ຍຳສະລັດຫຼວງພະບາງ

ຍຳສະລັດຫຼວງພະບາງ ຈະມີເອກະລັກສະເພາະ ໂດຍທົ່ວໄປມັກຖືກນຳມາປຸງແຕ່ງໃນງານແຕ່ງງານ ແລະ ບາງໂອກາດພິເສດ ໃນແຂວງຫຼວງນໍ້າທາ, ມີຫຼາກຫຼາຍລົດຊາດ ເຊັ່ນ ລົດຊາດເຂັັ້ມຂຸ້ນ, ລົດຊາດຫວານ. ຈຸດພິເສດຂອງເມນູນີ້ກໍ່ຄື ໃຊ້ຍອດຜັກກາດນໍ້າເປັນສ່ວນປະກອບຫຼັກ ໃນການປະສົມປະສານກັນຂອງລົດຊາດລະຫວ່າງຄວາມຫວານ ສົ້ມ ແລະ ເຄັມ ລາດໜ້າໂດຍກະທຽມທອດກອບ

ສ່ວນປະສົມ
ຜັກກາດນ້ຳ 1 ມັດ, ໄຂ່ຕົ້ມ 4 ໜ່ວຍ (ໃຊ້ພຽງສີຂາວ) ມອນສີແດງໃຊ້ສຳລັບເຄື່ອງປຸງ, ຜັກສະລັດ 500 ml ຫຼື 2 c, ( ສາມາດໃຊ້ຜັກທີ່ເປັນສີຂຽວໄດ້ທຸກຊະນິດ, ຫອມປ້ອມ ½ C, ຫອມລາບ 1/2 C, ໝາກແຕງ 1 ໜ່ວຍ ແລະ ໝາກເລັ່ນ (ຊອຍບາງໆ)
ນໍ້າສະລັດ:
ນໍ້າມັນ 1/2 C, ກະທຽມ 4 ບ່ວງແກງ, ໄຂ່ໄກ່ແດງ 4 ລູກ, ນໍ້າຕານ 3 ບ່ວງແກງ, ນ້ຳປາ 2 ບ່ວງແກງ, ນໍ້າໝາກນາວ 4 ບ່ວງແກງ, ຕາມດວ້ຍຖົ່ວດິນທອດກອບ

ວິທີການ
1. ຂົ້ວຖົ່ວດິນໃຫ້ແຫ້ງ ປະໄວ້ໃຫ້ເຢັນ ແລ້ວນ້ຳມາບົດ
2. ຕັ້ງໝໍ້ ໂດຍໃຊ້ໄຟລະດັບກາງ ເພື່ອທອດກະທຽມໃຫ້ເປັນສີເຫຼືອງອ່ອນ ປະມານ 2 ນາທີ
3. ຂະນະທີ່ລໍຖ້າກະທຽມ ໃສ່ໄຂ່,ນ້ຳຕານ,ນ້ຳປາ ລົງໃນໝໍ້ ແລ້ວປະສົມເຂົ້າກັນ, ເມື່ອກະທຽມ ທອດຮຽບຮ້ອຍແລ້ວກໍນຳລົງໝໍ້ ແລ້ວປະສົມໃຫ້ເຂົ້າກັນອີກເທື່ອໜຶ່ງ
4. ລ້າງຜັກດ້ວຍນໍ້າສະອາດ ຕັດໃບຫຼືກ້ານທີ່ແກ່ ແລະ ໃຫ່ຍອອກ. ຊອຍໝາກເລັ່ນໃຫ້ບາງ
5. ປະສົມສ່ວນປະກອບທັງໝົດເຂົ້າກັນ ແລ້ວໃສ່ນ້ຳສະລັດ ລາດໜ້າດ້ວຍຖົ່ວດິນ ພ້ອມຮັບປະທານ

ເພື່ອລົດຊາດທີ່ແຕກຕ່າງ
ສຳລັບຄົນທີ່ມັກລົດຊາດຫວານຫຼາຍກວ່າ ໃຫ້ລົດດປະລິມານນ້ຳໝາກນາວລົງ, ສຳລັບຄົນທີ່ມັກສົ້ມ ໃຫ້ເພີ່ມປະລິມານນ້ຳໝາກນາວ.
ຂໍ້ມູນສ່ວນໃຫ່ຍມາຈາກປຶ້ມ ສູດອາຫານຂອງເຮືອນພັກທ່າເຮືອ ອາຫານຈາກພາກເໜືອລາວ

Share

Recent Stories