ປໍເທືອງພືດບຳລຸງດິນ

ອີກໜຶ່ງທາງເລືອກເພື່ອບຳລຸງດິນໃຫ້ອຸດົມສົມບູນ

ປໍເທືອງເປັນພືດໃນຕະກຸນຖົ່ວທີ່ນິຍົມປູກຫຼາຍສຳລັບເປັນປຸ໋ຍພືດສົດ ແລະ ໃຊ້ເປັນອາຫານງົວ, ຄວາຍ ລວມໄປເຖິງການປູກເພື່ອຄວາມສວຍງາມຕາມແຫຼ່ງທ່ອງທ່ຽວ ເຊິ່ງນິຍົມປູກຫຼາຍໃນຊ່ວງຕົ້ນລະດູຝົນ ກ່ອນການໄຖປົກ ຫຼື ເກັບກ່ຽວກ່ອນການປູກພືດຫຼັກ.

ປໍເທືອງມີຄຸນສົມບັດປູກໄດ້ງ່າຍ, ໃຫຍ່ໄວ, ທັງມີດອກທີ່ສວຍງາມ ຈຶ່ງກາຍເປັນອີກໜຶ່ງທາງເລືອກຂອງພືດຕະກຸນຖົ່ວ ທີ່ຊ່ວຍບຳລຸງດິນ ທັງຊ່ວຍຫຼຸດຕົ້ນທຶນ ແລະ ຊ່ວຍເພີ່ມຜົນຜະລິດ ໂດຍບໍ່ຕ້ອງເພິ່ງພາສານເຄມີ ຈຶ່ງເປັນການຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຜົນກະທົບຕໍ່ສຸຂະພາບຂອງຊາວສວນ.

ການນຳປໍເທືອງມາປູກເປັນພືດບຳລຸງດິນນັ້ນເມື່ອເຖິງເວລາເກັບກ່ຽວປໍເທືອງຈະກາຍເປັນປຸ໋ຍພືດສົດທີ່ໄດ້ຈາກການໄຖປົກ ເຊິ່ງປໍເທືອງ 1 ໄລ່ ອາຍຸ 50 ວັນ ຈະໃຫ້ປຸ໋ຍແກ່ດິນເທົ່າກັບປຸ໋ຍຢູເລຍສູດ 46-0-0 ຈຳນວນ 15 ກິໂລກຣາມ  ແຕ່ຖ້າໄຖປົກໃນຊ່ວງອອກດອກດິນໃນພື້ນທີ່ນັ້ນຈະໄດ້ຮັບປຸ໋ຍສູດ 18-24-60 ຈຳນວນ 20 ກິໂລກຣາມ/1ໄລ່

ປະໂຫຍດຂອງປໍເທືອງ:

  1. ປູກເພື່ອໄຖປົກໃຫ້ກາຍເປັນພືດປຸ໋ຍສົດ ເນື່ອງຈາກເປັນພືດຕະກຸນຖົ່ວທີ່ມີໄນໂຕເຈນສູງ ລວມເຖິງສານອາຫານອື່ນໆ.
  2. ປູກເປັນພືດຄຸມດິນ ເພື່ອປ້ອງກັນການພັງທະລາຍຂອງໜ້າດິນ.
  3. ປູກເປັນອາຫານສັດລ້ຽງປະເພດງົວ, ຄວາຍ ນອກນີ້ສ່ວນຂອງດອກ ແລະ ໃບຍັງສາມາດນຳມາເປັນອາຫານໝູກໍໄດ້.
  4. ການປູກເພື່ອນຳເອົາດອກມາຮັບປະທານ ສາມາດນຳມາຮັບປະທານແບບສົດໆ ຫຼື ນຳມາລວກກັບແຈ່ວກໍໄດ້ ລວມເຖິງເມນູຕ່າງໆເຊັ່ນ: ແກງ, ອ່ອມ…
  5. ລຳຕົ້ນສາມາດນຳມາເປັນວັດຖຸດິບໃນການຜະລິດເຈ້ຍ.
  6. ເປືອກຂອງລຳຕົ້ນສາມາດລອກໄດ້ ແລະ ຈັດເປັນເສັ້ນໄຍທີ່ມີຄວາມໜຽວສູງ ຈຶ່ງສາມາດນຳມາເປັນວັດຖຸດິບໃນການຜະລິດເຊືອກ.

ການປູກປໍເທືອງ:

ການປູກປໍເທືອງແມ່ນນິຍົມປູກໃນ 2 ລະດູ ຄືລະດູໜາວຫຼັງການເກັບກ່ຽວເຂົ້າ ເລີ່ມແຕ່ເດືອນພະຈິກ-ທັນວາ ແລະ ລະດູຝົນໃນຊ່ວງເດືອນສິງຫາ – ຕຸລາ ໃນນີ້ການປູກປໍເທືອງແມ່ນມີຫຼາຍຈຸດປະສົງທີ່ແຕກຕ່າງກັນໄດ້ແກ່:

  1. ປູກເພື່ອໄຖປົກໃຫ້ກາຍ ເປັນປຸ໋ຍພືດສົດ.
  2. ປູກເພື່ອໃຊ້ເປັນອາຫານສັດ.
  3. ປູກເພື່ອຄວາມສວຍງາມໃນສະຖານທີ່ທ່ອງທ່ຽວ.
  4. ປູກເພື່ອນຳດອກໄປຮັບປະທານ.

ການກະກຽມດິນປູກ

ກ່ອນປູກແມ່ນຕ້ອງໄດ້ໄຖພວນດິນຕາກແດດປະມານ 1-2 ອາທິດ.

ວິທີປູກ

  1. ການປູກແບບຫວ່ານ ນິຍົມໃຊ້ແນວພັນປະມານ 3-5 ກິໂລ/ໄລ່ ພ້ອມກັບຫວ່ານປຸ໋ຍເຄມີສູດ 15-15-15 ໃນອັດຕາ 20 ກິໂລ/ໄລ່ ແລະ ປຸ໋ຍຄອກຕາມຄວາມເໝາະສົມ ແລ້ວຈຶ່ງປົກດ້ວຍດິນບາງໆ ທັງນີ້ເພື່ອເປັນການປະຢັດຕົ້ນທຶນກໍບໍ່ຕ້ອງໃຊ້ປຸ໋ຍເຄມີກໍໄດ້.
  2. ການປູກດ້ວຍການໂຮຍເປັນແຖວ ໂດຍລະຫວ່າງແຖວປະມານ 60-100 ຊັງຕີແມັດ.
  3. ການປູກເປັນຂຸມຈະມີໄລຍະຫ່າງລະຫວ່າງຂຸມ ແລະ ແຖວປະມານ 50×100 ຊັງຕີແມັດ ຫຼື ອາດຈະປັບຕາມຄວມຕ້ອງການກໍໄດ້.

ການໃຫ້ນ້ຳ:

ການໃຫ້ນ້ຳຕ້ອງລະມັດລະວັງບໍ່ໃຫ້ຫຼາຍເກີນໄປ ຫາກໃຫ້ນ້ຳຖ້ວມຂັງແປງປູກເກີນ 2 ມື້ ປໍເທືອງຈະເນົ່າຕາຍໄດ້ງ່າຍ ຫາກມີນ້ຳຖ້ວມຂັງຄວນປ່ອຍອອກທັັນທີ ປົກກະຕິຫາກປູກຫຼັງການເກັບກ່ຽວເຂົ້າ ດິນຈະມີຄວາມຊຸ່ມຊື່ນພຽງພໍຕະຫຼອດໄລຍະການເຕີບໂຕຈົນເຖິງການໄຖປົກເປັນປຸ໋ຍພືດສົດ ຫຼື ຫາກມີຝົນຕົກ ກໍສາມາດຊ່ວຍໃຫ້ປໍເທືອງຈະເລີນເຕີບໂຕຈົນເຖິງໃຫ້ຜົນຜະລິດ ແລະ ເກັບກ່ຽວໄດ້.

ການກຳຈັດສັດຕູພືດ:

ຫຼັັງຈາກການຫວ່ານເມັດ ແລະ ລຳຕົ້ນຈະເລີນເຕີບໂຕແລ້ວຂ້ອນຂ້າງດີຈະບໍ່ມີສັດຕູພືດອື່ນເກີດຂຶ້ນ ເພາະຕົ້ນປໍເທືອງສາມາດເຕີບໂຕໄວວາ ແລະ ສາມາດຄຸມໜ້າດິນໄດ້ດີ ຫາກມີສັດຕູພືດອື່ນກໍສາມາດຖອນອອກເປັນໄລຍະໄດ້ ແຕ່ຫາກປູກເພື່ອໄຖປົກເປັນປຸ໋ຍພືດສົດກໍບໍ່ຈຳເປັນຕ້ອງຖອນເລີຍ.

ການເກັບກ່ຽວ:

ຫຼັງການປູກ 50-60 ວັນ ປໍເທືອງຈະເລີ່ມອອກດອກ ເຊິ່ງສາມາດເກັບດອກມາຮັບປະທານໄດ້ ສ່ວນການປູກເພື່ອເກັບກ່ຽວຝັກແມ່ນປະມານ 120 -150 ວັນ ຈະໃຫ້ຜົນຜະລິດປະມານ 80-150 ກິໂລ/ໄລ່, ສ່ວນການເກັບລຳຕົ້ນເພື່ອເປັນອາຫານສັດແມ່ນຈະເກັບກ່ຽວໃນໄລຍະອອກດອກ ເຊິ່ງມັນສາມາດໃຫ້ນ້ຳໜັກປະມານ 3 ໂຕນ/ໄລ່ ແລະ ນ້ຳໜັກແຫ້ງຈະຢູ່ທີ່ 500 – 850 ກິໂລ/ໄລ່.

ທີ່ມາ:http://r01.ldd.go.th/spb/News61/FieldDayDANCHANG/KMPortung.pdf

 

Share