Skip to content
ລາວ
English
Facebook-f
Youtube
X-twitter
Envelope
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
X
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ຊະນິດພັນ
ນັກຊີວະນາໆພັນກະສິກຳຕົວແບບ
ຫໍສະໝຸດ
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
ກ່ຽວກັບພາເຂົ້າລາວ
ຊີວະນາໆພັນກະສິກຳແມ່ນຫຍັງ?
ທີມງານຂອງພວກເຮົາ
ຄູ່ຮ່ວມງານ ແລະ ຜູ້ປະກອບສ່ວນ
ປະກອບສ່ວນຄຳຄິດເຫັນເພີ່ມເຕີມ
X
Home
»
ເລື່ອງເລົ່າ
»
ຜັກ ແລະ ໝາກໄມ້ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ
ຜັກ ແລະ ໝາກໄມ້ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ
Last updated on September 16, 2025
(first published: September 16, 2025)
by Bouavone
ສຸຂະພາບ
ໝາກໂມ
ໝາກໄມ້ໜ້າຮ້ອນຊ່ວຍເຕີມສີສັນເພີ່ມຄວາມສົດຊື່ນ ຮັບປະທານໄດ້ງ່າຍ ມີກົດອະມີໂນ ຊະນິດ L-Citrulline ຊຶ່ງເປັນກົດອະມິໂນທີ່ຊ່ວຍເຮັດໃຫ້ເລືອດຂະຫຍາຍຕົວ ສົ່ງຜົນເຮັດໃຫ້ເລືອດໝູນວຽນໄດ້ດີ, ແຕ່ເຖິງຢ່າງໃດກໍດີ ການຮັບປະທານຄວນໃຫ້ພໍເໝາະ ຫາກຫຼາຍເກີນໄປກໍອາດຈະສົ່ງຜົນຕໍ່ຄົນທີ່ມີພະຍາດປະຈຳຕົວເຊັ່ນ: ເບົາຫວານ ເພາະອາດເຮັດໃຫ້ລະດັບນໍ້າຕານໃນເລືອດສູງ
ໝາກລະແຊ່ງ:
ໝາກລະແຊ່ງ ມີສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດທີ່ຊ່ວຍໃຫ້ຫຼອດເລືອດເຮັດວຽກໄດ້ຢ່າງມີປະສິດທິພາບ
ໝາກພິລາ:
ໝາກພິລາມີສານກະຕຸ້ນໃຫ້ຮ່າງກາຍສາມາດຜະລິດສານ Nitric oxide ຊຶ່ງເປັນສານທີ່ຊ່ວຍເຮັດໃຫ້ຫຼອດເລືອດເກີດການຂະຫຍາຍຕົວ ດັ່ງນັ້ນກະແສເລືອດຈຶ່ງໄຫຼວຽນທົ່ວຮ່າງກາຍໄດ້ຢ່າງສະດວກຫຼາຍຂຶ້ນ.
ແກ່ນບົວ:
ມີສັບພະຄຸນຊ່ວຍຄົງຄວາມສົມດຸນຂອງລະດັບຄວາມດັນເລືອດໃນຮ່າງກາຍ ຊວຍກະຕຸ້ນການເຮັດວຽກຂອງຫົວໃຈ ແລະ ບໍາລຸງເສັ້ນເລືອດ ທີ່ສໍາຄັນຍັງມີປະສິດທິພາບຊ່ວຍໃນການຂະຫຍາຍຫຼອດເລືອດ ຈຶ່ງເພີ່ມການໝູນວຽນເລືອດໄປລ້ຽງຫົວໃຈໄດ້ດີຫຼາຍຂຶ້ນ.
ກະລໍາດອກ:
ກະລໍາດອກອຸດົມໄປດ້ວຍວິຕາມິນຊີ ຊຶ່ງເປັນວິຕາມິນທີ່ມີສ່ວນຊ່ວຍໃນການໝຸນວຽນຂອງເລືອດ ສົ່ງເສີມໃຫ້ເລືອດໃນຮ່າງກາຍໄຫຼວຽນໄດ້ດີ ອີກຍັງຊ່ວຍບໍາລຸງຄວາມແຂງແຮງຂອງຫຼອດເລືອດຫົວໃຈ ແລະ ບໍາລຸງຈຸລັງເຈ້ຍຫຸ້ມຫຼອດເລືອດອີກດ້ວຍ.
ໝາກເຜັດ:
ຊ່ວຍຫຼຸດການຫົດຕົວຂອງເສັ້ນເລືອດ, ຊ່ວຍຫຼຸດການຈັບກຸ່ມຂອງເກັດເລືອດ ແລະ ຊ່ວຍຫຼຸດການສ້າງໄຂມັນໂດຍການໄປຢັບຢັ້ງການດູດຊຶມໄຂມັນໃນເສັ້ນເລືອດ ດັ່ງນັ້ນຈຶ່ງຖືກຈັດເປັນອາຫານທີ່ຊ່ວຍກະຕຸ້ນໃນການໄຫຼວຽນຂອງເລືອດໄດ້ຢ່າງມີປະສິດທິພາບ.
ກະທຽມ:
ມີສານທີ່ຊ່ວຍຫຼຸດຄາບພັດ (ແຜ່ນຄາບຈຸລິນຊີທີ່ເກີດຈາກແບັດທີເລຍ) ທີ່ຢູ່ໃນຜະຫນັງຫຼອດເລືອດ ຈຶ່ງສົ່ງຜົນເຮັດໃຫ້ລະບົບໝູນວຽນຂອງເລືອດເກີດຄວາມຄ່ອງຕົວຫຼາຍຂຶ້ນ ໃນນີ້ແນະນໍາໃຫ້ກິນກະທຽມສົດ 2-3 ກີບເປັນປະຈໍາໃນແຕ່ລະມື້ຈະຊ່ອຍໃຫ້ເລືອດໄຫຼວຽນໄດ້ດີ.
ສົ້ມພໍດີ:
ມີສັບພະຄຸນທີ່ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ອຍຫຼຸດຄວາມດັນຂອງເລືອດ, ບໍາລຸງເລືອດໃຫ້ສາມາດໝຸນວຽນໄດ້ດີ ດັ່ງນັ້ນຫາກຮູ້ສຶກວ່າເລືອດໄຫຼວຽນບໍ່ດີ ແນະນໍາໃຫ້ດື່ມນໍ້າກະຈຽບແດງສົດທີ່ບໍ່ມີນໍ້າຕານ ຫຼື ປະສົມສານປຸງແຕ່ງອາຫານໃດໆ
Share
Prev
Previous
ແມງໄມ້ມີປະໂຫຍດແນວໃດຕໍ່ຮ່າງກາຍ?
Next
ມັນດ້າງໃຫ້ຄຸນປະໂຫຍດຫຼາຍກວ່າທີ່ຄິດ
Next
See also
10 อาหารกระตุ้นการไหลเวียนโลหิตได้อย่างมีประสิทธิภาพ
อาหาร+สมุนไพร 15 ชนิด กินกระตุ้นการไหลเวียนของโลหิต
10 อาหารบำรุงเลือด กินทุกวัน กระตุ้นการไหลเวียนเลือดได้ดีทุกวัน
Recent Stories
ການປູກຖົ່ວດິນ
August 25, 2025
ຢາໄລ່ແມງໄມ້ຊີວະພາບ
August 25, 2025
ສວນອິນຊີແບບປະສົມປະສານ
August 25, 2025
ການເຮັດຝຸ່ນບົ່ມ
August 25, 2025
ການປູກກາເຟກ້ອງຮົ່ມໄມ້
August 25, 2025