ຂົ້ວຜັກບົ້ງໄຟແດງ

ຂົ້ວຜັກບົ້ງໄຟແດງ (ຜັກບົ້ງນ້ຳມັນຫອຍ) ເປັນເມນູງ່າຍໆ ຫາໄດ້ຕາມທຳມະຊາດ.

ສ່ວນປະສົມ

  • ຜັກບົ້ງ 1 ກຳ ລ້າງນໍ້າໃຫ້ສະອາດ (ຕັດໃຫ້ຂະໜາດຕາມທີ່ຕ້ອງການ)
  • ກະທຽມ 3–5 ກີບ (ທຸບ)
  • ໝາກເຜັດແດງ 2–3 ໜ່ວຍ
  • ນ້ຳມັນພືດ 1–2 ບ່ວງແກງ
  • ນ້ຳມັນຫອຍ 1 ບ່ວງແກງ
  • ນ້ຳປາ 1 ບ່ວງກາເຟ
  • ແປ້ງນົວ 1 ບ່ວງກາເຟ
  • ນ້ຳຕານນ້ອຍໜຶ່ງ (ຕາມມັກ)
  • ນ້ຳສະອາດ ນ້ອຍໜຶ່ງ (ປະມານ 1 ບ່ວງແກງ)

ວິທີປຸງແຕ່ງ

  1. ຕັ້ງໝໍ້ໃສ່ນ້ຳມັນ ໃຫ້ຮ້ອນ.
  2. ໃສ່ກະທຽມ ແລະ ໝາກເຜັດ ຈາກນັ້ນຂົ້ວໃຫ້ຫອມ.
  3. ໃສ່ຜັກບົ້ງລົງໄປ ແລ້ວຄົນໄວໆ.
  4. ປຸງລົດຊາດດ້ວຍເຊັ່ນ: ນ້ຳມັນຫອຍ, ນ້ຳປາ, ແປ້ງນົວ ແລະ ນ້ຳຕານ.
  5. ຕື່ມນ້ຳນ້ອຍໜຶ່ງ ແລ້ວຂົ້ວໃຫ້ຜັກສຸກ (ປະມານ 1–2 ນາທີ).
  6. ຕັກໃສ່ຈານ ພ້ອມກິນກັບເຂົ້າຮ້ອນໆ 🍚

ເຄັດລັບ: ຕ້ອງຂົ້ວໃນໄຟແຮງ ແລະ ຄົນໄວໆ ເພື່ອໃຫ້ຜັກບົ້ງກອບ ແລະ ໄດ້ສີຂຽວງາມ.

ສູດອາຫານຈາກ: ອະນຸໄລ

Share

Recent Stories