ເຕັກນິກການຕັດແຕ່ງໜໍ່ກ້ວຍ

ການຕັດແຕ່ງໜໍ່ກ້ວຍໃຫ້ໝາກໃຫຍ່

ການຕັດແຕ່ງໜໍ່ກ້ວຍເປັນການເຮັດໃຫ້ມີຈຳນວນໜໍ່ກ້ວຍມີຄວາມເໝາະສົມ ເພື່ອບໍ່ໃຫ້ມີການຍາດແຍ່ງອາຫານຈາກຕົ້ນແມ່ ເຊິ່ງມັນຈະສົ່ງຜົນເຮັດໃຫ້ຂະໜາດຂອງເຄືອນ້ອຍລົງ, ສຳລັບວິທີການປະຕິບັດແມ່ນ ນັບແຕ່ເລີ່ມປູກເຖິງອາຍຸໄດ້ 5-6 ເດືອນ ໃຫ້ຈົ່ງໄວ້ 2 ໜໍ່ກົງກັນຂ້າມກັນໂດຍມີຕົ້ນແມ່ຂັ້ນກາງ, ສ່ວນໜໍ່ທີ່ອອກມາຕາມຫຼັງນັ້ນແມ່ນໃຫ້ຕັດຖີ້ມ, ເມື່ອມີການເກັບກ່ຽວຜົນຜະລິດແລ້ວແມ່ນໃຫ້ຕັດຕົ້ນແມ່ຖີ້ມແລ້ວຈົ່ງ 1-2 ໜໍ່ ແທນຕົ້ນແມ່ທີ່ຕັດໄປ ເຮົາສາມາດເກັບຜົນຜະລິດໄດ້ອີກປະມານ 3-4 ເທື່ອ. ​ການດູແລຮັກສາແມ່ນຕັດໃບທີ່ແຫ້ງຖີ້ມ ໂດຍຈົ່ງໄວ້ພຽງ 7-8 ໃບ ເມື່ອເຖິງໄລຍະການຕົກເຄືອແມ່ນໃຫ້ຕັດໃບອີກຄັ້ງໂດຍໃຫ້ເຫຼືອໃບສົມບູນປະມານ 4-5 ໃບເທົ່ານັ້ນ.

ພະຍາດ

ພະຍາດຕາຍຢືນ (ໃບແຫ້ງ) ເກີດຈາກການທຳລາຍຂອງເຊື້ອຣາຊະນິດໜຶ່ງ ທີ່ມີຢູ່ຕາມທຳມະຊາດ, ເມື່ອຕົ້ນກ້ວຍອ່ອນແອມັນກໍຈະເຂົ້າທຳລາຍທັນທີ. ຕົ້ນທີ່ໄດ້ຮັບພະຍາດຊະນິດນີ້ຈະສັງເກດເຫັນມີສີເຫຼືອງອ່ອນຕາມກ້ານຂອງໃບແກ່, ຕໍ່ມາພົບບໍລິເວນປາຍໃບ ແລະ ຕາມຂອບໃບກໍຈະເຫຼືອງຕາມແລ້ວຈະຂະຫຍາຍຢ່າງໄວວາຈົນໃບກາຍເປັນສີເຫຼືອງທັງໝົດ, ສ່ວນໃບອ່່ອນກໍຈະປ່ຽນສີຄ້າຍຄືຖືກນ້ຳຮ້ອນລວກ ແລະ ຕໍ່ມາໃບກໍຈະຫັກລົງແລ້ວແຫ້ງຫຽວຕາຍໄປ.

ຫາກເກີດການລະບາດຂອງພະຍາດນີ້ໃນຊ່ວງກຳລັງອອກເຄືອຈະສົ່ງຜົນໃຫ້ໝາກນ້ອຍ ຂະໜາດບໍ່ສະໝ່ຳສະເໝີກັນ, ເມື່ອຕັດລຳຕົ້ນແບບຂວາງຈະພົບວ່າມີຮອຍຊ້ຳສີນ້ຳຕານແດງ ທີ່ເກີດຈາກການເຂົ້າທຳລາຍທໍ່ນ້ຳ ແລະ ທໍ່ອາຫານຂອງຕົ້ນກ້ວຍ.

ວິທີປ້ອງກັນ

ພະຍາດດັ່ງກ່າວຈະລະບາດຮຸນແຮງໃນກ້ວຍນ້ຳ ແລະ ກ້ວຍຫອມ, ດັ່ງນັ້ນການປ້ອງກັນແມ່ນຄວນປູກໝຸນວຽນກັບກ້ວຍໄຂ່ ຫຼື ກ້ວຍສົ້ມ ແລະ ທີ່ສຳຄັນຄວນລະວັງຢ່າໃຫ້ມີນ້ຳຖ້ວມຂັງໃນແປງປູກ ໂດຍສະເພາະດິນທີ່ເປັນກົດຈຳເປັນຕ້ອງໃສ່ປູນຂາວໃນອັດຕາ 800-1,200 ກິໂລ/ໄລ່ ເພື່ອຫຼູດຄວາມເປັນກົດລົງ

ເມື່ອພົບວ່າເລີ່ມມີການລະບາດຂອງພະຍາດຊະນິດນີ້ຕ້ອງຫຼຸດປະລິມານການໃຊ້ປຸ໋ຍໄນໂຈເຈນລົງ, ທີ່ສຳຄັນຫາກຕົ້ນທີ່ມີການຕິດເຊື້ອແລ້ວແມ່ນໃຫ້ຕັດຖີ້ມ ພ້ອມທັງຂຸດຮາກອອກ ແລ້ວນຳມາເຜົາທຳລາຍຖີ້ມ ຫຼັງຈາກນັ້ນແມ່ນໃຫ້ນຳເອົາປູນຂາວມາໂຮຍໃສ່ຂູມ ຫຼື ຈະໃຊ້ຢາຂ້າເຊື້ອຢ່າງໃດຢ່າງໜຶ່ງ ແລະ ອີກວິທີທີ່ສຳຄັນອີກຢ່າງໜຶ່ງແມ່ນການເລືອກແນວພັນຈາກເຂດທີ່ບໍ່ມີເຊື້ອພະຍາດດັ່ງກ່າວ.

 

ທີ່ມາ: ຫ້ອງສະໝຸດເພື່ອການກະເສດໄທ

Share