ປະຈຸບັນຊາວນາຢູ່ບັນດາພາກກາງ ແລະ ພາກໃຕ້ນິຍົມປູກເຂົ້າດ້ວຍວິທີການຫວ່ານແຫ້ງ ຫຼື ຢອດ ແຫ້ງເພື່ອລໍຖ້າຝົນ, ທັງນີ້ກໍ່ຍ້ອນວ່າແຮງງານໃນການຮັບໃຊ້ການຜະລິດເຂົ້າມີທ່າອ່ຽງຫາຍາກ ແລະ ແພງຂື້ນ, ໄພນ້ໍາຖ້ວມ ແລະ ແຫ້ງແລ້ງ ກໍ່ເປັນຂໍ້ກົດໜ່ວງຕໍ່ກັບການຜະລິດເຂົ້າ ແລະ ການພັດທະນາແນວພັນເຂົ້າໜຽວຫອມ ມີຄຸນນະພາບດີ ແລະ ທົນຕໍ່ນ້ໍາຖ້ວມ ເພື່ອສົ່ງເສີມໃຫ້ຊາວນາໄດ້ນໍາໃຊ້ສໍາລັບທໍາການຜະລິດເຂົ້າ ເພື່ອຄ້ໍາປະກັນດ້ານສະບຽງອາຫານ ແລະ ເປັນສິນຄ້າ ຈຶ່ງມີຄວາມຈໍາເປັນ ເພື່ອຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຊາວນາໃຫ້ດີຂື້ນ.
ຈຸດດີຂອງແນວພັນ
1. ເປັນແນວພັນເຂົ້າໜຽວຫອມ.
2. ເໝາະສົມກັບການເຮັດນາຫວ່ານແຫ້ງ ແລະ ຢອດແຫ້ງ ໃນເຂດນາທາມ.
3. ທົນທານຕໍ່ນ້ໍາຖວມ.
4. ທົນທານຕໍ່ກັບພະຍາດຂອບໃບແຫ້ງ.
5. ເປີເຊັນເຂົ້າສານປະເພດໜຶ່ງສີໄດ້ 49.2%.
ປະຫວັດຂອງແນວພັນ
ແມ່ນໄດ້ຮັບການພັດທະນາຂື້ນໂດຍການຮ່ວມມືລະຫວ່າງສູນຄົ້ນຄ້ວາເຂົ້ານາພອກ ສປປລາວ ແລະ ສູນໄບໂອເທັກ ລາຊະອານາຈັກໄທ ເຊິ່ງປະສົມພັນໃນ ປີ 2010 ລະຫວ່າງ TDK1*4/HNN/ IR85620-34-141///RD6*3/JHN ແລະ ນໍາໃຊ້ເຕັກນິກທາງດ້ານຊີວະໂມເລກູນ ໃນການຄັດເລືອກ, ປູກສຶກສາສາຍພັນຢູ່ສູນຄົ້ນຄວ້າເຂົ້ານາພອກໃນປີ 2014, ປູກທົດສອບຜົນຜະລິດຢູ່ເຂດນໍ້າຖ້ວມຂອງທົ່ງພຽງເຊບັ້ງໄຟໃນປີ 2016.
ສະມັດຕະພາບ
ເປັນແນວພັນທີ່ຮູ້ສຶກຕໍ່ຊວງແສງ ຈະອອກດອກໃນກາງເດືອນ 10 ສາກົນ. ໃນເຂດນໍ້າບໍ່ຖ້ວມໃຫ້ຜົນຜະລິດ 3-5 ໂຕນ/ຮຕ ສະແດງວ່າໃຫ້ຜົນຜະລິດລື່ນແນວພັນປັບປຸງ ແລະ ແນວພັນພື້ນເມືອງທີ່ຊາວນານິຍົມປູກ.
ການປູກ
ການບົວລະບັດຮັກສາຫຼັງນໍ້າຖ້ວມ
ຫຼັງຈາກນໍ້າຫລຸດລົງແລ້ວໃຫ້ເປັ່ງນໍ້າອອກຈາກໄຮ່ນາ ເພື່ອໃຫ້ເຂົ້າສາມາດແຕກແໜງໃຫມ່ຂື້ນມາ, ເມື່ອສັງເກດເຫັນເຂົ້າແຕກແໜງໃໝ່ແລ້ວຈຶ່ງຂັງນໍ້າໄວ້.
ການໃສ່ຝຸ່ນ
ສຳລັບນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນອັດຕາ 150 ກລ/ຮຕ, ນາດິນຫນຽວໃຫ້ ໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 100 ກລ/ຮຕ, ຫຼັງຈາກປັກດໍາໄດ້ 7-10 ມື້ ແລະ ໃຫ້ ໃສ່ຝຸ່ນເລັ່ງສູດ 46% ຫຼັງຈາກປັກດໍາໄດ້ 20 ແລະ 40 ມື້ ໃນອັດຕາ 50 ກລ/ຮຕ/ຄັ້ງ.
ການເກັບກ່ຽວ
ສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ຕົ້ນເຂົ້າອອກດອກໄດ້ 50%, ຫ້າມກ່ຽວຊ້າ ເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີ, ຕາກຝ່ອນເຂົ້າໃນທົ່ງນາຢ່າງຫນ້ອຍ 2 ແດດ ຈຶ່ງເກັບກູ້ໄປຟາດ ຫຼື ປັ່ນ.
ທີ່ມາ: ສູນຄົ້ນຄວ້າກະສິກຳນາພອກ