ປັດໄຈສຳຄັນໃນການປົກປ້ອງອາຊີບຊາວສວນ

ຄວາມສຳຄັນຂອງການຈັດຕັ້ງບ້ານຕໍ່ການປົກປ້ອງອາຊີບຊາວສວນ

ບ້ານຖ້ຳ ເມືອງຄູນ, ແຂວງຊຽງຂວາງ ເປັນພື້ນທີ່ທີ່ມີຄວາມອຸອົມສົມບູນດ້ານຊັບພະຍາກອນດິນທີ່ເໝາະສົມແກ່ການປູກຝັງ ຈຶ່ງກາຍເປັນແຫຼ່ງສະບຽງອາຫານອີກແຫ່ງໜຶ່ງຂອງປະເທດລາວ ພາຍໃນບ້ານມີທັງໝົດ 46 ຄອບຄົວ ແລະ ມີພື້ນທີ່ການປູກຝັງຈຳນວນ 25 ເຮັກຕາ ປະຊາຊົນສ່ວນໃຫຍ່ມີອາຊີບເປັນຊາວກະສິກອນປູກຜັກ ແລະ ລ້ຽງສັດເພື່ອຂາຍເປັນສິນຄ້າ. ຍ້ອນເປັນພື້ນທີ່ທີ່ອຸດົມສົມບູນ ແລະ ມີນ້ຳໃຊ້ພຽງພໍຕະຫຼອດປະຊາຊົນຈຶ່ງສາມາດປູກຜັກໄດ້ທຸກລະດູການ ດ້ວຍເຫດນີ້ການເຂົ້າມາເຊົ່າດິນຈາກປະຊາຊົນທ້ອງຖິ່ນອື່ນ ແລະ ຈາກຕ່າງປະເທດເພີ່ມຂຶ້ນເພື່ອເຂົ້າມາປູກຜັກຂາຍສູ່ຕະຫຼາດໃນແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ,​ປາກຊັນ ແລະ ຫຼວງພະບາງ.

ສະນັ້ນເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບແກ່ອາຊີບຂອງປະຊາຊົນໃນພື້ນທີ່ຈາກການເຂົ້າມາເຊົ່າດິນ ນາຍບ້ານ, ອົງການຈັດຕັ້ງບ້ານ ພ້ອມດ້ວຍປະຊາຊົນຈຶ່ງໄດ້ຮ່ວມກັນປຶກສາຫາລືເພື່ອວາງກົດລະບຽບຂັ້ນບ້ານສຳລັບຜູ້ທີ່ຈະເຂົ້າມາເຊົ່າດິນ ເພື່ອປ້ອງກັນບໍ່ໃຫ້ມີຜົນກະທົບຕ່າງໆຕໍ່ປະຊາຊົນພາຍໃນບ້ານ ເປັນຕົ້ນແມ່ນຜົນກະທົບທາງດ້ານເສດຖະກິດໂດຍສະເພາະແມ່ນການຍາດແຍ່ງທາງດ້ານການຕະຫຼາດ ຈຶ່ງໄດ້ວາງເງື່ອນໄຂຄື: ຜູ້ທີ່ຈະມາເຊົ່າດິນຈະຕ້ອງບໍ່ປູກຜັກຊະນິດດຽວກັບປະຊາຊົນພາຍໃນບ້ານປູກ ແລະ ຫ້າມບໍ່ໃຫ້ໃຊ້ສານເຄມີເດັດຂາດ ການປະຕິບັດເງື່ອນໄຂດັ່ງກ່າວແມ່ນຈະມີສົ່ງພະນັກງານຈາກຫ້ອງການສິ່ງແວດລ້ອມເມືອງງມາກວດກາສານຕົກຄ້າງຕ່າງໆພາຍໃນສວນຜັກ.

ປະຫວັດຄວາມເປັນມາຂອງການເຊົ່າດິນ

ນັບແຕ່ປີ 2018 ມີນັກລົງທືນຊາວຈີນໄດ້ເຂົ້າມາເຊົ່າທີ່ດິນ ໂດຍອໍານາດການປົກຄອງຂັ້ນເມືອງເປັນຜູ້ແນະນາໍມາ ຫຼັງຈາກນັ້ນຈຶ່ງໄດ້ມາພົວພັນຂັ້ນບ້ານ ໂດຍມີທ່ານເຈົ້າເມືອງເມືອງຄູນ ຮວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການສິ່ງແວດລ້ອມເມືອງ ແລະ ຫ້ອງການການຄ້າເມືອງ, ຫ້ອງການທີ່ດິນ, ພ້ອມດ້ວຍໜ່ວຍພັກຮາກຖານ, ນາຍບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນສະມາຊິກບ້ານເຂົ້າຮ່ວມໃນການຕັດສິນໃຈໃຫ້ເຊົ່າທີ່ດິນ, ໂດຍນັກລົງທຶນໄດ້ສະເໜີເຊົ່າດິນເປັນເວລາ 20 ປີ ໃນເນື້ອທີ່ດິນລວມບ້ານຈໍານວນ 2 ເຮັດຕາ ແລະ ດິນປະຊາຊົນພາຍໃນບ້ານປະມານ 3 ເຮັກຕາ ໂດຍມີຈຸດປະສົງການນຳໃຊ້ດິນເປົ່າວ່າງໝຸນໃຊ້ໃຫ້ກາຍເປັນທຶນ ແລະ ສ້າງລາຍຮັບຈາກການເຊົ່າພື້ນທີ່ໃຫ້ປະຊາຊົນໃນເຂດນັ້ນໄດ້ນາໍອີກ ໂດຍໃນປີທາໍອິດຈະໄດ້ຄ່າເຊົ່າດິນຈໍານວນ 500,000 ກີບ/ເຮັດຕາ/ປີ ສຳລັບປີຕໍ່ໄປແມ່ນຈະຈ່າຍ 3,000,000 ກີບ/ເຮັດຕາ/ປີ ໂດຍຜູ້ເຊົ່າຈະຈ່າຍເງິນປີລະ 1 ຄັ້ງ, ເພື່ອປະຕິບັດຕາມກົດລະບຽບຂອງບ້ານດັ່ງນັ້ນຜູເຊົ່າຈຶ່ງໄດ້ຕົກລົງໃຫ້ນັກລົງທຶນ ບໍ່ປູກຜັກຊະນິດດຽວກັນກັບຊາວບ້ານປູກ ແລະ ໄດ້ຕົກລົງວ່າພວກເຂົາຈະປູກຜັກຈຳພວກຫມາກເຜັດ, ຫມາກເລັ່ນ, ຫມາກເຂືອ, ຜັກຫອມແພບ, ຫມາກອຶເປັນຕົ້ນຕົ້ນ… ເພື່ອປ້ອນຕະຫຼາດໃນນະຄອນຫຼວງວຽງຈັນ (ຕະຫຼາດອົດຊີ). ສ່ວນງົບປະມານທີ່ໄດ້ຈາກການເຊົ່າດິນລວມຂອງບ້ານ ແມ່ນຈະນໍາໃຊ້ເຂົ້າໃນການສ້ອມແປງວັດວາອາຮາມ ແລະ ນໍາໃຊ້ສ້ອມແປງຫ້ອງການບ້ານ ສ່ວນເງິນທີ່ເຫຼືອແມ່ນຈະນໍາເຂົ້າກອງທຶນ ບ້ານເພື່ອນາໍໃຊ້ໃນເວລາທີ່ມີຄວາມຈໍາເປັນ ໃນການໃຊ້ຈ່າຍອື່ນໆເຊັ່ນ: ຈັດຊື້ອຸປະກອນ, ການສ້ອມແປງສິ່ງຕ່າງໆພາຍໃນບ້ານ.

ນອກຈາກຈະມີນັກລົງທຶນຈາກຈີນແລ້ວຕໍ່ມາໄດ້ມີປະຊາຊົນໃນເຂດເມືອງແປກໄດ້ເຂົ້າມາເຊົ່າທີ່ດິນຂອງປະຊາຊົນໃນບ້ານຖ້ໍາ ເພື່ອທໍາການຜະລິດ ເນື່ອງຈາກວ່າພວກເຂົາບໍ່ມີພື້ນທີ່ພຽງພໍທີ່ເຫມາະສົມແກ່ການປູກ ແລະ ບໍ່ມີແຫຼ່ງນ້ໍາເພື່ອນໍາໃຊ້ເຂົ້າໃນການຜະລິດ ສຳລັບການເຂົ້າມາເຊົ່ານັ້ນພວກເຂົາສາມາດປູກສະເພາະຜັກກາດຂາວເທົ່ານັ້ນ ໂດຍບໍ່ສາມາດປູກພືດຊະນິດທີ່ ຊາວບ້ານໃນເຂດນັ້ນປູກໄດ້ເປັນຕົ້ນແມ່ນຜັກກະຫຼ່ຳປີ, ຜັກກາດຕີນຫມີ, ຫອມປ້ອມ, ຫມາກຖົ່ວ, ສາລີ…

ບົດຮຽນການຈັດຕັ້ງປະຕິບັດທີ່ດີ

ເພື່ອອຳນວຍຄວາມສະດວກໃນການຈະເລີນເຕີບໂຕ ທາງດ້ານເສດຖະກິດ ສະນັ້ນການເຊົ່າສຳປະທານ ຫຼື ການສຳປະທານທີ່ດິນສາມາດສ້າງລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນໄດ້. ແຕ່ເຖິງຢ່າງໃດກໍຕາມການໃຫ້ເຊົ່າ ແລະ ສຳປະທານດິນສາມາດກໍ່ໃຫ້ເກີດຜົນກະທົບຕໍ່ເສດຖະກິດ – ສັງຄົມ ແລະ ສິ່ງແວດລ້ອມໄດ້ຫາກບໍ່ໄດ້ຮັບການຄຸ້ມຄອງ ແລະ ວາງກົດລະບຽບຢ່າງລະອຽດ.

ເພື່ອຫຼີກລ່ຽງຜົນກະທົບທີ່ຈະເກີດຂຶ້ນໃນອານາຄົດການວາງກົດລະບຽບຂັ້ນບ້ານເປັນອີກໜຶ່ງວິທີການທີ່ສາມາດສ້າງຂຶ້ນເອງໄດ້ບົນພື້ນຖານຄວາມສະໝັກໃຈຂອງປະຊາຊົນພາຍໃນບ້ານ

ກົດລະບຽບການເຊົ່າດິນຂອງບ້ານມີດັ່ງນີ້:

  • ຫ້າມຜູ້ເຊົ່າດິນສ້າງຜົນກະທົບທາງດ້ານສິ່ງແວດລ້ອມເປັນຕົ້ນແມ່ນການນໍາໃຊ້ຢາ ຫຼື ສານເຄມີເຂົ້າໃນການປູກພືດຜັກ ເພື່ອຫຼີກລ່ຽງສານເຄມີຕົກຄ້າງພາຍໃນດິນ ແລະ ຮົ່ວຊຶມລົງໃນນ້ຳ ແລະ ອາກາດທີສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນເຂດນັ້ນ.
  • ຫ້າມຜູ້ເຊົ່າດິນຕັດໄມ້-ທາໍລາຍປາໃນເຂດໃກ້ຄຽງ.
  • ຫ້າມຜູ້ເຊົ່າດິນປູກພືດຊະນິດດຽວກັບທີ່ຊາວບ້ານພາຍໃນບ້ານປູກ ເພື່ອບໍ່ໃຫ້ມີການຍາດແຍ່ງຕະຫຼາດຂອງປະໍາຊົນພາຍໃນບ້ານ ແລະ ບໍ່ໃຫ້ເກີດຜົນກະຕໍ່ລາຄາຂອງຜົນຜະລິດໃນກໍລະນີທີ່ມີສິນຄ້າຈາໍນວນຫຼາຍ.

ປັດໃຈອາໍນວຍຄວາມສະດວກ

– ປັດໃຈທີ່ອໍານວຍຄວາມສະດວກໃນການເຊົ່າທີ່ດິນຂອງບ້ານຖ້ໍາ ແມ່ນໄດ້ຮັບການຮ່ວມມືຈາກພາກລັດທີ່ກ່ຽວຂ້ອງມາຊ່ວຍໃຫ້ແນວທາງໃນການໂອ້ລົມ ແລະ ວາງເງື່ອນໄຂໃນການເຮັດສັນຍາເຊົ່າທີ່ດິນເປັນຢ່າງດີ. ່

 ກ. ກໍລະນີການເຊົ່າດິນລວມຂອງບ້ານ: ການເຊົ່າດິນລວມບ້ານແມ່ນໄດ້ມີການປຶກສາຫາລືຮ່ວມກັບຫຼາຍພາກສ່ວນເປັນຕົ້ນແມ່ນ ຫ້ອງການປົກຄອງເມືອງ ເມືອງຄູນ ແລະ ພະນັກງານຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄູນ, ຫ້ອງການສິ່ງແວດລ້ອມເມືອງ ແລະ ຫ້ອງການການຄ້າເມືອງ, ຫ້ອງການທີ່ດິນ, ພ້ອມດ້ວຍຫນ່ວຍພັກຮາກຖານ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມປຶກສາຫາລືນາໍກັນ.

ກໍລະນີເຊົ່າດິນປະຊາຊົນພາຍໃນບ້ານ: ການເຊົ່າດິນປະຊາຊົນພາຍໃນບ້ານແມ່ນໄດ້ມີການປຶກສາຫາລືຮ່ວມກັນລະຫວ່າງເຈົ້າຂອງດິນ ແລະ ຜູ້ເຊົ່າດິນ ທັງມີອໍານາດການປົກຄອງບ້ານເຂົ້າຮ່ວມປຶກສາຫາລືຮ່ວມກັນ ໂດຍຜູ້ມາເຊົ່າດິນຕ້ອງນໍາໃຊ້ກົດລະບຽບລວມຂອງບ້ານວາງອອກ.

-ອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານໄດ້ເອົາໃຈໃສ່ເປັນຢ່າງດີໃນການເຂົ້າຮ່ວມວາງກົດລະບຽບໃນການເຊົ່າດິນຂອງບ້ານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຂົາເອງ ທັງຍັງຕິດຕາມສອດແນມເບິ່ງການ ປະພຶດຂອງຜູ້ເຂົ້າມາເຊົ່າດິນ ເພື່ອຫຼີກລ້ຽງການນາໍໃຊ້ສາເຄມີ ຫຼື ລັກລອບປູກພືດຜັກທີ່ທາງບ້ານໄດ້ເຮັດຂໍ້ຫ້າມໄວ້. ນອກຈາກນັ້ນ, ເນື້ອໃນສັນຍາສັນຍາເຊົ່າທີ່ດິນກໍ່ເປັນປັດໃຈຫນຶ່ງທີ່ເຮັດໃຫ້ການເຊົ່າທີ່ດິນໄດ້ຮັບຄວາມເປັນທາໍ ແລະ ຫຼີກລ່ຽງບັນຫາທີ່ຈະເກີດຂື້ນ.

ບົດຮຽນທີ່ຖອດຖອນໄດ້

ທ່ານ ມິດທະພັນ ທຸມມະວົງ ນາຍບ້ານບ້ານຖ້ຳກ່າວວ່າ : “ການເຊົ່າທີ່ດິນເພື່ອທຳການຜະລິດກະສິກໍານັ້ນ ຜູ້ທີ່ໃຫ້ເຊົ່າທີ່ດິນຄວນຄຳນຶງເຖິງສິດ ແລະ ຜົນປະໂຫຍດຂອງຊາວບ້ານພາຍໃນບ້ານກ່ອນ ແລະ ຜົນກະທົບທີ່ຈະເກີດຂື້ນໃນອານາດຄົດ ເພື່ອຫຼີກລ່ຽງບັນຫາ ແລະ ຂໍ້ຂັດແຍ່ງທີ່ຈະເກີດຂື້ນເຊັ່ນ: ບັນຫາສິ່ງແວດລ້ອມ, ເສດຖະກິດ – ສັງຄົມ…” ຖ້າພວກເຮົາສາມາດປະຕິບັດຕາມເງື່ອນໄຂທີ່ໄດ້ຕົກລົງກັນທຸກຝ່າຍກໍຈະໄດ້ຮັບຜົນປະໂຫຍດຮ່ວມກັນຢ່າງແນ່ນອນ.

ສິ່ງທ້າທາຍທີ່ມັກເກີດຂື້ນຈາກການເຊົ່າດິນ

  • ດ້ານສິ່ງແວດລ້ອມ: ຜົນກະທົບຕໍ່ຄຸນນະພາບຂອງດິນ, ແຫຼ່ງນ້ຳລວມໄປເຖິງການຕັດໄມ້ທໍາລາຍປ່າ ແລະ ການນຳໃຊ້ສານເຄມີເຂົ້າໃນການກະສິກໍາ.
  • ດ້ານເສດຖະກິດ: ມີຄູ່ແຂ່ງທາງດ້ານຕະຫຼາດຈໍາຫນ່າຍສິນຄ້າ, ລາຄາສິນຄ້າ….
  • ດ້ານສັງຄົມ: ມີຂໍ້ຂັດແຍ່ງທີ່ຈະເກີດຂຶ້ນເປັນຕົ້ນແມ່ນບັນຫາເນື້ອທີ່ດິນໃກ້ຄຽງທີ່ໄດ້ຮັບຜົນກະທົບຈາກການຂຸດ-ໄຖສວນ, ຄວາມຂັດແຍ່ງກ່ຽວກັບການນາໍໃຊ້ຊັບ ພະຍາກອນພາຍໃນທ້ອງຖິ່ນເປັນຕົ້ນແມ່ນແຫຼ່ງນ້ໍາລວມຂອງບ້ານ. ນອກຈາກນັ້ນ, ບັນຫາໄລຍະເວລາການເຊົ່າ ຫຼື ສາໍປະທານທີ່ດິນທີ່ດົນເກີນໄປອາດມີຂໍ້ຂັດແຍງເກີດຂື້ນໃນອານາຄົດໄດ້.

ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາທາງບ້ານຖ້ຳໄດ້ພົບບັນຫາຈາກການເຊົ່າດິນຈາໍນວນຫນຶ່ງ ໂດຍທາງບ້ານໄດ້ມີວິທີທາງໃນການແກ້ໄຂດັ່ງນີ້:

  • ບັນຫາການປູກພືດຊະນິດດຽວກັບຊາວບ້ານປູກ ແລະ ການລັກລອບນຳໃຊ້ສານເຄມີ: ໃນໄລຍະຜ່ານມາມີຜູ້ເຊົ່າດິນຈາໍນວນຫນຶ່ງໄດ້ລັກລອບປູກພືດຊະນິດດຽວກັນກັບທີ່ຊາວບ້ານປູກ ແລະ ນຳໃຊ້ເຄມີ ເມື່ອເກີດກໍລະນີດັ່ງກ່າວ ນາຍບ້ານຈຶ່ງໄດ້ຕັກເຕືອນ ແລະ ແຈ້ງບໍ່ໃຫ້ປູກພືດຊະນິດດຽວກັນກັບຊາວບ້ານພາຍໃນບ້ານປູກ ເພື່ອບໍ່ໃຫ້ມີການຍາດແຍ່ງຕະຫຼາດຂອງຄົນພາຍໃນບ້ານ ແລະ ປ້ອງກັນຜົນກະທົບທາງດ້ານລາຄາຂອງຜົນຜະລິດ ແລະ ຫ້າມບໍ່ໃຫ້ມີການນຳໃຊ້ສານເຄມີພາຍໃນບ້ານ.
  • ບັນຫາດິນເຊາະເຈື່ອນ: ການໄຖດິນສວນຂອງຜູ້ເຊົ່າດິນເຮັດໃຫ້ດິນໄຫຼເຈື່ອນໄປໃສ່ສວນທີ່ໃກ້ຄຽງກໍ່ໃຫ້ມີຂໍ້ຂັດແຍ່ງເກີດຂື້ນ ລະຫວ່າງຜູ້ເຊົ່າດິນ ແລະ ປະຊາຊົນເຂດໃກ້ຄຽງ.. ສະນັ້ນອຳນາດການປົກຄອງບ້າານຈຶ່ງໄດ້ເຂົ້າຕັກເຕືອນ ພ້ອມປັບໃໝເງິນຈາໍນວນຫນຶ່ງກັບຜູ້ເຊົ່າດິນ ເພື່ອເປັນການຊົດເຊີຍຄ່າເສຍຫາຍແກ່ຜູ້ໄດ້ຮັບຜົນກະທົບ.

ຜົນປະໂຫຍດຈາກການເຊົ່າດິນ

  • ສຳລັບຜູ້ທີ່ມີທີ່ດິນຫຼາຍແຕ່ບໍ່ໄດ້ນຳໃຊ້ ສາມາດຫັນປ່ຽນຈາກດິນເປົ່າຫວ່າງໃຫ້ກາຍເປັນທຶນໄດ້.
  • ຜູ້ທີ່ມີທ່າແຮງໃນການເຮັດກະສິກາໍແຕ່ຂາດພື້ນທີ່ທໍາມາຫາກິນ, ຂາດແຫຼ່ງນ້ໍາກໍ່ສາມາດເຂົ້າມາເຊົ່າທີ່ດິນທໍາການຜະລິດເພື່ອສ້າງລາຍຮັບເຂົ້າໃນຄອບຄົວໄດ້.
  • ເງິນທີ່ໄດ້ຈາກການເຊົ່າດິນລວມຂອງບ້ານຍັງສາມາດເອົາໄປສ້ອມແປງສະຖານທີ່ລວມຂອງບ້ານເຊັ່ນ: ການບູລະນະວັດ, ຫ້ອງການບ້ານ ແລະ ຄ່າໃຊ້ຈ່າຍທີ່ຈາໍເປັນພາຍໃນບ້ານ.
  • ຊາວບ້ານໃນເຂດໃກ້ຄຽງມີລາຍຮັບຈາກການຮັບຈ້າງອອກແຮງງານເຮັດສວນຜັກໃຫ້ຊາວຈີນທີ່ມາເຊົ່າດິນຢູ່ໃນບ້ານ. ນອກນັ້ນ, ຍັງໄດ້ຮັບບົດຮຽນ-ເຕັກນິກໃຫມ່ໆໃນປູກຜັກນາອີກ ຕົວຢ່າງ: ຊາວບ້ານທີ່ຢູ່ເມືອງແປກ ໄດ້ບົດຮຽນຈາກການຮັບຈ້າງແຮງງານປູກຜັກເຮັດສວນໃຫ້ຊາວຈີນທີ່ມາເຊົ່າດິນໃນເຂດນັ້ນ ຫຼັງຈາກນັ້ນພວກເຂົາສາມາດເອົາບົດຮຽນໃນການປູກມາປູກເປັນທຸລະກິດຂອງພວກເຂົາເອງໄດ້.

ຂໍ້ແນະນາໍສໍາລັບຜູ່ທີ່ສົນໃຈໃຫ້ເຊົ່າ ຫຼື ສາໍປະທານທີ່ດິນເພື່ອທໍາການຜະລິດກະສິກາໍຄວນຄຳນຶງເຖິງປັດໃຈດັ່ງນີ້:

  • ຄວນມີເອກະສານສັນຍາເຊົ່າທີ່ດິນລະຫວ່າງຜູ້ເຊົ່າ-ຜູ້ໃຫ້ເຊົ່າ-ພະຍານຢັ້ງຢືນເປັນຕົ້ນແມ່ນ: ນາຍບ້ານ ຫຼື ອາໍນາດການປົກຄອງທ້ອງຖິ່ນ ແລະ ລວມໄປເຖິງການຈົດທະບຽນສານທີ່ຢູ່ໃນເມືອງ ຫຼື ແຂວງນັ້ນໆກ່ອນເພື່ອຫຼີກລຽງບັນຫາຂໍ້ຂັດແຍ່ງທີ່ຈະເກີດຂື້ນໃນພາຍຫຼັງ.
  • ຖ້າເຊົ່າດິນຈາໍນວນຫຼາຍຜູ້ເຊົ່າທີ່ດິນຄວນມີບົດວິພາກເສດຖະກິດຕິດຂັດມານຳ.
  •  ເນື້ອໃນສັນຍາຄວນລະບຸ ຊື່, ເບີໂທ, ທີ່ຕັ້ງ, ເນື້ອທີ, ໄລຍະເວລາໃນການເຊົ່າ, ການຈ່າຍເງິນ, ຂໍ້ຫ້າມ ແລະ ການຊົດເຊີຍຜົນກະທົບທາງດ້ານສິ່ງແວດລ້ອມ, ເສດຖະກິດ ແລະ ສັງຄົມຢາງລະອຽດໃນສັນຍາ.

ທ່ານ ມິດທະພັນ ທຸມມະວົງ ກ່າວຕື່ມວ່າ: ຖ້າບ້ານໃດມີນັກທຸລະກິດມາຕິດຕໍ່ເຊົ່າດິນເພື່ອເຮັດກະສິກຳໃນທີ່ດິນພາຍໃນບ້ານຂອງຕົນເອງ ຕ້ອງໄດ້ຄຳນຶງຜົນດີ ແລະ ຜົນເສຍທີ່ຈະມີຜົນກະທົບຕໍ່ປະຊາຊົນລວມເຖິງສິ່ງແວດລ້ອມພາຍໃນບ້ານ ສະນັ້ນອຳນາດປົກຄອງບ້ານ ແລະ ປະຊາຊົນຕ້ອງໄດ້ເອົາໃຈໃສ່ຮ່ວມມືກັນປຶກສາຫາລື, ວາງແຜນໃນການເຈລະຈາກັບຜູ້ທີ່ຈະເຂົ້າມາເຊົ່າທີ່ດິນຂອງຕົນເອງເພື່ອຈະບໍ່ເກີດມີບັນຫາຕ່າງໆຕາມມາ.

ທີ່ມາ: ເຄືອຄ່າຍຊາວກະສິກອນລາວ

Share