ໝາກລະມຸດເປັນພືດຢືນຕົ້ນເຂດຮ້ອນ ເຕີບໂຕໄດ້ດີໃນພື້ນທີ່ ທີ່ມີຄວາມຮ້ອນຊຸ່ມສູງ ແລະ ບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງ ນອກຈາກນີ້ໝາກລະມຸດຍັງເປັນໝາກໄມ້ທີ່ມີຄວາມສຳຄັນທາງດ້ານເສດຖະກິດເພາະໄດ້ຮັບຄວາມນິຍົມຢ່າງແພ່ຫຼາຍ ເນື່ອງຈາກມີລົດຊາດທີ່ຫອມຫວານ ທັງມີຄຸນຄ່າທາງດ້ານອາຫານຂ້ອນຂ້າງສູງ ເຊິ່ງໝາກລະມຸດ 100 ກຣາມ ຈະມີໂປຕິນ 77,3 ກຣາມ, ຄາໂບໄຮເດດ 15,6 ກຣາມ, ເສັ້ນໃຍອາຫານ 5,6 ກຣາມ, ພະລັງງານ 71 ແຄລຣໍລີ, ຟົດຟໍຣັດ 6 ມີລີກຣາມ, ເບຕາແຄໂຣທິນ 22 ໄມໂຄຣກຣາມ, ໃນອາຊິນ 0,6 ມີລີກຣາມ, ວິຕາມິນບີ 10,01 ມີລີກຣາມ, ວິຕາມິນຊີ 47 ມີລີກຣາມ.
ການຂະຫຍາຍພັນ
ໂດຍທົ່ວໄປໝາກລະມຸດຈະສາມາດຂະຫຍາຍພັນໄດ້ 2 ແບບຄື ຈາກການກ້າແກ່ນ ແລະ ການໂທມງ່າ (ຕອນງ່າ) ສຳລັບກ້າແກ່ນຈະໃຫ້ຜົນຜະລິດເມື່ອອາຍຸໄດ້ 6 ປີ, ສ່ວນການໂທມງ່າແມ່ນຈະໃຫ້ຜົນຜະລິດເມື່ອອາຍຸ 3 ປີ ຫຼັງການປູກ.
ສະພາບແວດລ້ອມທີ່ເໝາະສົມແກ່ການປູກ:
ດິນ: ທິີ່ເໝາະສົມຄວນເປັນດິນທີ່ມີຊັ້ັນໜ້າດິນເລິກ, ມີທາດອິນຊີວັດຖຸ ແລະ ແຮ່ທາດຕ່າງໆ, ເປັນດິນລ່ວນປົນຊາຍທີ່ສາມາດລະບາຍນ້ຳ ແລະ ຖ່າຍເທອາກາດໄດ້ດີ ມີຄວາມເປັນກົດ ແລະ ດ່າງ 5 – 6,5.
ອາກາດ: ອຸນຫະພູມທີ່ເໝາະສົມແກ່ການຈະເລີນເຕີບໂຕໄດ້ດີແມ່ນຕ່ຳກວ່າ 45 ອົງສາເຊ ຫາກອຸນຫະພູມສູງເກີນໄປຈະເຮັດໃຫ້ດອກ ແລະ ໝາກລົ່ນ ທີ່ສຳຄັນລະມຸດບໍ່ມັກອາກາດໜາວຈັດແຕ່ສາມາດທົນທານຕໍ່ການຖືກນ້ຳຖ້ວມໄດ້ບາງຊ່ວງ ຖ້າຢາກໄດ້ຮັບຜົນຜະລິດທີ່ສູງຈະຕ້ອງມີນ້ຳ ແລະ ຄວາມຊຸ່ມຊື່ນຢູ່ສະເໝີ.
ຄວາມຊຸ່ມໃນອາກາດ: ຄວາມຊຸ່ມສຳຜັດທີ່ເໝາະສົມໃນຊ່ວງອອກດອກຄວນຕ່ຳກວ່າ 70% ໄລຍະອອກໝາກແມ່ນ 80 – 100%.
ການປູກ
ລະມຸດເປັນພືດຢືນຕົ້ນຂະໜາດກາງ ການປູກແມ່ນໃຊ້ເວລາ 3 ປີຂຶ້ນໄປຈຶ່ງຈະໃຫ້ຜົນຜະລິດ ສຳລັບໄລຍະການປູກແມ່ນ 6 X 6 ຫຼື 8 X 8 ສ່ວນລະດູການປູກແມ່ນຄວນເລີ່ມແຕ່ຕົ້ນຈົນເຖິງໄລຍະກາງຂອງລະດູຝົນຈະເປັນຊ່ວງທີ່ເໝາະສົມທີ່ສຸດ.
ການກຽມຂຸມປູກ:
ການປູກດ້ວຍງ່າໂທມ (ຕອນງ່າ)
ເວລາເອົາເບ້ຍໄມ້ລົງຂຸມ ອາດຈະຖົມໃນລະດັບດຽວກັບຖົງຢາງ ແລະ ພາຊະນະທີ່ໃຊ້ໃນການຊຳ ຫຼື ອາດຈະຖົມຂຶ້ນສູງກໍ່ໄດ້.
ການບົວລະບັດຮັກສາ
ການໃຫ້ນ້ຳ: ຕົ້ນລະມຸດທີ່ປູກໃໝ່ຕ້ອງໄດ້ມີການໃຫ້ນ້ຳທຸກໆມື້ໃນຊ່ວງຄ້າຍແລງ ທັງນີ້ກໍ່ຂຶ້ນກັບສະພາບຄວາມຊຸ່ມຂອງດິນ ແລະ ສະພາບແວດລ້ອມການໃຫ້ນ້ຳ ເມື່ອຕົ້ນລະມຸດໃຫ້ໝາກແລ້ວຈະບໍ່ມີຜົນກະທົບຕໍ່ການອອກດອກ ແລະ ການຈັບໝາກແຕ່ຢາງໃດເລີຍ ແຕ່ໃນຊ່ວງທີ່ໝາກແກ່ເລີ່ມຈະສຸກຫາກມີຝົນຕົກຫຼາຍຈະເຮັດໃຫ້ຄວາມຫວານຫຼຸດລົງ ສຳລັບການໃຫ້ນ້ຳໃນຊ່ວງລະດູແລ້ງຄວນໃຫ້ເປັນໄລຍະຢ່າງໜ້ອຍ 2 – 3 ຄັ້ງ/ເດືອນ.
ການໃສ່ຝຸ່ນ:ໃນຊ່ວງໄລຍະການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດຂອງລະມຸດທຳອິດນັ້ນ ລະມຸດຈະມີຄວາມຕ້ອງການຝຸ່ນ ແລະ ທາດອາຫານຕ່າງໆ ເພື່ອໄປລ້ຽງສ່ວນຕ່າງໆຂອງລຳຕົ້ນ ລວມເຖິງກິ່ງ, ກ້ານ, ດອກ ແລະ ໝາກ ດັ່ງນັ້ນຄວນມີການໃສ່ຝຸ່ນເພີ່ມ ໂດຍສະເພາະທາດອາຫານຫຼັກຄື: ໄນໂຕຣເຈນ, ຟົດຟໍຣັດ ແລະ ໂປຕັສຊຽມ ທີຕົ້ນໄມ້ນຳໄປໃຊ້ເລື້ອຍໆ ຫາກຂາດແຄນ 3 ສານດັ່ງກ່າວອາດປ່ຽນມານຳໃຊ້ຝຸ່ນຊີວະພາບ ຫຼື ຝຸ່ນຄອກເຊັ່ນ: ປີທີ 1 ໃສ່ 5 ກິໂລ/ຕົ້ນ, ປີທີ 2 ໃສ່ 10 ກິໂລ/ຕົ້ນ ແລະ ປີທີ 3 ໃສ່ 15 ກິໂລ/ຕົ້ນ ຈາກນັ້ນໃສ່ເພີ່ມຂຶ້ນເລື້ອຍໆຕາມອາຍຸຂອງຕົ້ນ.
ສຳລັບການນຳໃຊ້ຝຸ່ນວິທະຍາສາດແມ່ນໃຊ້ສູດ 15-15-15 ຫຼື 13-13-21 ໃນປີໜຶ່ງອາດໃຊ້ 1-2 ຄັ້ງ/ປີ. ສຳລັບປີທຳອິດຄວນໃຊ້ 200 ກຣາມ/ຕົ້ນ ສ່ວນປີທີສອງແມ່ນຄວນໃຊ້ 300 – 500 ກຣາມ/ຕົ້ນ ແລະ ປີທີ 3 ແມ່ນໃຊ້ 500 ກຣາມ/ຕົ້ນ ໃນການໃສ່ຝຸ່ນແຕ່ລະເທື່ອນັ້ນຕ້ອງໄດ້ສັງເກດເຖິງຄວາມອຸດົມສົມບູນຂອງຕົ້ນລະມຸດ ແລະ ດິນ.
ວິທີໃສ່ຝຸ່ນ
ຂັ້ນຕອນທຳອິດແມ່ນພວນດິນໃຫ້ຕື້ນອ້ອມຮອບບໍລິເວນຂອງຊົງຝຸ່ນ ໂດຍແບ່ງເປັນ 3-4 ສ່ວນອ້ອມຮອບຕາມບໍລິເວນຊົງຟຸ່ມ ແລະ ອີກສ່ວນໜຶ່ງແມ່ນໃຫ້ໂຮຍລົງຕາມບໍລິເວນໃກ້ເຫງົ້າຂອງຕົ້ນ ແຕ່ລະວັງຢ່າໃຫ້ຖືກເຫງົ້າເດັດຂາດເພາະມັນຈະເຮັດໃຫ້ເປືອກຂອງລຳຕົ້ນເນົ່າເປື່ອຍ ແລະ ອາດເຮັດໃຫ້ຕົ້ນລະມຸດຕາຍໄດ້. ສຳລັບການໃສ່ຝຸ່ນມີ 2 ແບບຄື: ໃສ່ແບບຂຸດເປັນຮ່ອງອ້ອມຕາມຊົງຝຸ່ນ ແລະ ການຂຸດເປັນ 4 ແຈຕາມຊົງຝຸ່ນ.
ການກຳຈັດວັດສະພືດ:
ຄວນບົວລະບັດຮັກສາຄວາມສະອາດ ແລະ ກຳຈັດວັດສະພືດພວກຫຍ້າບໍ່ໃຫ້ເກີດຂຶ້ນມາຕາມບໍລິເວນເຫງົ້າຂອງຕົ້ນລະມຸດ ເພາະມັນຈະເກີດການຍາດແຍ່ງນ້ຳ ແລະ ອາຫານຈາກຕົ້ນລະມຸດ ສະນັ້ນຄວນມີການກຳຈັດຫຍ້າເປັນປະຈຳ ພ້ອມທັງເປັນການທຳລາຍບ່ອນລີ້ຊ້ອນຂອງແມງໄມ້ ສຳລັບລະດູແລ້ງຄວນໃຊ້ຫຍ້າແຫ້ງ ຫຼື ເຟືອງແຫ້ງປົກອ້ອມຮອບເຫງົ້າເພື່ອຮັກສາຄວາມຊຸ່ມໃນດິນໃຫ້ຄົງຢູ່.
ການຕັດແຕ່ງ:
ຫຼັງຈາກການປູກໄດ້ປີທີ 2 ກໍຄວນເລີ່ມຕັດແຕ່ງໃຫ້ມີຄວາມສວຍງາມ ໂດຍການຕັດງ່າເບື້ອງລຸ່ມທີ່ຕິດກັບດິນຕ່ຳກວ່າ 70 ຊັງຕີແມັດ. ໃນເວລານີ້ບໍ່ຄວນແຕ່ງຫຼາຍ. ເມື່ອອາຍຸໄດ້ຂອງຕົ້ນເຂົ້າປີທີ 5 ແລ້ວຄວນຕັດແຕ່ງທຸກໆປີ ສຳລັບການຕັດແຕ່ງມີຜົນດີ ແລະ ຄຸນປະໂຫຍດຄື:
ພະຍາດ, ແມງໄມ້ ແລະ ການປ້ອງກັນ
ສຳລັບຕົ້ນລະມຸດແມ່ນບໍ່ຄ່ອຍຈະມີແມງໄມ້ ແລະ ພະຍາດລົບກວນຫຼາຍຄືກັບຕົ້ນໄມ້ຊະນິດອືື່ນ ແຕ່ຈະມີແມງໄມ້ພຽງ 1-3 ຊະນິດຄື:
ດ້ວງເຈາະລຳຕົ້ນ ແລະ ງ່າ
ເຊິ່ງເກີດຈາກແມງໄມ້ຊະນິດໜຶ່ງທີ່ມີລຳໂຕຂະໜາດ 3-5 ຊັງຕີແມັດ ມີປີກສີດຳ ແລະ ສີເຫຼືອງສົ້ມຜ່າກາງປີກສອງຂ້າງ ແລະ ມີຫົວສີດຳ, ໜວດຍາວ ໂດຍມັນຈະວາງໄຂ່ໃສ່ຕົ້ນທີ່ມີຮອຍບາດແຜ ມັນຈະວາງໄຂ່ປີລະຄັ້ງໃນເດືອນຕຸລາຫາເດືອນພະຈິກ ໃຊ້ເວລາ 18 ວັນເພື່ອເບາະອອກເປັນໂຕດ້ວງທີ່ມີຂະໜາດຍາວ 1,5 ຊັງຕີແມັດ ເມື່ອໃຫຍ່ເຕັມທີ່ຈະມີຂະໜາດ 1,5 – 3 ຊັງຕີແມັດ ມີລຳໂຕສີຂາວເປັນປ້ອງມັັນອາໄສຫາກິນຕາມບໍລິເວນຕົ້ນລະມຸດ.
ການປ້ອງກັນ:
ບົ້ງເຈາະໝາກລະມຸດ
ເກີດຈາກແມງກະເບື້ອກາງຄືນທີ່ອອກຫາກິນ ມີຮູບຮ່າງຂະໜາດປານກາງ ເມື່ອພື່ງປີກອອກຈະມີຄວາມກວ້າງປະມານ 2 ຊມ ແມງກະເບື້ອຈະວາງໄຂ່ໃສ່ໝາກລະມຸດ ແລະ ຈະແຕກອອກເປັນບົ້ງທີ່ມີສີແດງອ່ອນຍາວປະມານ 1,5 ຊມ ແລະ ຈະເຂົ້າເຈາະກິນໝາກລະມຸດໃນໄລຍະໜຶ່ງ ແລ້ວຈະກາຍເປັນດັກແດ້ອາໄສຢູ່ໃນໝາກເລີຍ ບົ້ງດັ່ງກ່າວຈະທຳລາຍໝາກແຕ່ນ້ອຍຈົນແກ່ສຸກ.
ການປ້ອງກັນ:
ເພ້ຍແປ້ງ
ເປັນແມງໄມ້ທີ່ໃຊ້ປາກດູດ, ມີຂະໜາດນ້ອຍ, ເຄື່ອນຍ້າຍໂຕຊ້າ, ລຳໂຕມີລັກະນະພິເສດເປັນຝຸ່ນສີຂາວເຊິ່ງສາມາດຈັບເບິ່ງໄດ້ຊັດເຈນ ມັນຈະທຳລາຍສ່ວນທີ່ເປັນຍອດອ່ອນ, ໃບອ່ອນ ເຮັດໃຫ້ສ່ວນດັ່ງກ່າວບໍ່ມີການຂະຫຍາຍຕົວ.
ການປ້ອງກັນ: ໃຊ້ສະໝຸນໄພ ໂດຍການນຳໃຊ້ນ້ຳສະກັດຊີວະພາບເພື່ອປ້ອງກັນ ແລະ ກຳຈັດ.
ວິທີເຮັດ:ການເຮັດນ້ຳໝັກຊີວະພາບສະໝຸນໄພຈະຕ່າງຈາກການເຮັດນ້ຳສະກັດຊີວະພາບຈາກພືດຜັກ ແລະ ໝາກໄມ້… ສ່ວນການເຮັັດຈາກສະໝຸນໄພແມ່ນພຽງແຕ່ໃຊ້ນ້ຳສົ້ມສາຍຊູ ຫຼື ເຫຼົ້າແທນນ້ຳຕານ ໂດຍການນຳເອົາສະໝຸນໄພ 1 ກິໂລ ມາທຸບໃຫ້ແຕກແລ້ວຈຶ່ງນຳມາຊອຍ ຫຼື ຟັກ ແລ້ວນຳມາໃສ່ຖັງທີ່ມີຝາປິດ ຫຼັງຈາກນັ້ນເທນ້ຳສົ້ມສາຍຊູ 0,5 ລິດ, ເຫຼົ້າຂາວ 1 ລິດ, ກາກນ້ຳຕານ 1 ລິດ ແລະ ຫົວເຊື້ອ 1 ລິດ ຫຼັງຈາກນັ້ນປະສົມໃຫ້ເຂົ້າກັນແລ້ວປິດຝາຖັງໄວ້ໜຶ່ງເດືອນ.
ວິທີນຳໃຊ້: ນຳເອົານ້ຳຊີວະພາບມາປະສົມກັບນ້ຳສະອາດໃນອັດຕາ 2-3 ບ່ວງ/ນ້ຳ 5 ລິດ ແລ້ວນຳໄປສີດພົ່ນໃຫ້ທົ່ວຕົ້ນ ຫຼັງຈາກຕົ້ນເລີ່ມປົ່ງໃບໃໝ່ກ່ອນທີ່ພະຍາດ ແລະ ສັດຕູພືດຈະລະບາດ ຄວນສີດໃນຕອນເຊົ້າ ຫຼື ຫຼັງຝົນຕົກ ຢ່າງສະໝ່ຳສະເໝີ.
ສະໝຸນໄພໄລ່ບົ້ງ
ສ່ວນປະສົມ: ໃບໝາກເຂືອເຄືອ 100 ກຣາມ, ນ້ຳອຸ່ນ 2-5 ລິດ, ນ້ຳເຢັນ 10 ລິດ, BE 5 1 ບ່ວງແກງ
ວິທີເຮັດ: ນຳໃບໝາກເຂືອເຄືອມາຕຳໃຫ້ມຸ່ນ, ນຳມາປະສົມກັບນ້ຳອຸ່ນ, ແຊ່ປະໄວ້ປະມານ 5 ຊົ່ວໂມງ.
ວິທີໃຊ້: ນຳນ້ຳໝາກເຂືອທີ່ຕອງແລ້ວ 1 ບ່ວງ ແລະ BE 5 ຈຳນວນ 1 ບ່ວງມາປະສົມກັບນ້ຳ 10 ລິດ ແລ້ວຄົນໃຫ້ເຂົ້າກັນ. ຫຼັງຈາກນັ້ນນຳໄປສີດໃສ່ລະມຸດ ໂດຍສາມາດສີດ ຫຼື ຫົດໃສ່ຕົ້ນລະມຸດເພື່ອປັນການປ້ອງກັນໂດນສີດ 1 ຄັ້ງ/2 ມື ຫຼື ຢ່າງຕ່ຳ 1ຄັ້ງ/ອາທິດ.
ການອອກດອກ ແລະ ຈັບໝາກ
ຕົ້ນລະມຸດທີ່ປູກດ້ວຍງ່າຈະໃຫ້ໝາກເມື່ອອາຍຸປະມານ 3 ປີ, ສ່ວນການປູກດ້ວຍແກ່ນຈະອອກດອກ ແລະ ໃຫ້ໝາກເມື່ອອາຍຸປະມານ 6 ປີ ເວລາດັ່ງກ່າວມານັ້ນແມ່ນຂຶ້ນກັບຄວາມອຸດົມສົມບູນຂອງລຳຕົ້ນ. ການອອກດອກແມ່ນຈະອອກຕະຫຼອດປີເປັນຊຸດ ໂດຍຊຸດທຳອິດຈະອອກດອກຫຼາຍກວ່າຊຸດອື່ນໃນເດືອນມິຖຸນາ ຫາ ກໍລະກົດ ເຊິ່ງໄລຍະການດອກອອກຫາມື້ເກັບກ່ຽວແມ່ນ 6-7 ເດືອນ ແລະ ໃຊ້ເວລາອອກດອກປະມານ 30 -35 ວັນ ສ່ວນໄລຍະການອອກດອກເຖິງໝາກສຸກແມ່ນ 7-8 ເດືອນ.
ການຈັບໝາກ
ຕົ້ນໝາກລະມຸດຈະໃຫ້ຜົນຜະລິດ ແລະ ມີອາຍຸຍືນເຖິງ 70-80 ປີ ສຳລັບປະສິດທິພາບການໃຫ້ຜົນຜະລິດແມ່ນຂຶ້ນກັບແນວພັນ ແລະ ການປ່ຽນແປງຂອງສະພາບອາກາດ ຕະຫຼອດເຖິງການບົວລະບັດຮັກສາ.
ການເກັບກ່ຽວ
ໝາກລະມຸດເປັນພືດທີ່ໃຫ້ໝາກຕະຫຼອດປີ ໃນເວລາເກັບຄວນເລືອກໝາກທີ່ແກ່ ໂດຍການເກັບເປັນຊຸດ ສຳລັບໝາກລະມຸດທີ່ແກ່ແມ່ນຈະສັງເກດໄດ້ງ່າຍໆຄືໝາກຈະຕື່ງດີ, ຜິວເປືອກກ້ຽງ ມີສີເຫຼືອງເຂັ້ມບໍ່ມີຂີ້ໄຄຕິດ ສຳລັບວິທີເກັບກ່ຽວຄວນໃຊ້ໄມ້ສ້າວ ຫຼື ເຫຼັກທີ່ມີຂໍມັດໃສ່ໄມ້ສ້າວ ສຳລັບໄລຍະການເກັບກ່ຽວແມ່ນໃຫ້ຫ່າງກັນປະມານ 10 – 15 ວັນ.
ຫຼັກການລວມໃນການປັບຕົວສຳລັບການປູກໝາກລະມຸດໃນເງື່ອນໄຂສະພາບການປ່ຽນແປງຂອງດິນຟ້າອາກາດ
ທີ່ມາ: ກົມສົ່ງເສີມກະສິກຳ ແລະ ສະຫະກອນ