ເຂົ້າຫອມທ່າດອກຄຳ 1

ພັນເຂົ້າທີ່ສາມາດທົນຕໍ່ເພ້ຍຈັກຈັ່ນ ແລະ ພະຍາດໃບໄໝ້

ແນວພັນເຂົ້າໜຽວທ່າດອກຄໍາ 1 (HomeTDK 1) ແມ່ນພັດທະນາຈາກສູນຄົ້ນຄວ້າກະສິກໍານາພອກ ໂດຍມີການຮ່ວມມືກັບສູນໄບໂອເທັກ ລາຊະອານາຈັກໄທ ພ້ອມດ້ວຍນັກປັບປຸງພັນເຂົ້າຂອງລາວທີ່ສູນຄົ້ນຄວ້າກະສິກໍານາພອກ, ເຊິ່ງຊື່ສາຍພັນແມ່ນ: TDK303-104-3-93-4-27, ປະສົມພັນຈາກແນວພັນ TDK1/Homenangnouane ໃຊ້ວິທີປະສົມພັນກັບຫາທ່າດອກຄໍາ 1 ເປັນຈໍານວນ 3 ຄັ້ງ ໂດຍເລີ່ມປະສົມພັນໃນປີ 2004 ທີ່ສູນຄົ້ນຄວ້າກະສິກໍາ ນາພອກ, ສ່ວນການນໍາໃຊ້ຫ້ອງທົດລອງທີ່ Rice Gene Discovery Unit, ກໍາແພງແສນປະເທດໄທເພື່ອກວດສອບ ຫາຢີນຄວາມຫອມໃນສາຍພັນປັບປຸງ. ໃນປີ 2012-2014 ໄດ້ປູກທົດສອບຜົນຜະລິດ ໃນພາກເຫນືອ, ພາກກາງ ແລະ ພາກໃຕ້, ປະຈຸບັນນິຍົມຫຼາຍທາງແຂວງວຽງຈັນ ແລະ ຕຽມປ່ອຍພັນໃນປີ 2017.

ລັກສະນະປະຈໍາພັນ

ຜົນຜະລິດ: 4-6 ໂຕນ/ຮຕ, ອາຍຸ: 135-140 ວັນ, ລັກສະນະແຕກກໍ: ແຕກກໍໄດ້ ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່ດີ, ຄວາມແຂງແຮງຂອງລໍາຕົ້ນ: ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່, ລວງສູງ: 90-110 ຊມ, ສີເມັດເຂົ້າ: ສີນ້ໍາຕານເຂັ້ມ ແລະ ເມັດ ເຂົ້າສານຍາວຮຽວ, ນ້ໍາຫນັກ 1,000 ເມັດ: 30 ກລາມ, ເປີເຊັນການສີ: ສູງກວ່າແນວພັນທ່າດອກຄໍາ 1 (TDK1) ໄດ້ເຂົ້າສານ 60% ແລະTDK1 ໄດ້ເຂົ້າສານ 58 %.

ຈຸດດີ ແລະ ຈຸດອ່ອນ:

ຈຸດດີ

ສາມາດປູກທັງນາປີ ແລະ ນາແຊງ, ສຳລັບເວລາສີແມ່ນໃຫ້ເຂົ້າສານຫຼາຍກວ່າTDK1 ແຕ່ທຽບເທົ່າກັບ TDK 8, (ນິຍົມປູກຫຼາຍໃນປະຈຸບັນ) ເຫມາະສົມກັບດິນອຸດົມສົມບູນ ເຂດແຂວງວຽງຈັນ, ທົນທານຕໍ່ເພ້ຍຈັກຈັ່ນ ແລະ ພະຍາດໃບໄໝ້ໃນລະດັບປານກາງ.

ຈຸດອ່ອນ

ເຫມາະສົມແຕ່ບາງເຂດ ດິນຂີ້ລ້າຍບໍ່ເຫມາະສົມ ແລະ ບໍ່ທົນຕໍ່ພະຍາດຖອດຝັກຫຼາບ.

ວິທີການປູກ

  • ລະດູຝົນ: ເລີ່ມຕົກກ້າກາງເດືອນພຶດສະພາ ຫາຕົ້ນເດືອນ ມິຖຸນາ (ເດືອນສາກົນ) ແລະ ປັກດໍາກາງເດືອນມິຖຸນາ ຫາຕົ້ນເດືອນກໍລະກົດ (ເມື່ອອາຍຸກ້າ 21-25 ວັນ) ..
  • ນາແຊງ: ຕົກກ້າໃນກາງເດືອນພະຈິກ ແລະ ປັກດໍາໃນກາງເດືອນທັນວາ (ເມື່ອອາຍຸກ້າ 25 ວັນ ຂື້ນໄປແຕ່ຕ້ອງສັງເກດເບິ່ງຈໍານວນໃບກ້າທີ່ມີ 4.5 – 5.5 ໃບ (ນັບທັງໃບເຄົ້າ)
  • ໄລຍະປັກດໍາ: ແມ່ນ 20×20 ຊມ ແລະ 3-4 ກີບກ້າຕໍ່ສຸມ.
  • ອັດຕາຝຸ່ນ: ຝຸ່ນເຄມີ:
  • ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00: 150 ກລ/ຮຕ.(ສໍາລັບດິນຫນຽວ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 1515-15 (ສໍາລັບນາດິນຊາຍ) ຫວ່ານໃນເວລາປັກດໍາ.
  • ຝຸ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງ, ໃນເວລາ 25 ວັນ ແດນ 46 ນັ້ນ ຫຼັງປັກດໍາ ໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.

ໝາຍເຫດ: ສຳລັບນາຕີນບ້ານດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ຫາກສັງເກດເຫັນເຂົ້າຂຽວຢູ່ຕະຫຼອດເວລາ).

ທີ່ມາ: ສູນຄົ້ນຄວ້າກະສິກຳນາພອກ

Share