ສ່ວນປະສົມ
- ໃບຂີ້ເຫຼັກ 1ຊາມນ້ອຍ
- ໜັງຕົ້ມຊອຍ 1ຖ້ວຍນ້ອຍ
- ເກືອ 1 ບ່ວງຊາ
- ປາແດກ ½ ບ່ວງຊາ
- ຄະນໍ 1 ບ່ວງຊາ
- ຫອມບົ່ວໃບ 5 ຕົ້ນ
- ໝາກເຜັດ 7-8 ໜ່ວຍ
- ຫົວສີໄຄ 2 ຫົວ
- ໃບຢານາງ 8-10 ໃບ
- ຜັກທຽມ 3-4 ກີບ
- ຫົວຜັກບົ່ວ 2-3 ຫົວ
- ຜັກຊີ 2-3 ຕົ້ນ
- ເຂົ້າເບືອ 2 ບ່ວງແກງ
ວິທີປຸງແຕ່ງ
- ນຳໃບຂີເຫຼັກມາຕົ້ມໃຫ້ຈືດ ໃຊ້ເວລາປະມານ 15-20 ນາທີ ແລ້ວເທນ້ຳອອກ, ຕົ້ມແບບນີ້ 2-3 ເທື່ອຈົນກ່ວາໃບຂີ້ເຫຼັກຈະຈືດ. ຊອຍໃບຂີ້ເຫຼັກ ເພື່ອນຳມາຕຳ
- ນຳໃບຢານາງມາບົດ ດ້ວຍເຄື່ອງປັ່ນ
- ຊອຍ ແລະ ຕຳ ໝາກເຜັດ, ກະທຽມ, ຫົວສີໄຄ, ຫົວຜັກບົ່ວ ໃຫ້ມຸ່ນ
- ຄ້າງໝໍ້ໃສ່ນ້ຳຢານາງ, ຕາມດ້ວຍເຂົ້າເບືອ, ເຄື່ອງຕຳ, ຄະນໍ, ເກືອ ແລະ ປາແດກ
- ລໍຖ້າໃຫ້ໝໍ້ົຟົດ ແລ້ວໃສ່ໜັງ ແລະ ໃບຂີເຫຼັກ, ອ່ອມປະໄວ້ ປະມານ 20 ນາທີ
- ຊອຍຫອມບົ່ວໃບ ແລະ ຜັກຊີ ໃສ່ໝໍ້
- ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
- ຕັກໃສ່ຖ້ວຍພ້ອມຮັບປະທານ
ຄຳແນະນຳ
- ສາມາດໃສ່ຊີ້ນໝູ ຫຼື ງົວ ແທນໜັງໄດ້ຕາມຕ້ອງການ
- ໃສ່ໄຂ່ມົດສົ້ມ ເປັນສ່ວນປະສົມເພີ່ມເຕີມ
ວີດີໂອເແນະນຳ Cooking with Ning