ຄວາມປອດໄພຂອງອາຫານ ຫຼື ທີ່ເອີ້ນກັນວ່າ Food safety, ອາຫານ ໝາຍເຖິງທຸກສິ່ງ ທຸກຢ່າງທີ່ເຮົາກິນ ແລະ ດື່ມເຂົ້າສູ່ຮ່າງກາຍເພື່ອຄໍ້າຈູນຊີວິດ. ສ່ວນ ຄວາມປອດໄພ ໝາຍເຖິງ ບໍ່ມີສິ່ງອັນຕະລາຍຕໍ່ຜູ້ບໍລິໂພກທີ່ເກີດຈາກສ່ວນປະກອບຕາມທໍາມະຊາດຂອງອາຫານ ຫຼື ພິດໄພທີ່ເກີດຈາກການກະທໍາຂອງມະນຸດ ດັ່ງນັ້ນ, ຄວາມປອດໄພຂອງອາຫານ (Food safety) ຈຶ່ງໝາຍເຖິງທຸກສິ່ງຢ່າງທີ່ເຮົາຈະນໍາມາບໍລິໂພກນັ້ນຈະຕ້ອງສະອາດ, ປອດໄພ, ອາຫານທີ່ເຂົ້າສູ່ຮ່າງກາຍກໍຕ້ອງບໍ່ມີອັນຕະລາຍຕໍ່ຮ່າງກາຍຂອງຜູ້ບໍລິໂພກ ລວມໄປເຖິງຂັ້ນຕອນໃນການປຸງແຕ່ງ ແລະ ການເລືອກຫາວັດຖຸດິບທີ່ສະອາດ ແລະ ປອດໄພ.
ປັດຈຸບັນເນື່ອງຈາກເສດຖະກິດ ແລະ ສັງຄົມມີການຂະຫຍາຍຕົວອອກຢ່າງກວ້າງຂວາງ, ວ່ອງໄວ ແລະ ມີເຕັກໂນໂລຢີທີ່ທັນສະໄໜນໍາມາໝູນໃຊ້ເຂົ້າໃນການຜະລິດອາຫານໃຫ້ມີຄວາມຫຼາກຫຼາຍຂຶ້ນເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ ແລະ ສາມາດຮັກສາອາຫານໄວ້ໄດ້ດົນ ທັງນີ້ກໍເພື່ອຊ່ວຍຫຼຸດຜ່ອນການຂາດແຄນສະບຽງອາຫານ ຊຶ່ງນໍາໄປສູ່ຄວາມບໍ່ປອດໄພຂອງອາຫານໂດຍສະເພາະແມ່ນບັນຫາສຸຂະພາບທີ່ອາຫານເປັນພິດ ໄດ້ສົ່ງຜົນເຮັດໃຫ້ຫຼາຍປະເທດທົ່ວໂລກເກີດມີຄວາມສົນໃຈ ແລະ ຫາທາງແກ້ໄຂບັນຫາດັ່ງກ່າວ.
ສິ່ງໜຶ່ງທີ່ຈະຊ່ວຍໃຫ້ເຮົາບໍລິໂພກອາຫານທີ່ປອດໄພນັ້ນ ມັນຕ້ອງເລີ່ມຈາກຕົວເຮົາເອງ ຊຶ່ງນີ້ກໍເປັນອີກທາງເລືອກໜຶ່ງທີ່ຊ່ວຍໃຫ້ເຮົາຮັບສານພິດໜ້ອຍລົງ:
ຫາກກ່າວເຖິງການມີສຸຂະພາບທີ່ດີ ແລະ ແຂງແຮງ ເຊື່ອວ່າເປັນສິ່ງທີ່ຫຼາຍຄົນປາຖະໜາ ແຕ່ເຮົາຈະເຮັດແນວໃດໃຫ້ໄດ້ມາໃນສິ່ງທີ່ຕົນເອງປາຖະໜານັ້ນແມ່ນຂຶ້ນຢູ່ກັບຕົນເອງ ວ່າຄວນເຮັດສິ່ງໃດ ຫຼື ບໍ່ຄວນເຮັດສິ່ງໃດ ເພາະການທີ່ຈະໄດ້ສິ່ງທີ່ດີມາໃຫ້ຕົນເອງນັ້ນມັນຂຶ້ນຢູ່ກັບວິໄນ,ຄວາມພະຍາຍາມ ລວມເຖິງພຶດຕິກຳການເລືອກຮັບປະທານອາຫານ, ຖ້າເຮົາເລືອກກິນສິ່ງທີ່ດີ ສິ່ງທີ່ມີປະໂຫຍດແນ່ນອນວ່າສຸຂະພາບທີ່ດີກໍຈະຕາມມາ ສະນັ້ນ, ຄວນເລືອກຜັກທີ່ສົດ, ໃໝ່ ແລະ ເລືອກຜັກທີ່ບໍ່ມີສິ່ງອື່ນປົນເປື້ອນຢູ່ນໍາ ບາງຄັ້ງຄວນເລືອກຜັກທີ່ມີການກັດເຈາະຂອງແມງໄມ້ເພື່ອໃຫ້ໄດ້ພືດຜັກທີ່ມີສານພິດໜ້ອຍ.
ການປຸງແຕ່ງອາຫານເພື່ອໃຫ້ອາຫານສຸກ ແລະ ໄດ້ລົດຊາດຢ່າງທີ່ຕ້ອງການນັ້ນ ຕ້ອງໄດ້ເອົາໃຈໃສ່ໃນຂັ້ນຕອນການປຸງແຕ່ງເຊັ່ນກັນ ເພື່ອໃຫ້ໄດ້ອາຫານທີ່ປອດໄພ ຂັ້ນຕອນນີ້ຜູ້ປຸງແຕ່ງຕ້ອງມີຄວາມພິຖີພິຖັນສູງ ແລະ ເຮັດໃຫ້ຖືກຫຼັກສຸຂະອະນາໄມເພື່ອບໍ່ມີສານເປື້ອນຕົກຄ້າງຢູ່ໃນອາຫານ.
ພືດຜັກແຕ່ລະຊະນິດຈະມີຊ່ວງເວລາການຈະເລີນເຕີບໂຕທີ່ແຕກຕ່າງກັນ ບາງຊະນິດສາມາດປູກໄດ້ຕະຫຼອດປີ ແລະ ມີຜັກຫຼາຍຊະນິດທີ່ເຕີບໂຕໃນບາງສະພາບອາກາດເທົ່ານັ້ນ. ຫາກຊາວກະສິກອນປູກຜັກຕາມລະດູການທີ່ເໝາະສົມພືດຜັກຊະນິດນັ້ນໆ ການຈະເລີນເຕີບໂຕຂອງຜັກກໍຈະສວຍງາມ ໂດຍທີ່ບໍ່ຈຳເປັນຕ້ອງນຳໃຊ້ປຸ໋ຍ, ຢາຂ້າແມງໄມ້ທີ່ມີສານເຄມີຕ່າງໆ ສະນັ້ນການເລືອກກິນຜັກ ແລະ ໝາກໄມ້ຕາມລະດູການ ເປັນອີກໜຶ່ງທາງທີ່ຈະຊ່ວຍຫຼຸດຜ່ອນການໄດ້ຮັບສານເຄມີ ແລະ ເຮັດໃຫ້ອາຫານປອດໄພຂຶ້ນ ສະນັ້ນພວກເຮົາຈຶ່ງນຳເອົາຜັກ ແລະ ໝາກໄມ້ແຕ່ລະຊະນິດທີ່ຄວນກິນໃນແຕ່ລະໄລຍະຮອບວຽນຂອງປີ:
ຂໍ້ດີຂອງການກິນພືດຜັກຕາມລະດູການມີຫຍັງແດ່?
ເປັນການສົ່ງເສີມຊາວກະສິກອນໃຫ້ມີທາງເລືອກໃນການປູກຜັກຫຼາຍຂຶ້ນ ເພື່ອເປັນການສົ່ງເສີມອາຊີບທີ່ໝັ້ນຄົງ ໄດ້ອາຫານທີ່ປອດໄພທັງຜູ້ບໍລິໂພກ ແລະ ຜູ້ຜະລິດ.