ຊົນເຜົ່າ “ມະກອງ” ແມ່ນຊົນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດ ແຫ່ງຊາດລາວ, ມີປະຫວັດຄວາມເປັນມາຄ້າຍຄືກັບບັນດາຊົນເຜົ່າຕະກຸນ “ບຣູ” ເຊິ່ງໄດ້ເຄື່ອນຍ້າຍເຂົ້າມາປະເທດລາວ ໂດຍຜ່ານແຄ້ວນຫົງສາວະດີ ປະເທດມຽນມາ ແລະ ເຂດລົບບູລີ ປະເທດສະຫຍາມ ມາຕັ້ງພູມລໍາເນົາຢູ່ເຂດເມືອງ ນອງ ແຂວງ ສະຫວັນນະເຂດ ໃນສະໄໝເຈົ້າຈັນອາຫຼວຍ, ຕົກມາໄລຍະໜຶ່ງ ເນື່ອງຈາກມີສະພາບທຳມະຊາດ ແລະ ສັງຄົມບີບຮັດຢ່າງໜັກໜ່ວງຈຶ່ງເຮັດໃຫ້ມີຈຳນວນໜຶ່ງຂອງຊົນເຜົ່ານີ້ເຄື່ອນ ຍ້າຍຈາກເມືອງນອງມາຕັ້ງພູມລຳເນົາຢູ່ຫຼາຍໆເມືອງທີ່ຂຶ້ນກັບແຂວງ ສະຫວັນນະເຂດ ແລະ ບາງເມືອງຂອງແຂວງ ຄຳມ່ວນຄື ບ້ານທັບລາວ ຫຼື ເອີ້ນຢ່າງໜຶ່ງວ່າບ້ານຈະລຸ, ໜຶ່ງໃນໝູ່ບ້ານທີ່ຢູ່ໃນເຂດກັນຊົນ ອຸທິຍານແຫ່ງຊາດຫີນໜາມໜໍ່.
ໃນເມື່ອກ່ອນຊົນເຜົ່ານີ້ກິນພືດຜັກຢູ່ 4 ຊະນິດທີ່ສາມາດແທນເຂົ້າໄດ້ ເປັນຕົ້ນແມ່ນ ຍອດຕາວ, ໂດຍການຕັດເອົາຍອດຕາວແລ້ວຊອຍໃຫ້ລະອຽດ ຫຼັງຈາກນັ້ນນໍາໄປໜຶ້ງກິນແທນເຂົ້າ ນອກນີ້ຍັງມີ ເຜືອກ ຫຼື ມັນ, ມະລີ (ພາສາມະກອງ) ນໍາໄປຕົ້ມໃຫ້ສຸກດີເພື່ອບໍ່ໃຫ້ເບື່ອ ແລະ ອີກຊະນິດໜຶ່ງແມ່ນເຄືອກະຖາດ, ທັງນີ້ເຂົາເຈົ້າຍັງມັກດື່ມນໍ້າດິບ, ດື່ມເຫຼົ້າໄຫ ແລະ ສູບຢາເສັ້ນທີ່ປູກເອງ ຈະເປັນຢາສູບເສັ້ນທີ່ປຸກທີ່ສຸດ. ໃນເມື່ອກ່ອນການເຮັດເຮືອນແມ່ນຢູ່ໄດ້ບໍ່ເກີນ 3 ປີ ເນື່ອງຈາກວ່າເຮືອນເຮັດດ້ວຍໃບຄໍ້ຈຶ່ງຖືກປວກກັດທຳລາຍໄດ້ງ່າຍ ເພາະສະນັ້ນຕ້ອງໄດ້ສ້າງໃໝ່. ສ່ວນເຄື່ອງນຸ່ງຫົ່ມແມ່ນເຮັດມາຈາກເປືອກຕົ້ນປໍສາ
ຊົນເຜົ່າມະກອງເປັນອີກຊົນເຜົ່າໜຶ່ງ ທີ່ມີຮີດຄອງຕິດພັນເຖິງການຜະລິດເປັນຕົ້ນແມ່ນ ພິທີກໍາຈໍ້າຜີແມ່ນເວລາປຸກເຮືອນ, ຖ້າເຮັດເຮືອນໄມ້ແປ້ນຕ້ອງໄດ້ຂ້າໝູ, ງົວ, ຄວາຍສະຫຼອງ ແລະ ກ່ອນຈະຖາງປ່າເຮັດໄຮ່, ເສຍຫຍ້າ, ຮູດເຂົ້າ, ເກັບຜົນລະປູກ, ຂົນເຂົ້າຂຶ້ນເລົ້າ, ຄວາຍ, ງົວ ຈະເກີດລູກ, ຈະຂາຍສັດລ້ຽງທຸກຊະນິດ, ໄດ້ເງິນ, ຄໍາ ແລະ ໄດ້ລູກໃໝ່ ຈະຕ້ອງໄດ້ຂ້າໝູ, ໃນຮອບວຽນປີໜຶ່ງໆຂອງເຂົາເຈົ້າຈະຕ້ອງມີການຈັດງານ ເຊັ່ນ: ໃນຊ່ວງເດືອນ 5 ແມ່ນຈະເຮັດບຸນດໍາໄພ ມີການຄົບງັນກິນງົວ ຫຼື ຄວາຍສະເຫຼີມສະຫຼອງໜຶ່ງວັນ. ເດືອນ 8 ບຸນກິນແຕຣ ຊຶ່ງໄດ້ຂ້າໝູ, ໄກ່ ຂອງແຕ່ລະເຮືອນ ແລະ ເດືອນ 12 ມີການຈັດງານ ເອີ້ນວ່າ “ກິນງະ”. ຊຶ່ງຊົນເຜົ່າມະກອງ ຈະມີເຖົ້າແກ່, ມີລ່າມຜູ້ເປັນເຈົ້າຮີດຂອງແຕ່ລະບ້ານ, ເຖົ້າແກ່ອາວຸໂສນັ້ນເປັນຜູ້ຄວບຄຸມຕະກຸນຂອງຕົນ ແລະ ການສໍາພັນກັບຕະກຸນອື່ນ.
ແຫຼ່ງຂໍ້ມູນຈາກ: ຂໍ້ມູນຂ່າວສານເພື່ອການພັດທະນາ.