ຊີ້ນງົວຖືວ່າເປັນອາຫານທີ່ສຳຄັນສຳລັບງານລ້ຽງຕ່າງໆໃນຊົນນະບົດ, ໂດຍສະເພາະແມ່ນພິທີແຕ່ງງານ. ຄົນນິຍົມມັກນໍາມາເຮັດລາບໃນມື້ສໍາຄັນຕ່າງໆເຊັ່ນ: ມື້ປີໃໝ່, ງານບາສີສູ່ຂວັນ, ພິທີແຕ່ງງານ ເນື່ອງຈາກວ່າຄົນລາວມີຄວາມເຊື່ອວ່າ ກິນລາບໃນຊ່ວງເວລາດັ່ງກ່າວ ຈະມີໂຊກມີລາບຕະຫຼອດປີ.
ສ່ວນປະກອບ
- ຊີ້ນງົວ 1 ກິໂລ
- ຕັບງົວ 3 ຂີດ
- ເຄື່ອງໃນງົວ 3 ຂີດ
- ເພຍ, ບີ ນໍາໄປຕົ້ມໃຫ້ສຸກ (ເພື່ອໃຫ້ໄດ້ລົດຊາດຂົມ ປະລິມານແມ່ນຂຶ້ນກັບຜູ້ມັກ)
- ຫອມປ້ອມ 5 ຕົ້ນ
- ຫອມບົ່ວໃບ 5 ຕົ້ນ
- ຫອມລາບ 1 ກຳມື (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
- ເຂົ້າຂົ້ວ 2 ບ່ວງແກງ
- ໝາກເຜັດດິບຊອຍ 1 ບ່ວງແກງ
- ປາແດກສຸກ 1 ບ່ວງແກງ
- ໝາກເຜັດປົ່ນ ເຄິ່ງບ່ວງແກງ
ວິທີປຸງແຕ່ງ
- ຊອຍຊີ້ນງົວ ບາງຄົນກໍຟັກ ຕາມໃຈມັກ
- ເອົາຊີ້ນງົວ, ຕັບ ແລະ ເຄື່ອງໃນງົວທີ່ກຽມໄວ້, ໝາກເຜັດຊອຍ ແລະ ເຂົ້າຂົ້ວ ມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ
- ຕາມດ້ວຍຫອມທີ່ກະກຽມໄວ້ ຄົນໃຫ້ເຂົ້າກັນ ຊິມເບິ່ງໃຫ້ໄດ້ລົດຊາດຕາມທີ່ຕ້ອງການ.
ແນະນຳ: ກິນກັບຜັກກາດຂິ້ວ, ຜັກຕິ້ວອ່ອນ, ໝາກແຕງ ແລະ ໝາກເຜັດອ່ອນ.