫານໄດ້ ໂດຍທີ່ຄຸນຄ່າທາງອາຫານບໍ່ມີການປ່ຽນແປງ.
ເພື່ອເຮັດໃຫ້ຫຍ້າໝັກມີຄຸນນະພາບ ແລະ ໄດ້ຮັບຜົນໄວຂຶ້ນ ຈຶ່ງນິຍົມໃຊ້ສານເສີມໃນການເຮັດພືດຫມັກເຊັ່ນ: ກາກນໍ້າຕານ, ມັນບົດ ແລະ ແບກທີເຣຍ, ກົດແລກຕິກ ໂດຍຕື່ມໃສ່ໃນເວລາເຮັດຫຍ້າຫມັກ ຈະເຮັດໃຫ້ຂະບວນການໝັກເກີດຂຶ້ນໄວ ແລະ ມີຄຸນນະພາບດີ.
ວິທີເຮັດສານເສີມນ້ຳຫຍ້າໝັກ
ກ່ອນທີ່ຈະເຮັດຫຍ້າໝັກ 2 ມື້ ໃຫ້ນຳຫຍ້າທີ່ຕ້ອງການຫມັກມາຕັດໃຫ້ໄດ້ຄວາມຍາວ 1-2 ຊັງຕີແມັດ, ນ້ຳປະມານ 200 ກຣາມ. ນໍາຫຍ້າໄປປັ່ນໃນເຄື່ອງບົດໝາກໄມ້ ໂດຍເຕີມນໍ້າສະອາດໃສ່ 1 ລິດ ແລ້ວປັ່ນໃຫ້ລະອຽດ, ຫຼັງຈາກນັ້ນນຳມາຕອງເອົານໍ້າແລ້ວນໍາມາໃສ່ກະຕຸກຂະຫນາດ 1 ລິດ ພ້ອມຕື່ມນໍ້າຕານ 20 ກຣາມ ຫຼື ກາກນ້ຳຕານ 50 ກຣາມ ປິດຝາໃຫ້ແໜ້ນດີ ແລ້ວນໍາໄປເກັບໄວ້ໃນອຸນຫະພູມຫ້ອງ (25 – 32 ອົງສາ) ເປັນເວລາ 2 ມື້ ເພື່ອນຳໄປໃສ່ເວລາເຮັດຫຍ້າຫມັກໃນອັດຕາສ່ວນ 1 ລິດ ຕໍ່ຫຍ້າ 100 ກິໂລກຣາມ.
ວິທີເຮັດຫຍ້າຫມັກ
ຫຍ້າໝັກທີ່ມີຄຸນະພາບດີຄວນມີລັກສະນະດັ່ງລຸ່ມນີ້:
ຂໍ້ມູນຈາກ: ສູນຄວບຄຸມມາດຕະຖານການລ້ຽງສັດ ແລະ ການປະມົງ