ເຂົ້າໜົມອຸ້ມລຸ້ມ

ເຂົ້າໜົມອຸ້ມລຸ້ມ ເມນູເຂົ້າໜົມຫວານພື້ນບ້ານ ຫາຮັບປະທານໄດ້ຍາກແລ້ວ ມີວິທີການປຸງແບບພື້ນເມືອງອັນເປັນເອກະລັກຂອງຊາວລາວ ປະກອບດ້ວຍລົດຊາດທີ່ຫອມຫວານຈາກນໍ້າອ້ອຍເຊິ່ງເປັນໜຶ່ງໃນສ່ວນປະກອບຫຼັກ ຈະຮັບປະທານເປັນອາຫານວ່າງ ຫຼື ເຮັດຂາຍກໍໄດ້ເຊັ່ນດຽວກັນ

ສ່ວນປະກອບ

  • ເຂົ້າເປືອກ (ເຂົ້າໜຽວ)
  • ນໍ້າອ້ອຍກ້ອນ

phakhaolao.la

 

ວິທີປຸງແຕ່ງ

  1. ນຳເຂົ້າເປືອກມາຕາກແດດ, ຫຼັງຈາກນັ້ນກໍນຳມາຂົ້ວ ຈົນເຂົ້າພ່ອງ ແລະ ແຕກເປືອກ
  2. ເກັບເອົາເປືອກເຂົ້າອອກໃຫ້ໝົດ
  3. ກຽວນໍ້າອ້ອຍໃຫ້ໜຽວຄຸ້ນ ແລ້ວນຳມານວດກັບເຂົ້າທີ່ກຽມໄວ້
  4. ຫຼັງຈາກນັ້ນກໍນຳມາປັ້ນເປັນກ້ອນມົນໆ ຂະໜາດຕາມຕ້ອງການ ກໍຖືວ່າສຳເລັດແລ້ວ ສາມາດຮັບປະທານໄດ້

phakhaolao.la

 

ແນະນຳ: ເກັບໃສ່ແກ້ວ ຫຼື ຫຼີກລ່ຽງລົມ ເພື່ອເກັບໄວ້ກິນຍາວນານ

Share

Recent Stories