ຄວາມເປັນມາຂອງຕຳນານກົບກິນເດືອນ

ຄວາມເຊື່ອມາແຕ່ບູຣານນະການວ່າ ເມື່ອເຮົາແຫງນໜ້າຂຶ້ນຟ້າເຫັນມີເງົາໄປບັງດວງຈັນ ຊຶ່ງດວງຈັນຈະເລີ່ມຄ່ອຍໆແຫ່ວງຂຶ້ນຈົນລັບໝົດດວງ ປາກົດການດັ່ງກ່າວຄົນໃນເມື່ອກ່ອນຈຶ່ງເຊື່ອກັນວ່າ ກົບກິນເດືອນ ມື້ໃດທີ່ເຫັນເຫດການດັ່ງກ່າວກໍຈະພາກັນຮ້ອງໂຮໂອສະການ ເພື່ອຂັບໄລ່ບໍ່ໃຫ້ກົບກິນ ເດືອນກິນຕາເວັນ ເນື່ອງຈາກມີຄວາມເຊື່ອກັນວ່າຈະມີເຫດອາເພດໄພ ຈຶ່ງພາກັນຮ້ອງໂຮ່ເຄາະຕີຂັບໄລ່ໃຫ້ໜີໄປ.

ກົບກິນເດືອນ ຫຼື ຈັນທະຮຸປະຣາຄາ ແລະ ຫຼື ຈັນທຣະຄາດ (Lumar Eclipse) ຊຶ່ງເປັນປາກົດການທີ່ດວງຈັນໂຄຈອນຜ່ານເຂົ້າໄປບັງເງົາຂອງໜ່ວຍໂລກ ເຮົາແນມຂຶ້ນໄປຈຶ່ງເຫັນດວງຈັນຄ່ອຍໆແຫ່ວງຂຶ້ນໆ ຈົນລັບໝົດດວງ ແລ້ວກໍໂຜ່ຂຶ້ນມາໄປອີກດ້ານໜຶ່ງ ຊຶ່ງປາກົດການອັນນີ້ມັກຈະເກີດ ຂຶ້ນໃນຄືນເດືອນເພັງຂຶ້ນ 15 ຄໍ່າ ຄົນລາວບູຮານເອີ້ນວ່າ ກົບກິນເດືອນ ຫຼື ຣາຫູອົມຈັນ.

ຕາມຄວາມເຊື່ອທີ່ເລົ່າຂານກັນມາຈາກປາກຕໍ່ປາກ, ລຸ້ນສູ່ລຸ້ນວ່າ: ໃນເມື່ອກ່ອນເທວະດາກັບອະສູນຕ້ອງການຄວາມເປັນອະມະຕະ (ຕາຍບໍ່ເປັນ) ຈຶ່ງຍຸຕິເທວາສຸຣະສົງຄາມ (ຄືການສູ້ຮົບກັນ ລະຫວ່າງເທວະດາກັບອະສູນ) ໂຈະໄວ້ຊົ່ວຄາວ ແລ້ວຮ່ວມແຮງຮ່ວມໃຈກັນເສກນ້ຳອຳມະຣິດ ໂດຍໃຊ້ສຽນສະນຸດເປັນ ໝໍ້ກະທະ ແລະ ໃຊ້ພູເຂົາເປັນມັນທະໄມ້ພາຍ ເພື່ອຄົນນໍ້າອໍາມະຣິດ ແລະ ໃຫ້ພຣະຍານາກໃຊ້ “ເສສະຂະນົດ” ໃຊ້ ຕົວພັນຮອບມັນທະແທນເຊືອກ ເທວະດາຈັບທາງຫາງນາກ ສ່ວນອະສູນຈັບທາງຫົວນາກ ແລ້ວໜູນພູເຂົາມັນທະແທນໄມ້ພາຍ ປາກົດວ່າ ເມື່ອຄົນໄປໄດ້ບໍ່ດົນກໍເກີດ ຄວາມຮ້ອນແຮງມີຄວັນພຸ້ງຂຶ້ນ ພຣະນາຮາຍຢ້ານວ່າໂລກຈະແຕກທະລາຍ ຈຶ່ງອາວະຕານເປັນເຕົ່າໄປຮອງຮັບພູເຂົາມັນທະໄວ້ ເພື່ອບໍ່ໃຫ້ໂລກແຕກທະລຸທະລາຍ.

ພາຍຫຼັງທີ່ໄດ້ນໍ້າອໍາມະຣິດດັ່ງກ່າວແລ້ວຊຸມເທວະດາພັດຢ້ານວ່າ ເມື່ອອະສູນໄດ້ດື່ມນ້ຳອຳມະຣິດແລ້ວ ພຣະນາຣາຍຈຶ່ງອະວະຕານເປັນ “ເທບອັບປະສອນ” ທີ່ງົດງາມມາຍົ້ວຍວນພວກອະສູນໃຫ້ເຄີ່ມລອຍ ປ່ອຍໃຫ້ເທວະດາ ພາກັນດື່ມນ້ຳອຳມະຣິດ ແຕ່ມີອະສູນຕົນໜຶ່ງຮູ້ທັນ ແລະ ສະຫຼາດຊື່ວ່າ ສຸຣິນທອນຣາຫູ ຈຶ່ງແປງກາຍເປັນເທວະດາເພື່ອຈະໄດ້ດື່ມນໍ້າອໍາມະຣິດນັ້ນ ກໍພໍດີພຣະອາທິດກັບພຣະຈັນແນມເຫັນ ຈຶ່ງຟ້າວບອກພຣະນາຣາຍ ພຣະນາຮາຍຈຶ່ງແກ່ວງກົງຈັກໄປ ວັດທີ່ຕົວຣາຫູອອກເປັນສອງທ່ອນແຕ່ຣາຫູບໍ່ຕາຍ ເພາະໄດ້ດື່ມນໍ້າອໍາມະຣິດແລ້ວ ດັ່ງນັ້ນ ສ່ວນເທິງກໍ່ເປັນຣາຫູ ສ່ວນລຸ່ມກໍເປັນພຣະເກດ (ດາວເກດ) ຣາຫູຜູກໃຈເຈັບພຣະອາທິດ ແລະ ພຣະຈັນ ຈຶ່ງຕາມຈອງລ້າງຈອງຜານອາຄາດແຄ້ນ ໃຊ້ແຂນກັບຫົວຍົກຂຶ້ນຄອຍໄລ່ ຕາມເພື່ອກິນພຣະອາທິດ ແລະ ພຣະຈັນ ຈຶ່ງກາຍເປັນຕໍານານຄວາມເຊື່ອເລື່ອງ ສຸຣິຍະຄາດ (ກົບກິນຕາເວັນ) ແລະ ຈັນທຣະຄາດ (ກົບກິນເດືອນ).

 

ຂອບໃຈ ແຫຼ່ງຂໍ້ມູນ: ຮີດຄອງປະເພນີລາວທີ່ມີມາແຕ່ບູຮານນະການ (ດວງໄຊ ຫລວງພະສີ)

 

Share