“ບາງຄົນມາຮ່ວມກຸ່ມຂອງພວກເຮົາເພື່ອຮຽນຮູ້ວິທີການເຮັດສະບູ ແລະ ຫຼັງຈາກນັ້ນເຂົາກໍ່ເລີ່ມຜະລິດ ແລະ ຂາຍໂດຍກົງໃຫ້ແກ່ລູກຄ້າຂອງພວກເຮົາ ໃນລາຄາທີ່ຕ່ຳກວ່າ ໂດຍບໍ່ມີການບອກຫຍັງກັບພວກເຮົາເລີຍ! ເຊິ່ງມັນໄດ້ເປັນການທຳລາຍຄວາມເຊື່ອຖືຂອງລູກຄ່າທີ່ມີຕໍ່ພວກເຮົາ.” ພອນວິໄລໄດ້ກ່າວເຖິງຄວາມເສຍໃຈທີ່ເກີດຂຶ້ນຜ່ານມາ.
ດັ່ງນັ້ນ, ແມ່ນຫຍັງໄດ້ເກີດຂຶ້ນ, ທຸລະກິດສະບູກາເຟຂອງ ພອນວິໄລໄດ້ໄປເຖິງຈຸດທີ່ສະມາຊິກຂອງຕົນເອງໄດ້ທໍາລາຍມັນໄດ້ແນວໃດ? ມັນເລີ່ມຈາກການໄດ້ໄປຮ່ວມກອງປະຊຸມ ທີ່ປະເທດຟີລິບປິນ. ເຄືອຂ່າຍຊາວກະສິກອນລາວໄດ້ຄັດເລືອກໃຫ້ ນາງ ພອນວິໄລ ເປັນຕົວແມ່ນໃຫ້ໄວໜຸ່ມເຂົ້າຮ່ວມກອງປະຊຸມ ທຸລະກິດສະຫະກອນ ຄັ້ງທີ່ 7 ທີ່ ເມືອງມານີລາ ໃນເດືອນມັງກອນ 2018. ເຫດຜົນທີ່ພອນວິໄລຕ້ອງການໄປຮ່ວມກອງປະຊຸມໃນຄັ້ງນີ້ແມ່ນເພື່ອໃຫ້ໄດ້ມີແນວຄວວາມຄິດໃນການຫາລາຍໄດ້ເພີ່ມ ໃຫ້ແກ່ກຸ່ມໄວໜຸ່ມຂອງລາວ. ຄວາມສົນໃຈຂອງພອນວິໄລໄດ້ຖືກຈຸດປະກາຍຂຶ້ນ ເມື່ອລາວໄດ້ເຫັນ ກຸ່ມຊາວກະສິກອນຈາກປະເທດໄທໄດ້ເອົາຜະລິດຕະພັນສະບູເກືອມາວາງສະແດງໃນງານ “ ທຸລະກິດສະບູກໍ່ເປັນຕາໜ້າສົນໃຈ ເຊິ່ງມັນເໝາະກັບກຸ່ມໄວໜຸ່ມຂອງພວກເຮົາ ເພາະມັນໃຊ້ຕົ້ນທຶນບໍ່ສູງ. ເຊິ່ງວ່າໄວໜຸ່ມເຮົາກໍ່ບໍ່ມີເງິນຫຼາຍ ທີ່ຈະມາລົງເງິນຮ່ວມກັນເພື່ອເປັນທຶນໃນການລິເລີ່ມ,” ພອນວິໄລ ອະທິບາຍ.
“ພາຍຫຼັງຈາກກອງປະຊຸມດັ່ງກ່າວ, ພວກເຮົາກໍ່ໄດ້ລວມກຸ່ມກັນ ເຂົ້າຮ່ວມກັນການເຝິກອົບຮົມຈາກເຄືອຂ່າຍຊາວກະສິກອນລາວໃນການເຮັດສະບູ. ແລະ ພາຍຫຼັງທີ່ພວກເຮົາໄດ້ຄວາມຮູ້ພື້ນຖານໃນການເຮັດສະບູແລ້ວ, ພວກເຮົາກໍ່ເລີ່ມດັບປັບບົດຮຽນທີ່ໄດ້ຮຽນ.” ລາວກ່າວຕື່ມວ່າ, “ເອື້ອຍຂ້ອຍເຮັດວຽກຢູ່ຮ້ານກາເຟໄຈ ແລະ ທຸກມື້ລາວກໍ່ມີຂີ້ກາເຟທີ່ເຫຼືອ. ເມື່ອກ່ອນລາວເອົາໄປເຮັດແນວຂັດຜິວ ແລະ ມັນເຮັດໃຫ້ຂ້ອຍຄິດວ່າ, ເປັນຫຍັງເຮົາຄືບໍ່ນຳໃຊ້ຂີ້ກາເຟນີ້ໄປໃສ່ໃນສະບູ?”
ສະມາຊິກເຂົ້າຮ່ວມການເຝິກອົບຮົມຈາກເຄືອຂ່າຍຊາວກະສິກອນລາວໃນການເຮັດສະບູ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ
“ເພື່ອເລີ່ມລົງມື, ສິ່ງທີ່ພວກເຮົາຕ້ອງການແມ່ນວັດຖຸດິບ ແລະ ແມ່ພິມ. ຂີ້ກາເຟແມ່ນໄດ້ມາຈາກຮ້ານຂອງເອື້ອຍ, ແຕ່ນ້ຳມັນ, ກຣີເຊີລິນ ແລະ ແມ່ພິມສະບູ ແມ່ນຊື້ມາຈາກໄທ ເພາະວ່າ ຫາຊື້ຍາກໃນລາວ,” ພອນວິໄລກ່າວ. ກ່າວຕື່ມວ່າ, “ ເບືອງຕົ້ນແມ່ນເຮົາເຮັດທົດລອງວ່າຄົນຈະສົນໃຈຜະລິດຕະພັນເຮົາບໍ. ຕົ້ໜທຶນການຜະລິດ ແມ່ນບໍ່ລວມການຫຸ້ມຫໍ່ ແລະ ອອກແບບ ແມ່ນ 6,000 ກີບຕໍ່ກ້ອນ. ຫຼັງຈາກທີ່ເຮົາມີການປັບປຸງການຫຸ້ມຫໍ່ ແລະ ເລີ່ມໂຄສະນາແມ່ນຕົ້ນທຶນການຜະລິດ ແມ່ນ 9,000 ກີບ.”
ມາຮອດຕອນນີ້ຈິ່ງເລີ່ມເກີດມີບັນຫາກັນພາຍໃນກຸ່ມ ເນື່ອງຈາກວ່າ ສະມາຊິກບາງຄົນບໍ່ຢາກລົງທຶນໃນກຸ່ມ “ແຕ່ວ່າໃນການລວມກຸ່ມຄືແບບນີ້ແມ່ນພວກເຮົາຕ້ອງການແບ່ງປັນຜົນປະໂຫຍດກັນ ແລະ ລົງທຶນຮ່ວມກັນ” ພອນວິໄລກ່າວ. ລາວກ່າວຕໍ່ໄປວ່າ, “ພວກເຮົາບໍ່ໄດ້ມີການສົນທະນາກັນດີພາຍໃນກຸ່ມແຕ່ເບື້້ອງຕົ້ນ ເຮັດໃຫ້ສະຖານະການກໍ່ເລີ່ມມັນບັນຫາ ແລະ ລວມທັງສະມາຊິກບາງຄົນກໍ່ເລີ່ມຜະລິດ ແລະ ຂາຍເອງໃຫ້ລູກຄ້າໂດຍກົງໂດຍບໍ່ຜ່ານກຸ່ມ.”
ພາຍໃນກຸ່ມຕ້ອງໄດ້ມີການອະທິບາຍສະຖານະການນັ້ນໃຫ້ແກ່ລູກຄ້າ, ແຕ່ສິ່ງສຳຄັນກວ່ານັ້ນແມ່ນການສຸ່ມໃສ່ປັບປຸງຜະລິດຕະພັນ. “ພວກເຮົາກຳລັງປັບປຸງການຫຸ້ມຫໍ່ ໃຫ້ມີຄຳອະທິບາຍສັບພະຄຸນ ແລະ ຄຸນນະພາບຂອງຜະລິດຕະພັນຂອງພວກເຮົາ. ສະບູຂອງພວກເຮົາແມ່ນດີຕໍ່ສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ ເພາະເຮົາບໍ່ໄດ້ນຳໃຊ້ຢາງເພືອມາຫຸ້ມຫໍ່. ພວກເຮົາກໍ່ໄດ້ປັບປຸງຜະລິດຕະພັນໃໝ່ ເຊັ່ນ: ‘ສະບູກາເຟປະສົມຂີ້ໝິ້ນ,’ ‘ສະບູກາເຟປະສົມໂຢເກີດ,’ ແລະ ’ຜົງຂັດຜິວກາເຟ.’ ແລະ ອີງຕາມຄຳແນະນຳຂອງລູກຄ້າແມ່ນເຮົາຈະປັບຂະໜາດໃຫ້ນ້ອຍລົງ ເພື່ອໃຫ້ລາຄາຖືກລົງ ເພາະໃນປັດຈຸບັນ ແມ່ນມີແຕ່ຂະໜາດດຽວ,” ພອນວິໄລ ອະທິບາຍ.
ປັດຈຸບັນ, ກຸ່ມສາມາດຜະລິດໄດ້ 100 ຕໍ່ມື້. ຂາຍລາຄາ 15,000 ກີບຕໍ່ກ້ອນ, ລາຄາຂາຍສົ່ງແມ່ນ 13,000 ກີບ ຖ້າຊື້ 10 ກ້ອນ. ກຸ່ມໄດ້ຂາຍສະບູນີ້ທີ່ຮ້ານກາເຟໃຈ ທີ່ປາກຊ່ອງ, ຂາຍຜ່ານ ເຟສບຸກ, ແລະ ຂາຍທີ່ຕະຫຼາດປາກເຊ. ບາງຄົນກໍ່ໄປຊື້ກັບບ້ານໂດຍກົງ. ສົ່ງຂາຍບາງຮ້ານທີ່ວຽງຈັນ. ກຸ່ມຍັງບໍ່ມີຕົວແທນຂາຍຢູ່ແຂວງອື່ນ ເນື່ອງຈາກຄ່າຂົນສົ່ງແພງ. ການຫາຊ່ອງທາງທີ່ດີທີ່ສຸດ ເພື່ອສົ່ງສະບູໄປຂາຍທີ່ແຂວງອື່ນ ເພື່ອເພີ່ມການຜະລິດຍັງເປັນບັນຫາໃຫຍ່ຂອງກຸ່ມ. “ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ເປັນສິ່ງທ້າທາຍທີ່ດິ ເພາະການທີ່ມີຄວາມຕ້ອງການເພີ່ມກໍ່ເປັນສັນຍານທີ່ດີທີ່ເຮັດໃຫ້ທຸລະກິດເຮົາຂະຫຍາຍດີຂຶ້ນ. ພວກເຮົາກໍ່ໄດ້ຮັບການຕິດຕໍ່ຈາກທາງໂຮງແຮມ ຕ້ອງການຊື້ຜະລິດຕະພັນເຮົາໄປໃຊ້ທີ່ຫ້ອງພັກແຂກ!” ພອນວິໄລເລົ່າດ້ວຍຄວາມຕື່ນເຕັ້່ນ.
ຕິດຕໍ່ ສະບູໃຈກາເຟ: toungting.selaphet ແລະ ໂທ 020 9871 4788
ປະຫວັດ: ນາງ ພອນວິໄລ ສີລາເພັດ
ຊື່: ນາງ ພອນວິໄລ ສີລາເພັດ
ອາຍຸ: 23 ປີ
ການສຶກສາ: ຈົບຈາກສ້າງຄູ ປາກເຊ.
ຕຳແໜ່ງ: ໜົວໜ້າກຸ່ມໄວໜຸ່ມສະບູໃຈກາເຟ
ລາວເປັນທີ່ຮູ້ຈັກຄືແນວໃດ:
ເລີ່ມການເຮັດທຸລະກິດສະບູກາເຟກັບກຸ່ມໄວໜຸ່ມຂອງລາວ. ກຸ່ມພັດທະນາຜະລິດຕະພັນຈາກຜົງຂັດຜິວ ແລະ ຕໍ່ຈາກນັ້ນກໍ່ໄດ້ຂະຫຍາຍຜະລິດຕະພັນຂອງພວກເຂົາ ແລະ ຂາຍທີ່ຕະຫຼາດ, ອອນລາຍ, ແລະ ຕິດຕໍ່ຂາຍສົ່ງໃຫ້ໂຮງແຮມທີ່ປາກເຊ
ບົດຮຽນໃດທີ່ສຳຄັນທີ່ສຸດຈາກການເຮັດທຸລະກິດນີ້?
ສິ່ງສຳຄັນແມ່ນຮຽນຮູ້ຈາກຄົນອື່ນ, ເບິ່ງວ່າເຂົາເຮົດແນວໃດ ແລ້ວມາປັບປຸງແນວຄວາມຄິດ ແລະ ບົດຮຽນຈາກເຂົາມາສູ່ທຸລະກິດຂອງເຮົາ. ພ້ອມນັ້ນ, ໃນນາມທີ່ເປັນຫົວໜ້າກຸ່ມ, ຂ້ອຍໄດ້ມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະ ແບ່ງປັນວິໄສທັດກັນພາຍໃນກຸ່ມ. ສື່ສານຢ່າງມີປະສິດທິພາບ ແມ່ນເພື່ອຫຼີກລ່ຽງຄວາມຂັດແຍ່ງພາຍໃນກຸ່ມ, ແລະ ການສື່ສານກັບລູກຄ້າໂດຍກົງ ແລະ ຜ່ານອອນລາຍ.
ຢາກບອກຫຍັງກັບໄວໜຸ່ມທີ່ຄິດຢາກເລີມທຸລະກິດເຊັ່ນກັນ?
ຂ້ອຍຢາກຖາມວ່າ,“ເຈົ່າມີຄວາມມຸ້ງຫວັງ ແລະ ມັກໃນການເຮັດທຸລະກິດແທ້ບໍ່?” ມັນບໍ່ງ່າຍ ແລະ ເຈົ້າຕ້ອງມັກທີ່ຈະເຮັດ ເພາະຕ້ອງຜ່ານຜາອຸປະສັກ. ສຳຫຼັບຂ້ອຍ, ຂ້ອຍເລີ່ມຊ່ວຍພໍ່ທີ່ຮ້ານໃຈກາເຟ ແຕ່ສະໄໝຍັງເປັນນັກຮຽນ. ຂ້ອຍເຄີຍຊ່ວຍລາວ ພາຍຫຼັງທີ່ເລີກໂຄງຮຽນ ແລະ ຂ້ອຍກໍ່ສາມາດຮັບຮູ້ໄດ້ວ່າ ການເຮັດທຸລະກິດແມ່ນຢູ່ໃນສາຍເລືອດຂ້ອຍ. ຫຼັງຈາກທີ່ຮຽນຈົບ, ຂ້ອຍໄດ້ມີເວລາຫຼາຍຂຶ້ນ ເພື່ອຊ່ວຍວຽກພໍ່ຢູ່ຮ້ານ ແລະ ຂາຍອອນລາຍ, ແລະ ເຮັດໃຫ້ຂ້ອຍມີຄວາມຄິດທີ່ຢາກເຮັດທຸລະກິດຫຼາຍຂຶ້ນ.
ຄວາມຫວັງໃນອະນາຄົດຂອງເຈົ້າແມ່ນຫຍັງ?
ຂ້ອຍຫວັງຈະເລີ່ມທຸລະກິດອື່ນ! ຜ່ານມາໄດ້ຊ່ວຍວຽກພໍ່ແລ່ນເອກະສານສົ່ງອອກກາເຟ ໃຫ້ແກ່ສະຫະກອນໃຈ. ສິ່ງນີ້ແມ່ນເຮັດໃຫ້ຂ້ອຍໄດ້ປະສົບການໃນການແລ່ນເອກະສານສົ່ງສິນຄ້າໄປຕ່າງປະເທດ. ຂ້ອຍຢາກໃຊ້ຄວາມຮູ້ທີ່ມີນີ້ກັບຜະລິດຕະພັນອື່ນ. ຕົວຢ່າງ, ຢູ່ປາກຊ່ອງມີພືດຜັກຫຼາຍຢ່າງ ເຊັ່ນ ກະລ່ຳ, ໝາກຊະເວີ ເຊິ່ງຂາຍລາຄາຖືກ. ຂອ້ຍຢາກເລີ່ມທຸລະກິດຂາຍພືກຜັກນີ້ ແລະ ອ້າຍຂ້ອຍກໍ່ກຳລັງຊ່ວຍຊອກຕະຫຼາດໃຫ້ຢູ່ໄທ ແລະ ຫວຽດນາມ. ຂ້ອຍຄືຈະບໍ່ຄິດຝັນເຮັດທຸລະກິດຫຍັງຖ້າຂອ້ຍບໍ່ໄດ້ຮຽນຮູ້ບົດຮຽນຈາກການເຮັດວຽກນຳຮ້ານກາເຟໃຈ, ເຄືອຂ່າຍຊາວກະສິກອນລາວ ແລະ ການເຮັດສະບູໃຈກາເຟ. ດັ່ງນັ້ນ ຂ້ອຍຈິ່ງຢາກບອກວ່າ ຖ້າເຈົ້າມັກ, ຮັກໃນການເຮັດທຸລະກິດ ຈົ່ງລົມືເຮັດ ຢ່າລໍຖ້າໃຫ້ເສຍເວລາ.