ນິຍາມ
ຝຸ່ນບົ່ມຄື: ຝຸ່ນທໍາມະຊາດທີ່ໄດ້ຈາກການນໍາເອົາຊາກອາຫານທີ່ເສດເຫຼືອ, ພືດຜັກ ແລະ ເສດໝາກໄມ້ຕ່າງເຊັ່ນ: ເສດເຟືອງ, ຕົ້ນໝາກສາລີ (ຫຼັງຈາກການເກັບກ່ຽວ), ຕົ້ນຖົ່ວຕ່າງໆ, ຫຍ້າແຫ້ງແລ້ວນໍາມາປະສົມກັບມູນສັດນ້ໍາຊີວະພາບ, ສິ່ງເສດເຫຼືອຈາກພືດທີ່ເອົາມາຜ່ານຂັ້ນຕອນການໝັກໂດຍໃຊ້ໄລຍະເວລາໜຶ່ງກໍ່ຈະປ່ຽນສະພາບມາເປັນຜົງເປື່ອຍສີນ້ໍາຕານປົນດໍາສາມາດນໍາໄປໃຊ້ໃນການປູກພືດໄດ້.
ຝຸ່ນໝັກຄື: ໂດຍທົ່ວໄປແລ້ວຈະມີທາດອາຫານໃນປະລິມານໜ້ອຍກວ່າປຸ໋ຍເຄມີແຕ່ມີຄົບທຸກໆທາດ, ຄຸນນະພາບຂອງປູ໋ຍໝັກແມ່ນຂຶ້ນກັບວັດຖຸດິບທີ່ໃຊ້ເຊັ່ນ: ພືດຕະກຸນຖົ່ວຈະມີແຮ່ທາດຫຼາຍກວ່າເສດເຟືອງເປັນຕົ້ນ.
ວິທີການເຮັດຝຸ່ນບົ່ມ
ອຸປະກອນ:
ຮໍາອ່ອນ 2 ສ່ວນ.
ແກບເຜົາ 2 ສ່ວນ.
ມູນສັດ 2 ສ່ວນ.
ຫົວເຊື້ອຈຸລິນຊີ (EM), ກາກນ້ໍາຕານຢ່າງລະ 10-20 ຊີຊີ.
ນໍ້າ 10 ລິດ.
ວິທີເຮັດຝຸ່ນບົ່ມ
– ປະສົມແກບ, ມູນສັດ ແລະ ອື່ນໆເຂົ້າກັນແລ້ວນໍາເອົາຮໍາມາປະສົມຄົນໃຫ້ເຂົ້າກັນ.
– ປະສົມ EM, ກາກນ້ໍາຕານ ແລະ ນ້ໍາຫົດກອງຝຸ່ນໃຫ້ໄດ້ຄວາມຊຸ່ມພໍດີປະມານ 50%.
– ນໍາສ່ວນປະສົມໄປກອງໄວ້ໜາປະມານ 10 ຊມ ແລ້ວປົກດ້ວຍກະເປົາປ່ານ.
– ບົ່ມໄວ້ 3–4 ວັນ.
ຄຸນປະໂຫຍດຂອງຝຸ່ນບົ່ມ
– ປ່ຽນດິນໜຽວ ແລະ ດິນຊາຍໃຫ້ເປັນດິນຜຸຜຸ່ຍຂຶ້ນ, ເຫມາະສົມໃນການປູກພືດ.
– ເຮັດໃຫ້ດິນມີໂຄງສ້າງທີ່ດີ, ມີຄວາມຊຸ່ມຊື່ນສາມາດເກັບ ຫຼື ລະບາຍນ້ໍາ ແລະ ອາກາດໄດ້ດີ, ມີຄວາມອຸດົມສົມບູນ, ມີທາດອາຫານທີ່ຈໍາເປັນຕໍ່ພືດຄົບຖ້ວນ.
– ບໍ່ເປັນອັນຕະລາຍຕໍ່ດິນເຖີງແມ່ນວ່າຈະໃຊ້ເປັນໄລຍະເວລາຕິດຕໍ່ກັນດົນ ຫຼື ໃຊ້ໃນປະລິມານຫຼາຍ.
– ຫຼຸດຜ່ອນການໃຊ້ປຸ໋ຍເຄມີ.
– ຊ່ວຍກະຕຸ້ນໃຫ້ທາດອາຫານໃນດິນທີ່ລະລາຍນ້ໍາໄດ້ຍາກໃຫ້ລະລາຍນ້ໍາໄດ້ດີ.
– ຊ່ວຍຫຼຸດເຊື້ອພະຍາດພືດ ແລະ ໄຂ່ແມງຕ່າງໆທີ່ມີຢູ່ໃນດິນ.
– ຢູ່ໃນດິນໄດ້ດົນ ແລະ ຈະຄ່ອຍໆປ່ອຍທາດອາຫານພືດອອກມາຢ່າງຊ້າໆ.
– ສາມາດຜະລິດໄດ້ເອງ, ເພີ່ມຂີດຄວາມສາມາດໃນການເພິ່ງຕົນເອງໄດ້ສູງ.
ວິທີການນໍາໃຊ້
ໃຊ້ໃນການປູກຜັກ, ຕົ້ນໄມ້ໃຫ້ໝາກ, ໄມ້ດອກ, ໄມ້ປະດັບທຸກຊະນິດ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືຝືກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ