ທີ່ມາຂອງການຍ້ອມສີທຳມະຊາດ

ການຍ້ອມສີທຳມະຊາດ ແລະ ຄວາມເປັນມາ

ການຍ້ອມສີທໍາມະຊາດຂອງຄົນລາວນັບວ່າເປັນພູມປັນຍາອັນລໍ້າຄ່າທີ່ສືບທອດ ແລະ ຖ່າຍທອດໄວ້ຕັ້ງແຕ່ລຸ້ນປູ່ຍ່າຕາຍາຍສູ່ລຸ້ນລູກລຸ້ນຫລານຈົນມາເຖິງ ປັດຈຸບັນ.

ນັກປະຫວັດສາດ ແລະ ນັກວິຊາການດ້ານຍ້ອມຜ້າໄດ້ສັນນິຖານວ່າການຍ້ອມສີທໍາມະຊາດຂອງມະນຸດ ນັ້ນອາດຈະມີມາປະມານ 4000 ປີແລ້ວ, ໂດຍມະນຸດ ເຮົານັ້ນໄດ້ນຳເອົາພືດເປັນຕົ້ນແມ່ນເປືອກໄມ້, ຮາກໄມ້, ຫມາກໄມ້ ຫລື ດອກໄມ້ມາກັ່ນເປັນສີ ແລະ ນໍາໄປຍ້ອມເສັ້ນໄຫມ, ຝ້າຍ ແລະ ປ່ານເປັນຕົ້ນ

ສີທໍາມະຊາດ ແມ່ນສີຈາກພືດພັນຕ່າງໆມີປະມານ 500 ຊະນິດ ແລະ ສາມາດນຳໄປເຮັດນໍ້າຍ້ອມໄດ້ປະມານ 80 ສີທີ່ແຕກຕ່າງກັນ, ພືດພັນເຫລົ່ານັ້ນແມ່ນມີສີເກາະຕິດຢູ່ຕາມຕົວຢູ່ຕາມສ່ວນຕ່າງໆເປັນຕົ້ນແມ່ນຮາກ, ໃບ, ເປືອກ, ເສັ້ນໄຍ, ຫມາກ, ແກ່ນ ແລະ ດອກ. ນອກນັ້ນ ສີທໍາມະຊາດ ຍັງມີຢູ່ນໍາຈໍາພວກສັດເປັນຕົ້ນແມ່ນ “ຄັ່ງ” (Coccus Lacca) ເຊິ່ງຖືເປັນສີທີ່ໄດ້ຮັບຄວາມນິຍົມທີ່ສຸດຈາກຊົນເຜົ່າລາວ. ນອກຈາກຈຳພວກພືດພັນ ແລະ ສັດແລ້ວ ສີຍັງມີຢູ່ຕາມແຮ່ທາດຕ່າງໆຄື ຂີ້ດິນ, ຂີ້ຕົມ, ເຫລັກ, ສັງກະສີ, ທອງແດງ, ເກືອ, ປູນຂາວ ເປັນຕົ້ນ, ແຮ່ທາດເຫລົ່ານີ້ ຍັງສາມາດນຳໄປເປັນທາດປະສົມສີ ນໍາອີກ.

ວິທີຍ້ອມສີທໍາມະຊາດ 

ການຍ້ອມສີທໍາມະຊາດເປັນວິທີພື້ນບ້ານແບບຫນຶ່ງ ເຊິ່ງແຕ່ລະຄົນຊົນເຜົ່າມີຄວາມຊໍານານ ແລະ ສູດທີ່ແຕກຕ່າງກັນ. ສໍາຫລັບຄົນລາວບາງເຜົ່າ ຫລື ບາງຄອບຄົວນັ້ນຖືເປັນເຄັດລັບອັນຫນຶ່ງ ບໍ່ສາມາດທີ່ຈະຖ່າຍທອດໃຫ້ຄົນອື່ນໄດ້ນອກຈາກລູກຫລານຂອງຕົນ.

ວິທີການຍ້ອມສີທຳມະຊາດ ໂດຍທົ່ວໄປແລ້ວຈະມີຢູ່ 2 ວິທີຄື: ວິທີຮ້ອນ ແລະ ເຢັນ

ວິທີຮ້ອນແມ່ນ ການກະກຽມນໍ້າຢ້ອມ ໂດຍຕົ້ມນໍ້າເອົາສີຈາກສ່ວນຕ່າງໆຂອງພືດ, ສັດ ຫຼື ທາດໂລຫະ ໃຊ້ເວລາຫຼາຍຊົ່ວໂມງຈົນກວ່າຈະໄດ້ສີທີ່ຕ້ອງການ ກ່ອນທີ່ຈະນຳເອົາເສັັ້ນໄຍໄໝ ຫຼື ຝ້າຍລົງຍ້ອມ

ສ່ວນວິທີເຢັນຄື ການນໍາເອົາພືດມາແຊ່ນໍ້າປະໄວ້ປະມານ 2-3 ວັນ, ປະສົມ ກັບປູນຂາວ, ຕີນໍ້າຫລາຍຄັ້ງຈົນກວ່າຈະກາຍເປັນຟອງ ແລະ ນໍາໄປກັ່ນຕອງເປັນ ນໍ້າຍ້ອມ. ນໍ້າຍ້ອມວິທີເຢັນນີ້ສ່ວນຫລາຈະເປັນເປັນສີຟ້າ, ພືດທີ່ນໍາມາເປັນນໍ້າຍ້ອມສໍາຫລັບວິທີນີ້ສ່ວນຫລາຍແມ່ນຕົ້ນຄາມ, ຄາມເປັນໄມ້ພຸ່ມຊະນິດ Indigo tinctoria Linn ໃນວົງ Leguminosae, ນອກຈາກນີ້ ກໍ່ມີຕົ້ນຫ້ອມ (Baphicacan-thus Cusia Brem) ສີຈາກພືດສອງຊະນິດນີ້ ສ່ວນຫລາຍຈະໄດ້ສີຟ້າ, ນັກວິຊາການດ້ານຕໍ່າຜ້າ ຮ້ອງສີດັງກ່າວວ່າເປັນສີ “Indigo” ນໍ້າຍ້ອມຈາກຄາມເພິ່ນນິຍົມຍ້ອມຝ້າຍ, ສ່ວນສີຈາກໃບຫ້ອມແມ່ນສາມາດຍ້ອມທັງໄຫມ ແລະ ຝ້າຍ.

ສີທໍາມະຊາດທີ່ໄດ້ຈາກພືດຄືື ສີຟ້າແກ່, ສີຟ້າອ່ອນໄດ້ຈາກຄາມ ແລະ ຫ້ອມ( Indigo ); ສີແດງໄດ້ຈາກຄັ່ງ ( Lac ); ສີເຫລືອງໄດ້ຈາກໃບຫູກວາງ (Wild almond), ເປືອກ ຕົ້ນຫມາກມີ້ ( Jack fruit ) ເຄືອແຫ້ມ; ສີແສດ ໄດ້ຈາກຫມາກແສດ ( Anatto); ສີຂີ້ເທົ່າ ແລະ ສີດໍາ ໄດ້ຈາກຫມາກເກືອ ( Ebony fruit ) ສໍາລັບຫມາກເກືອ ສາມາດຍ້ອມໄດ້ 2 ວິທີ ທັງຮ້ອນ ແລະ ເຢັນ; ສີຂຽວອ່ອນໄດ້ຈາກເປືອກຕົ້ນຫມາກ ລິ້ນໄມ້ ( Indian trumpet ); ສີສົ້ມໄດ້ຈາກຕົ້ນຝາງ ແລະ ອື່ນໆ.

ອີກວິທີໜຶ່ງ ທີ່ເຮັດໃຫ້ເສັ້ນໄຍໄຫມ ຫລື ຝ້າຍ ຈັບສີໄດ້ດີນັ້ນ, ຄົນລາວມັກຈະໃຊ້ທາດຈັບສີເຂົ້າຊ່ວຍເຊັ່ນ ທາດສົ້ມຈາກຮັງມົດແດງ, ນໍ້າດັ່ງ ຈາກຕົ້ນສົ້ມສ້ຽວ, ນໍ້າດັ່ງຈາກຫີນສົ້ມ ພ້ອມນີ້ກໍ່ມີທາດຝາດ ທີ່ຫາໄດ້ຈາກທໍາມະຊາດ ແລະ ທາດອື່ນໆ ເຊິ່ງເປັນຕົວຊ່ວຍໃຫ້ການຍ້ອມສີ. ສ່ວນເກືອ, ປູນແຫລວ, ນໍ້າຫມາກຂາມ, ໃບສົ້ມລົມ, ໃບຂີ້ເຫລັກ, ໃບກະຖິນ ຫລື ຂີ້ຫມ້ຽງເຫລັກ, ຂີ້ຕົມ, ທາດເຫລົ່ານີ້ແມ່ນ ຕົວຊ່ວຍໃຫ້ເສັ້ນໄຍມີຄວາມທົນທານ ຕໍ່ແສງສະຫວ່າງ.

ຫລາຍປີຜ່ານມານີ້, ມະນຸດເຮົາໄດ້ໃສ່ໃຈ ແລະ ຈິງຈັງໃນການຮັກສາສະພາບແວດລ້ອມ ຫລາຍປະເທດໄດ້ອອກກົດລະບຽບ ຫລື ຂໍ້ກໍານົດທີ່ເຂັ້ມງວດໃນການນໍາໃຊ້ ສານເຄມີ, ບໍ່ວ່າຈະເປັນນໍ້າຢາເຄມີໃຊ້ໃນການຍ້ອມຜ້າ ຫລື ການຍ້ອມອາຫານ, ການຖ່າຍເທນໍ້າຍ້ອມເຄມີລົງຕາມແມ່ນໍ້າຫ້ວຍຮ່ອງຕ່າງໆ ໄດ້ສົ່ງຜົນສະທ້ອນເຖິງການຂະຫຍາຍພັນ ຂອງສິ່ງທີ່ມີຊີວິດ ແລະ ຄວາມດຸ່ນດ່ຽງຂອງທໍາມະຊາດ ຫຼື ສ້າງຄວາມລໍາຄານ ເດືອດຮ້ອນໃຫ້ແກ່ຜູ້ຄົນທີ່ອາໃສຢູ່ໃກ້ຄຽງຍ້ອນກິ່ນເນົ່າເໝັນ. ດັ່ງນັ້ນການຍ້ອມສີທໍາມະຊາດຈຶ່ງເປັນຫົວຂໍ້ທີ່ສໍາຄັນໃຫ້ແກ່ການນໍາໄປສຶກສາຄົ້ນຄວ້າ ເພື່ອການສະຫນັບສະຫນູນ ໃຫ້ແກ່ການອະນຸລັກສິ່ງແວດລ້ອມຢ່າງມີປະສິດທິຜົນ.

ຂໍ້ດີຂອງການຍ້ອມສີທຳມະຊາດ

  • ພືດທີ່ນໍາມາເຮັດສີບາງຊະນິດສາມາດນໍາໄປເຮັດຢາພື້ນເມືອງໄດ້
  • ກາກຂອງພືດທີ່ນຳມາປຸງແຕ່ງເປັນສີທຳມະຊາດເພື່ອໃຊ້ຍ້ອມເສັ້ນໄຫມນັ້ນສາມາດນຳໄປເຮັດຝຸ່ນບົ່ມໃຊ້ກັບຕົ້ນໄມ້ກິນໝາກໄດ້
  • ສີຈາກພືດທຳມະຊາດຍັງ ສາມາດນໍາໄປຍ້ອມອາຫານໄດ້ໂດຍບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ຄົນລາວນິຍົມນຳ ເອົາສີຈາກໃບເຕີຍ ຫລື ສີຈາກກາບຫມາກພ້າວມາຍ້ອມເຂົ້າປາວ ຫລື ເຂົ້າຫນົມ ຫວານ.
  • ຫລາຍຄົນເຊື່ອວ່າ ເຄື່ອງນຸ່ງຫົ່ມທີ່ຍ້ອມຈາກຫ້ອມຍັງສາມາດປົວປະດົງຂໍ່ ແລະ ປົວໄຂ້ຮ້ອນໄດ້
  • ສໍາຫລັບແກ່ນຫມາກແສ່ວ ຫລື ຫມາກຊາຕີ ທີ່ຕັ້ງແຕ່ໃດມາເພິ່ນໃຊ້ ຍ້ອມສີຜ້າສະບົງຂອງຄູບານັ້ນ ຍັງເປັນຢາພື້ນເມືອງໃຊ້ສຳຫລັບປ້ອງກັນບໍ່ໃຫ້ຕົວເຫັບຢູ່ນໍາໂຕຫມາເຂົ້າຫູໄດ້ອີກດ້ວຍ.
     

 

 

ອ້າງອີງ ຫານຊະນະ ສີສານ ລາວດິນແຫ່ງວັດທະນະທຳ

Share