ພະຍາດຕຣີປາໂນໂຊມ(Trypanosomiasis) ຫຼື ຊື່ອື່ນທີ່ເພິ່ນມັກເອີ້ນຄື: ພະຍາດເລືອດຈາງ (Surra) ເຊິ່ງເກີດຈາກພະຍາດກາຝາກໃນເລືອດຊະນິດໜຶ່ງມີຊື່ວ່າ “ຕຣີປາໂນໂຊມ Trypanosoma spp.”, ເປັນເຊື້ອກາຝາກຈຸລັງດ່ຽວ (Protozoa) ທີ່ອາໄສຢູ່ນອກຈຸລັງເມັດເລືອດ (extracellular hemoprotozoan parasites). ກາຝາກຊະນິດນີ້ຈັດເຂົ້າຢູ່ໃນສະກຸນຂອງຕຣີປາໂນໂຊມ (genus Trypanosoma), ແຕ່ກໍມີເຊື້ອກາຝາກຕຣີປາໂນໂຊມຫລາຍຊະນິດ ທີ່ບໍ່ກໍ່ໃຫ້ເກີດພະຍາດກັບສັດທີ່ມີກະດູກສັນຫຼັງ (non-pathogenic species) ເຊັ່ນ: ປາ ແລະ ນົກ.
ໃນປີ 1843 ທ່ານ GRUBY ໄດ້ຄົ້ນພົບເຊື້ອກາຝາກຢູ່ນໍາປາໂຕໜຶ່ງ ແລະ ໄດ້ຕັ້ງຊື່ກາຝາກນີ້ຕາມການເຄື່ອນຍ້າຍຂອງມັນວ່າ Trypanosome ເພາະວ່າມັນເຄື່ອນຍ້າຍເໜັງຕີງແບບເປັນກຽວ ສະນັ້ນຄໍາວ່າ Trypanosome ຈຶ່ງໄດ້ ຊື່ມາຈາກຄໍາວ່າກຽວ (trypanosome = Screw).
ເຊື້ອຕຣີປາໂນໂຊມທີ່ກວດພົບຢູ່ນໍາສັດລ້ຽງແມ່ນ: Trypanosoma congo lense, Trypanosoma vivax, Trypanosoma brucei, Trypanosoma simiae ແລະ Trypanosoma evansi, ການຕິດຕໍ່ຂອງພະຍາດເກີດຈາກການກັດຂອງແມງວັນຊະນິດໜຶ່ງຊື່ວ່າ ເຈເຈ (Tsetse) ທີ່ມີເຊື້ອຢູ່ໃນໂຕຂອງມັນ. ແມງວັນຊະນິດນີ້ມີຮູບຮ່າງຄ້າຍຄືກັບແມງວັນເຫຼືອກທີ່ພົບເຫັນນໍາງົວ-ຄວາຍ ຢູ່ ສປປ ລາວ. ສຳລັບເຊື້ອ T. congolense, T. vivax ແລະ T. brucei ຖືເປັນເຊື້ອທີ່ກໍ່ໃຫ້ເກີດພະຍາດນໍາສັດປະເພດ ງົວ, ຄວາຍ, ແກະ ແລະ ແບ້. ເຊື້ອ T. simile ກວດພົບນໍາຫມູ ແລະ T. brucei ກວດພົບຢູ່ນໍາສັດປະເພດໝາ ແລະ ແມວ ນໍາອີກ. ອາການຂອງສັດທີ່ເປັນພະຍາດນີ້ ແມ່ນຈະມີອາການໄຂ້, ຈ່ອຍຜອມ, ລູກບໍ່ຂຶ້ນ, ຊັ້ນເຍື່ອເມືອກລ່າເຫລືອງ (ເລືອດຈາງ) ແລະ ມີນ້ໍາຕາໄຫຼເປັນຕົ້ນ.
ການກະຈາຍຂອງເຊື້ອກາຝາກຕຣີປາໂນປາໂນໂຊມທາງດ້ານພູມີສາດ
ເຊື້ອກາຝາກຕຣີປາໂນໂຊມ ກະຈາຍໄປທົ່ວທຸກແຫ່ງໃນໂລກ ເຊື້ອ T. congolense, T. vivax, T.brucei evansi ກະຈາຍໄປຫຼາຍປະເທດໃນເຂດເອີລົບ, ອາເມລິກາເໜືອ ແລະ ທະວີບໂອເຊອານີ, ສ່ວນເຊື້ອ T. vivax ກະຈາຍຢູ່ບັນດາປະເທດໃນເຂດອາເມລິກາລາຕິນ ແລະ ເຊື້ອ T. congolense ແລະ T. vivax ສ່ວນຫລາຍພົບເຫັນຢູ່ອາຟຣິກກາ. ສໍາລັບ ສປປ ລາວເຮົາກໍຄືບັນດາປະເທດໃນເຂດຕາເວັນອອກສ່ຽງໃຕ້ ທີ່ມີການລາຍງານກ່ຽວກັບກາຝາກຕຣີປາໂນໂຊມຊະນິດ T. brucei evansi.
ເສັ້ນທາງການຕິດຕໍ່ຂອງພະຍາດ
ວົງຈອນການຕິດຕໍ່ຂອງພະຍາດແມ່ນເລີ່ມຈາກແມງວັນເຈເຈທີ່ດູດກິນເລືອດສັດທີ່ມີເຊື້ອ Trypanosome ເຂົ້າໄປໃນໂຕຂອງມັນ ເມື່ອຢູ່ໃນໂຕຂອງແມງວັນ ເປືອກຫຸ້ມພາຍນອກຂອງໂຕກາຝາກ (surface Coat) ຈະໝົດໄປ ແຕ່ໄລຍະການຂະຫຍາຍໂຕຢູ່ໃນໂຕຂອງແມງວັນນັ້ນ ມັນຈະສາມາດສ້າງເປືອກຫຸ້ມພາຍນອກຂອງໂຕກາຝາກນັ້ນຂຶ້ນມາໃໝ່ ເພື່ອຊ່ວຍໃຫ້ມັນກາຍເປັນເຊື້ອກາຝາກທີ່ສົມບູນແບບ ແລະ ສາມາດກໍ່ໃຫ້ເກີດພະຍາດ (infective) ນຳສັດໄດ້.
ວົງຈອນທາງຊີວະຂອງການພັດທະນາເຊື້ອກາຝາກ ຕຣີປາໂນໂຊມສາມາດແບ່ງອອກເປັນສອງກຸ່ມ ຄື:
ກຸ່ມທີ 1 ເອີ້ນວ່າກຸ່ມ Stercoraria ເຊິ່ງພັດທະນາຂຶ້ນຢູ່ສ່ວນເທິງ (posterior) ຂອງລະບົບລະລາຍອາຫານຂອງແມງວັນ, ຕົວຢ່າງຂອງກຸ່ມເຊື້ອກາຝາກຕຣີປາໂນໂຊມ ທີ່ມີການພັດທະນາໂຕເອງຂຶ້ນໃນພາກສ່ວນນີ້ ລວມມີ ເຊື້ອ T. cruzi ເຊິ່ງເປັນເຊື້ອກາຝາກທີ່ສາມາດຢູ່ໄດ້ທັງໃນ ແລະ ນອກຈຸລັງເລືອດ ທັງເປັນໂຕກໍ່ໃຫ້ເກີດພະຍາດໝາກເຫຼືອງ (Chagas) ສໍາລັບຄົນເຮົາມີການລາຍງານການພົບເຫັນອາການພະຍາດດັ່ງກ່າວນີ້ ຢູ່ເຂດອາເມລິກາລາຕິນ.
ກຸ່ມທີ 2 ເອີ້ນວ່າກຸ່ມ Salivaria ເຊິ່ງເຊື້ອກາຝາກຕຣີປາໂນໂຊມ ໃນກຸ່ມນີ້ຈະຂະຫຍາຍຕົວຢູ່ໃນລະບົບລະລາຍອາຫານສ່ວນລຸ່ມ (anterior part) ຂອງແມງວັນເຈເຈ.
ສໍາລັບເຊື້ອ T. brucei, ເມື່ອຢູ່ໃນໂຕຂອງແມງວັນມັນຈະເຄື່ອນອອກຈາກລໍາໄສ້ຂອງແມງວັນໄປສູ່ພາກສ່ວນຫົວ ຂອງກະເພາະອາຫານ ແລ້ວກໍສືບຕໍ່ເຂົ້າໄປສູ່ອີກຈຸດໜຶ່ງທີ່ຢູ່ໃກ້ກັບຄໍຫອຍ ແລະ ສຸດທ້າຍກໍ່ຍ້າຍໄປສູ່ຕ່ອມນ້ໍາລາຍຂອງແມງວັນ. ສ່ວນ T. condolense ຈະຢຸດຢູ່ຈຸດກ້ອງທີ່ຮູຄໍ (hypopharynx) ແລະ ຈະບໍ່ເຄື່ອນໄປ ເຖິງຕ່ອມນ້ໍາລາຍ.
ວົງຈອນການຕິດຕໍ່ຂອງເຊື້ອ T.vivax ແມ່ນເກີດຢູ່ທີ່ງວງດູດເລືອດ (proboscis) ຂອງແມງວັນ. ວົງຈອນຊີວິດຂອງເຊື້ອ T vivax ເມື່ອຢູ່ໃນໂຕຂອງ ແມງວັນຈະໃຊ້ເວລາສັ້ນໆຄືປະມານໜຶ່ງອາທິດແຕ່ສໍາຫລັບເຊື້ອ T. brucei ຈະໃຊ້ເວລາດົນກ່ວາປະມານ 2-3 ອາທິດ.
ບັນດາເຊື້ອກາຝາກຕຣີປາໂນໂຊມທີ່ໄດ້ມີການພັດທະນາໂຕເອງຄົບຖ້ວນ ( Metacyclic form) ແລະ ພ້ອມແລ້ວຈະກໍ່ໃຫ້ເກີດພະຍາດໄດ້ນັ້ນຈະມາທ້ອນໂຮມກັນຢູ່ໃນຕ່ອມນ້ໍາລາຍຂອງແມງວັນເຈເຈ ເມື່ອໃດຫາກແມງວັນດັ່ງກ່າວໄປດູດເລືອດສັດມັນກໍຈະປ່ອຍເຊື້ອກາຝາກດັ່ງກ່າວນັ້ນ ເຂົ້າໃນໂຕສັດ.
ແມງວັນເຈເຈ (Tsetse) ຈັດເຂົ້າໃນຈໍາພວກ Glossina ເປັນຕົ້ນແມ່ນ: G. morsitans ເຊິ່ງມັກຈະພົບເຫັນໃນເຂດທົ່ງຫຍ້າຊາວັນນາ ໃນທະວີບອາຟຣິກກາ, G. fusca ອາໄສຢູ່ຕາມເຂດສູງທີ່ມີປ່າໄມ້ ເຊິ່ງທັງສາມຊະນິດລ້ວນແຕ່ສາມາດຖ່າຍເທເຊື້ອ Trypanosomes ໃສ່ສັດໄດ້ທັງນັ້ນ ແລະ ດູດເລືອດສັດລ້ຽງລູກດ້ວຍນ້ຳນົມເປັນອາຫານ.
ທາງດ້ານການຕິດຕໍ່ຂອງພະຍາດເພິ່ນສາມາດແບ່ງອອກເປັນ 2 ແບບດັ່ງນີ້:
ຕິດຕໍ່ແບບວົງຈອນ
ສັດຈະໄດ້ຮັບເຊື້ອພະຍາດເມື່ອແມງວັນເຈເຈດູດເລືອດສັດທີ່ເປັນພະຍາດຕຣີປາໂນໂຊມແລ້ວໄປກັດສັດໂຕອຶ່ນໆ ເຮັດໃຫ້ເກີດການແຜ່ກະຈາຍເຊື້ອພະຍາດອອກໃນສັດເປັນວົງກວ້າງ. ຫຼັງຈາກເຊື້ອກາຝາກນີ້ໄດ້ຜ່ານຂະບວນວິວັດໃນໂຕຂອງແມງວັນ ຈົນກາຍເປັນເຊື້ອຮ້າຍແຮງແລ້ວ ມັນຈະຮັກສາຄວາມຮ້າຍແຮງຂອງເຊື້ອຕຣີປາໂນໂຊມ ນີ້ໄວ້ໃນໂຕຂອງແມງວັນໄປຕະຫລອດຊີວິດຂອງມັນ ເຊິ່ງຂະບວນການນີ້ຈະໃຊ້ເວລາ ປະມານ 15-21 ວັນ. ການຕິດຕໍ່ຂອງພະຍາດແມ່ນເກີດຂຶ້ນໄດ້ ເມື່ອແມງວັນທີ່ຖືເຊື້ອຕຣີປາໂນໂຊມນັ້ນໄປດູດເລືອດສັດໂຕອຶ່ນ ມັນກໍຈະປ່ອຍເຊື້ອກາຝາກທີ່ມີຢູ່ນ້ໍາລາຍ.
ການຕິດຕໍ່ທາງແນວພັນ
ການຕິດຕໍ່ທາງແນວພັນແມ່ນການຕິດຕໍ່ໂດຍຜ່ານມົດລຸກ ແລະ ໃນເວລາສັດທີ່ເກີດລູກ T.brucei ສາມາດຕິດເຊື້ອໄດ້ໂດຍຜ່ານທາງປາກ, ໃນກໍລະນີຂອງສັດເກີດໃໝ່ອາດກືນກິນເລືອດ ຫຼື ຂອງແຫຼວອື່ນໆທີ່ປົນເປື້ອນກັບເຊື້ອກາຝາກດັ່ງກ່າວເຂົ້າໄປ. ນອກຈາກນັ້ນ, ສັດທີ່ກິນຊີ້ນເປັນອາຫານກໍສາມາດຕິດເຊື້ອພະຍາດຕຣີປາໂນໂຊມນີ້ໄດ້ ໂດຍການກິນສັດທີ່ເປັນພະຍາດດັ່ງກ່າວນີ້.
ການກໍ່ໃຫ້ເກີດພະຍາດ (Pathogenesis)
ແມງວັນເຈເຈ ທີ່ມີເຊື້ອຕຣີປາໂນໂຊມຢູ່ໃນໂຕຂອງມັນໄປດູດກິນເລືອດສັດຕົວອື່ນແລ້ວສີດເຊື້ອ ທີ່ຜ່ານຂະບວນການພັດທະນາໂຕຂອງມັນເອງທີ່ສົມບູນແບບນັ້ນ (Metacyclic trypan໐some) ເຂົ້າໃນຜິວໜັງຂອງສັດ, ໃນນີ້, ເຊື້ອ Trypan໐some ຈະໃຊ້ເວລາປະມານສອງສາມວັນເພື່ອຂະຫຍາຍໂຕຢູ່ໃນໜັງສັດ ແລະ ຈະເຮັດໃຫ້ບ່ອນທີ່ມັນຂະຫຍາຍໂຕຢູ່ນັ້ນພອງຂຶ້ນ (ເປັນຕຸ່ມ). ຈາກນັ້ນ, ມັນຈຶ່ງເຄື່ອນໄປຫາລະບົບຕ່ອມນ້ໍາເຫລືອງ (Lymph node) ແລະ ສຸດທ້າຍມັນກໍເດີນທາງໄປສູ່ກະແສເລືອດ. ເມື່ອມັນເຂົ້າເຖິງກະແສເລືອດແລ້ວ ມັນກໍດໍາເນີນການແຜ່ຂະຫຍາຍປະຊາກອນຂຶ້ນ ໂດຍການແບ່ງໂຕຂອງມັນອອກເປັນກໍາລັງສອງ, ຈາກໜຶ່ງຈຸລັງກາຍເປັນສອງຈຸລັງ ແລະ ຕໍ່ໆໄປ. T. congolense ຈະໄປຈັບຢູ່ຕາມຈຸລັງຊັ້ນໃນຂອງທໍ່ເສັ້ນເລືອດ (Endothelial cell) ຂອງເສັ້ນເລືອດຝອຍ ແລະ ເສັ້ນເລືອດນ້ອຍໆຂອງສັດ. ສ່ວນ T. brucei ແລະ T.vivax ສາມາດເຂົ້າທໍາລາຍເນື້ອເຍື່ອ ແລະ ເຮັດໃຫ້ເນື້ອເຍື່ອຂອງອະໄວຍະວະພາຍໃນຂອງສັດ.
ອາການຂອງພະຍາດ
ໄລຍະການຟັກເຊື້ອຂອງພະຍາດແມ່ນໃຊ້ເວລາປະມານ 1-4 ອາທິດ, ອາການຂອງພະຍາດຈະສະແດງອອກໃນລະດັບຮ້າຍແຮງ ຫຼື ບໍ່ດັ່ງນັ້ນມັນກໍຂຶ້ນຢູ່ກັບປະເພດ, ອາຍຸ ຂອງສັດທີ່ຕິດພະຍາດດັ່ງກ່າວ ແລະ ຂຶ້ນກັບຊະນິດຂອງເຊື້ອພະຍາດນໍາອີກ.
ອາການທໍາອິດຂອງສັດເມື່ອຕິດເຊື້ອມີຈະໄຂ້ເປັນໄລຍະ, ຊັ້ນເຍື່ອເມືອກມີສີມ້ານ ແລະ ນ້ໍາຫນັກກໍຫຼຸດລົງ, ສ່ວນຫຼາຍສັດປະເພດງົວມັກຈະສະແດງອາການຊໍາເຮື້ອ ແລະ ມີອັດຕາການຕາຍສູງໂດຍສະເພາະໃນກໍລະນີທີ່ສັດຂາດອາຫານ ຫຼື ປະເຊີນໜ້າກັບປັດໄຈກົດດັນຕ່າງໆ.
ອາການຂອງພະຍາດສາມາດແບ່ງອອກເປັນສອງແບບຄື: ແບບຮ້າຍແຮງ (Acute form) ແລະ ແບບຊ້ຳເຮື້ອ (Chronic form). ກໍລະນີ ສັດຕິດເຊື້ອພະຍາດຊະນິດ T. vivax ສັດອາດຕາຍໄດ້ພາຍໃນ 2 ອາທິດ ແຕ່ຖ້າຕິດເຊື້ອຊະນິດທີ່ຮ້າຍແຮງ ປານກາງ ເຊັ່ນ T. congolense ສັດອາດຕາຍພາຍໃນ 6-10 ອາທິດ. ສະນັ້ນ, ອາການຂອງພະຍາດທີ່ສະແດງອອກເນື່ອງຈາກເຊື້ອ T congolense ນີ້ ເພິ່ນຈະຈັດເຂົ້າເປັນແບບຮ້າຍແຮງ ໃນລະດັບທຽບຖານ (Relative acute).
ກໍລະນີສັດເປັນພະຍາດແບບຊໍາເຮື້ອສັດຈະແດງອາການພະຍາດອອກເປັນເວລາ ດົນເຖິງ 3 ເດືອນ.
ໃນກໍລະນີຮ້າຍແຮງທີ່ສຸດສ່ວນຫຼາຍມັກເກີດຈາກເຊື້ອ T. vivax ສັດຈະສະແດງອາການຊືມເຊື້ອ, ມີອາການໄຂ້ເຊິ່ງເກີດຈາກ ຈໍານວນກາຝາກຊືມເຊື້ອໄປຕາມເລືອດເປັນຈໍານວນຫຼາຍ ແລະ ກໍ່ໃຫ້ເກີດມີຮ່ອງຮອຍເລືອດຢູ່ນໍາຈຸລັງຂອງ ຮ່າງກາຍສັດ.
ສໍາລັບງົວຈະສັງເກດເຫັນຄວາມເຂັ້ມຂຸ້ນຂອງເມັດເລືອດແດງ ( Packed red Sell – PCV) ຫຼຸດລົງ ເຊິ່ງກາຍເປັນໂຕບົ່ງຊີ້ທີ່ສໍາຄັນຂອງການບົ່ງມະຕິພະຍາດ ແລະ ຈະສືບຕໍ່ຫຼຸດລົງເຖິງ 40-50% ໃນໄລຍະ 4-6 ອາທິດ. ສ່ວນຫຼາຍອາການທີ່ພົບເຫັນນໍາງົວແມ່ນສີຂອງຊັ້ນເຍື່ອເມືອກຈະລ່າເຫລືອງ, ມີອາການໄຂ້ເປັນໄລຍະໆ, ໝາກກະດັນ (ຕ່ອມນ້ໍາເຫຼືອງ) ທີ່ມີຢູ່ຕາມກ້ອງໜັງຈະໃຄ່ຂຶ້ນແຕ່ກໍລະນີຊໍາເຮື້ອ, ຕ່ອມນ້ໍາເຫຼືອງດັ່ງກ່າວຈະບໍ່ໃຄ່, ສັດມີອາການບໍ່ຢາກກິນອາຫານ ແລະ ຕາມດ້ວຍອາການໄຂ້ (Pyrexia), ອິດເໝື່ອຍ, ໜັງກ້ອງຄາງກະໄຕໃຄ່ ແລະ ເສັ້ນເລືອດຄໍ ສາມາດເບິ່ງເຫັນ ໄດ້ຢ່າງຈະແຈ້ງ.
ສໍາລັບຄວາຍທີ່ຕິດເຊື້ອພະຍາດຕຣີປາໂນໂຊມຊະນິດ T. evansi ຈະສະແດງອາການຫນັງກ້ອງກະໂມງຕາໃຄ່ ແລະ ມີນ້ໍາຕາໄຫຼ.
ອາການທີ່ສະແດງອອກສໍາລັບຄວາຍສາມາດແຍກອອກເປັນ ສອງແບບຄື:
ສໍາລັບຄວາຍ, ໃນໄລຍະພາຍໃນສອງ-ສາມເດືອນ ຂອງການຕິດເຊື້ອພະຍາດຕຣີປາໂນໂຊມດ້ວຍເຊື້ອ T evansi ຈະມີອັດຕາການຕາຍເຖິງ 10%. ນອກຈາກນັ້ນ, ພະຍາດດັ່ງກ່າວນີ້ຍັງເຮັດໃຫ້ສັດທີ່ຖືພາເກີດການແທ້ງລູກໃນອັດຕາສູງ ເຖິງ 47%.
ງົວພັນນົມທີ່ເປັນພະຍາດນີ້ຈະມີອາການໄຂ້, ແທ້ງລູກ, ປະລິມານການຜະລິດນົມຫຼຸດລົງ.
ງົວພັນຊີ້ນ ເຖິງຈະຢູ່ສະຖານທີ່ເຊິ່ງບໍ່ເຄີຍເກີດມີພະຍາດຊະນິດນີ້ມາກ່ອນອັດຕາການຕາຍຂອງສັດທີ່ຕິດພະຍາດດັ່ງກ່າວນີ້ຈະຢູ່ໃນລະດັບສູງເຊັ່ນກັນ.
ສ່ວນແກະ ແລະ ແບ້ ພະຍາດທີ່ເກີດກັບສັດຈໍາພວກນີ້ຕາມທໍາມະຊາດຈະສັງເກດເຫັນອາການຈະສະແດງອອກໃນລະດັບປານກາງ ຫຼື ບໍ່ສະແດງອາການພະຍາດ (Asymptomatic) ອອກໃຫ້ເຫັນ. ອາການທີ່ມັກພົບເຫັນມີຄື: ອາການໄຂ້, ອຸນຫະພູມຮ່າງກາຍຂຶ້ນເຖິງ 40 ອົງສາ(ອຸນຫະພູມປົກກະຕິຂອງຮ່າງກາຍ ແກະ-ແບ້ ແມ່ນ 39.1 ອົງສາ), ບໍ່ກິນອາຫານ, ສະແດງອາການເປັນພະຍາດໝາກເຫຼືອງ. ໃນໄລຍະທີ່ອຸນຫະພູມຮ່າງກາຍຂຶ້ນສູງນັ້ນ (Hyperthermia) ສັດຈະບໍ່ເຄື່ອນໄຫວ, ນອນຢູ່ກັບທີ່ ແລະ ມີອາການຮ້າຍ, ສ່ວນເຍື່ອເມືອກຈະເປັນສີລ່າເຫຼືອງ. ອາການແບບນີ້ ຈະດໍາເນີນໄປປະມານສອງເດືອນ ໂດຍຈະມີອາການຊືມເຊື້ອໃນເລືອດ ໃນອັດຕາທີ່ຕໍ່າ (105 ໂຕກາຝາກຕຣີໂປໂນໂຊມ/mL) ແລະ ຈະສືບຕໍ່ຫຼຸດລົງໄປຈົນບໍ່ສາມາດກວດພົບໃນເລືອດໄດ້ເປັນເວລາຫຼາຍເດືອນ. ໃນກໍລະນີສັດຂາດອາຫານ, ສຸຂະພາບສັດອ່ອນເພຍຈາກການຂົນສົ່ງເຊື້ອຕຣີປາໂນໂຊມຈະກັບຄືນມາຊຶມເຊື້ອໃນເລືອດຄືນໃໝ່ ແລະ ສັດກໍຈະສະແດງອາການອອກມາໃໝ່.
ສຳລັບຫມູທີ່ຕິດເຊື້ອຈະມີອາການເບົາບາງ ຫຼື ບໍ່ສະແດງອາການພະຍາດອອກແຕ່ຢ່າງໃດເລີຍ. ອາການທີ່ສໍາຄັນທີ່ເກີດກັບຫມູແມ່ນເປັນໄຂ້, ບໍ່ກິນອາຫານ (Anorexia), ຮ່າງກາຍຈ່ອຍຜອມ (Emaciation) ຫາກສັດທີ່ກຳລັງຖືພາກໍຈະເກີດມີການແທ້ງ, ປະສົມພັນບໍ່ຕິດ ແລະ ຂາຫຼັງລ່ອຍ, ເປັນປ່າມແດງຕາມໜ້າໜັງ, ອາການໄຂ້ເປັນໄລຍະ (Intermittent fever) ແຕ່ບາງກໍລະນີມີການລາຍງານວ່າຊະນິດ T. evansi ທີ່ເກີດກັບສັດປະເພດຫມູຈະມີອາການຮຸນແຮງກ່ວາສັດປະເພດອຶ່ນໆ.
ພະຍາດຕຣີປາໂນໂຊມຊະນິດ T. evansi ຍັງສາມາດຕິດແປດໃສ່ສັດກິນຊີ້ນເປັນອງຫານ ເຊັ່ນ: ໝາບ້ານ ແລະ ໝາປ່າ ພ້ອມທັງກໍ່ໃຫ້ເກີດມີອາການພະຍາດແບບຮຸນແຮງຂຶ້ນໄດ້.
ສໍາລັບມ້າ, ລໍ ແລະ ລາ, ໄລຍະຝັກເຊື້ອຈະກິນເວລາ ປະມານ 1-4 ມື້ ຫຼື ບາງຄັ້ງກິນເວລາເຖິງ 8 ອາທິດ ສັດຈຶ່ງສະແດງອາການອອກມາໃຫ້ເຫັນ. ສ່ວນອາການທີ່ພົບເຫັນມີຄື: ໄຂ້ເປັນບາງເວລາ ແລະ ຈະມີໄຂ້ຂຶ້ນສູງ, ອຸນຫະພູມຮ່າງກາຍຂຶ້ນສູງເຖິງ 41.5 ຫາ 44 ອົງສາ(ອຸນຫະພູມທໍາມະດາຂອງມ້າແມ່ນ 37.6 ຫາ 37.8 ອົງສາ). ເມື່ອສັດເກີດມີອາການຊືມເຊື້ອພະຍາດໄປຕາມເລືອດຈະມີອາການອ່ອນເພຍ, ເມື່ອຍ, ເຍື່ອເມືອກຫຼ່າເຫລືອງ, ນ້ໍາໜັກຫຼຸດລົງ, ເຍື່ອເມືອກຕາອັກເສບ, ມີອາການໃຄ່ບວມຢູ່ຕາມຂາ, ໜ້າເອິກ, ລູກອັນທະ ແລະ ຂັ້ວນນົມ ເປັນຕົ້ນ.
ວິທີປ້ອງກັນ:
ຂໍ້ມູນຈາກ: ກົມລ້ຽງສັດ ແລະ ການປະມົງ