ໃນສະຕະວັດທີ 19 ຊາວມົ້ງໄດ້ອົບພະຍົບຈາກພາກໃຕ້ຂອງປະເທດຈີນ ໄປຢູ່ເຂດພູດອຍທາງພາກເໜືອຂອງລາວ, ເຊິ່ງປະຈຸບັນນີ້ຊາວມົ້ງເປັນໜຶ່ງໃນກຸ່ມຊົນເຜົ່າທີ່ໃຫ່ຍທີ່ສຸດໃນປະເທດລາວ. ວີທີການດຳລົງຊີວິດຂອງພວກເຂົາແມ່ນອີງໃສ່ການເຮັດໄຮ່, ເຊິ່ງໝາຍຄວາມວ່າພວກເຂົາຈະຕ້ອງໄດ້ຍ້າຍໝູ່ບ້ານຂອງຕົນເປັນປະຈຳ ຫຼັງຈາກທີ່ການປູກພືດໄດ້ເຮັດໃຫ້ດິນໂຊມ.
ພືດທີ່ໃຊ້ເປັນອາຫານຫຼັກຂອງຊາວມົ້ງແມ່ນເຂົ້າ ແລະ ສາລີ ລວມເຖິງຕົ້ນດອກຝິ່ນ (Papaver somniferum), ພາສາລາວເອີ້ນວ່າ ຢາຝິ່ນ, ພາສາມົ້ງເອີ້ນວ່າ yeeb) ເຊິ່ງພວກເຂົາເຄີຍປູກເປັນພືດເສດຖະກິດໃນເມື່ອກ່ອນ ແຕ່ດຽວນີ້ ແມ່ນໄດ້ປ່ຽນມາປູກໝາກໄມ້ ແລະ ຜັກແທນແລ້ວ. ເນື່ອງຈາກວ່າ ຊາວມົ້ງໃຊ້ຝິ່ນເປັນທັງຢາປິ່ນປົວ ແລະ ເພື່ອການຊຸມນຸມພົບປະກັນ ຜ່ອນຄາຍອາລົມ, ເຊິ່ງການຊົມໃຊ້ຝິ່ນແມ່ນເປັນໄປຕາມຮີດຄອງ ແລະ ປະເພນີທີ່ມີມາແຕ່ດົນນານ.
ໃນຕຳນານຂອງຄົນມົ້ງ, ຄົນມົ້ງຈະເຫັນວ່າຝິ່ນມີຄວາມຄ້າຍຄຽງກັບຢາສູບ (Nicotlana tabacum, ພາສາລາວເອີ້ນວ່າຢາສູບ, ພາສາມົ້ງເອີ້ນວ່າ luam yeeb) ເພາະວ່າ ທັງສອງພືດນີ້ແມ່ນມາຈາກຮ່າງກາຍຂອງຍິງສາວທີ່ຕາຍຍ້ອນຄວາມຮັກ.
ດອກຝິ່ນ
ຊາວມົ້ງຈະຍ້ອມຜ້າດ້ວຍສີທຳມະຊາດທີ່ສະກັດມາຈາກພືດເຊັ່ນ:
ພືດ Idigofera tlnctoria (ພາສາລາວເອີ້ນວ່າຄາມ, ພາສາມົ້ງເອີ້ນວ່າ nkaj), ນອກຈາກນັ້ນ ກໍຍັງມີການປະດັບປະດາຊຸດດ້ວຍການປັກແສ່ວ ແລະ ການນຳໃຊ້ເຕັກນິກການຍ້ອມຜ້າແບບບາຕິກ, ເຊິ່ງມົ້ງເປັນຊົນເຜົ່າດຽວຢູ່ໃນລາວທ່ີ່ນຳໃຊ້ເຕັກນິກແບບນີ້. ນອກຈາກນີ້ ພວກເຂົາຍັງເກັບກ່ຽວພືດທຳມະຊາດຫຼາກຫຼາຍຊະນິດເພື່ອເອົາມາແຕ່ງກິນ, ເອົາມາໃຊ້ໃນການກໍ່ສ້າງ ແລະ ເອົາມາເປັນຢາປົວພະຍາດ ເປັນທີ່ຍອມຮັບຍ້ອນຄວາມສາມາດຂອງພວກເຂົາ ແລະ ມີຄົນຈາກທຸກໆຊົນເຜົ່າທີ່ໄປປຶກສາໝໍເຫຼົ່ານີ້.
ຂໍ້ມູນ: ສວນຜຶກສາຊາດຜາຕັດແກ້