“ເຂົ້າ” ອາຫານຈານຫຼັກ ແລະ ຕົ້ນກຳເນີດອັນຍິ່ງໃຫ່ຍສູ່ຜະລິດຕະພັນທີ່ຫຼາກຫຼາຍເຊິ່ງໄດ້ມາຈາກເຂົ້າ ບໍ່ວ່າຈະເປັນປະເພດແປ້ງ, ອາຫານຫວ່າງ, ເຂົ້າໜົມຕ່າງໆ
ປະເທດລາວ ເປັນປະເທດໜຶ່ງທີ່ມີເຂົ້າຫຼາກຫຼາຍສາຍພັນ ໂດຍສະເພາະເຂົ້າໄກ່ນ້ອຍ.
ອີງຕາມການສຶກສາຄົ້ນຄວ້າໃນປັດຈຸບັນ ສາມາດຄົ້ນພົບສາຍພັນເຂົ້າໄກ່ນ້ອຍໄດ້ແລ້ວ 8 ສາຍພັນເຊັ່ນ: ເຂົ້າໄກ່ນ້ອຍແດງ, ເຂົ້າໄກ່ນ້ອຍແດງດໍ, ເຂົ້າໄກ່ນ້ອຍແດງປີ (ເຂົ້າໄກ່ນ້ອຍຂາວ), ເຂົ້າໄກ່ນ້ອຍແດງເມັດໃຫ່ຍ, ເຂົ້າໄກ່ນ້ອຍເຫຼືອງ, ເຂົ້າໄກ່ນ້ອຍດຳແຊກ, ເຂົ້າໄກ່ນ້ອຍແຊກ, ແລະ ເຂົ້າໄກ່ນ້ອຍລາຍ
ເຂົ້າໄກ່ນ້ອຍມີຈຸດພິເສດສະເພາະ ທີ່ແຕກຕ່າງຈາກສາຍພັນອື່ນໆ ບໍ່ວ່າຈະເປັນທາງດ້ານກິ່ນ, ລົດຊາດ ຫຼື ສະຖານທີ່ປູກ
ເຂົ້າໄກ່ນ້ອຍມີລົດຊາດຫວານນຸ່ມ ແລະ ກິ່ນຫອມ, ກິນແຊບເໝາະກັບອາກາດເຢັນ ໃນລະດູໜາວ
ເຂົ້າໄກ່ນ້ອຍສາມາດປູກໄດ້ດີມີຄຸນນະພາບ, ເຊິ່ງໄດ້ຖືກຈົດຂຶ້ນທະບຽນເຂົ້າເປັນຊັບສິນທາງປັນຢາ GI ຢູ່ສອງແຂວງຫຼັກຄື: ແຂວງຊຽງຂວາງ ແລະ ຫົວພັນ ເນື່ອງຈາກເປັນແນວພັນເຂົ້າທີ່ມັກອາກາດເຢັນ.
ການປູກເຂົ້າໄກ່ນ້ອຍເປັນສິ່ງທີ່ຕິດພັນກັບຮີດຄອງປະເພນີຂອງປະຊາຊົນຊາວຊຽງຂວາງ ຖືໄດ້ວ່າເປັນໜຶ່ງໃນມໍລະດົກສືບທອດຕໍ່ກັນມານັບຕັ້ງແຕ່ອາດີດຈົນເຖິງປະຈຸບັນ, ມັກຈະຖືກນຳໃຊ້ເຂົ້າໃນງານແຕ່ງດອງ, ສູ່ຂັວນ ແລະ ບຸນປະເພນີຕ່າງໆ.
ໃນແຕ່ລະປີຫຼັງຈາກເກັບກ່ຽວເຂົ້າແລ້ວ ຈະມີການຈັດງານບຸນເຂົ້າໄກ່ນ້ອຍຊຽງຂວາງຂຶ້ນ ຕາມຮີດຄອງປະເພນີ.
ປັດຈຸບັນສາມາດຫາຊື້ເຂົ້າໄກ່ນ້ອຍໃນນະຄອນຫຼວງວຽງຈັນໄດ້ແລ້ວ
ທີ່ຮ້ານ ດັກແດ້ ຮ່ອມ4, ບ້ານໂພນສີນວນ, ເມືອງສີສັດຕະນາກນະຄອນຫຼວງວຽງຈັນ