ຂໍ້ດີ
- ເພື່ອປ້ອງການແຫ່ວຂອງຕົ້ນໝາກເລັ່ນກ່ອນການເກັບກ່ຽວ.
- ເພື່ອປ້ອງກັນການເກີດຂອງພະຍາດຂີ້ເລືອດຝອຍໃນຊ່ວງການຈະເລີນເຕີບໂຕ.
- ຊ່ວຍຍືດອາຍຸຂອງການເກັບກ່ຽວໃຫ້ຫຼາຍຂຶ້ນກວ່າເກົ່າ.
- ຜົນຜະລິດສູງກວ່າການປູກດ້ວຍຕົ້ນຂອງມັນເອງ.
ອຸປະກອນສຳລັບການຕໍ່
- ມີດຄັດເຕີ.
- ທໍ່ຢາງສຳລັບຕໍ່ລະຫວ່າງຍອດໝາກເລັ່ນ ແລະ ຕົ້ນໝາກແຄ້ງ.
- (ສຳລັບທໍ່ຢາງແມ່ນມີສຳລັບການຕໍ່ໂດຍສະເພາະ ແຕ່ກໍລະນີບໍ່ມີທ່ານສາມາດນຳທໍ່ຢາງທຳມະດາກໍ່ໄດ້ໂດຍຕັດຍາວປະມານ 2 ຊມ.)
ເຕັກນິກທີ 1 ໃຊ້ທໍ່ຢາງສະເພາະການຕໍ່
ຂັ້ນຕອນການເຮັດ
- ໃຊ້ມີດຄັດເຕີຕັດຕົ້ນໝາກແຄ້ງທີ່ກ້າໄດ້ປະມານ 1 ເດືອນ ການຕັດແມ່ນໃຫ້ໄດ້ຄວາມສູງຍາວປະມານ 2-3 ຊມ ໂດຍຕັດໃຫ້ສະລຽງ ( ການຕັດຕ້ອງເລືອກບ່ອນທີ່ກ້ຽງ ແລະ ຂະໜາດທີ່ເໝາະກັບທໍ່ຢາງທີ່ໃຊ້ໃການຕໍ່) ສ່ວນປາກບາດແມ່ນໃຫ້ຍາວປະມານ 0, 5 ຊມ.
- ຫຼັງຈາກຕັດຕົ້ນຮຽບຮ້ອຍແລ້ວແມ່ນໃຫ້ນຳເອົາທໍ່ຢາງທີ່ກຽມໄວ້ສຸບລົງໃຫ້ປະມານເຄິ່ງໜຶ່ງຂອງທໍ່ຢາງເພື່ອບໍ່ໃຫ້ສິ່ງຕ່າງໆມາສຳຜັດກັບປາກບາດຂອງຕົ້ນຕໍ.
- ໃຊ້ມີດຄັດເຕີຕັດຍອດໝາກເລັ່ນ ໂດຍເລືອກເອົາຕົ້ນທີ່ເໝາະສົມກັບຕົ້ນຕໍທີ່ກຽມໄວ້ ໂດຍຕັດໃຫ້ໄດ້ 2 ຂໍ້ຂຶ້ນໄປ ປາກບາດໃຫ້ເປັນມຸມສະຫລຽງ ຫຼັງຈາກນັ້ນໃຫ້ຕັດໃບອອກໂດຍຈົ່ງໄວ້ປະມານ 1-2 ໃບ ເພື່ອຫຼຸດຜ່ອນການຄາຍນ້ຳ.
- ຫຼັງຈາກຕັດຍອດພັນຮຽບຮ້ອຍແລ້ວແມ່ນໃຫ້ນຳມາສຽບໃສ່ຕົ້ນຕໍເລີຍ.
ວິທີ2 ແມ່ນການນຳໃຊ້ທໍ່ຢາງດຳທົ່ວໄປ
ຂັ້ນຕອນການເຮັດ
- ໃຊ້ຄັດເຕີຕັດຕົ້ນຕໍບໍ່ໃຫ້ສະຫຼາຍເກີນໄປ (ແບບສະບີນ).
- ນຳເອົາທໍ່ຢາງດຳມາສຸບໃສ່ໃຫ້ຫວິດປາກບາດລົງໄປລຸ່ມ.
- ໃຊ້ມີດຄັດເຕີຜ່າລຳຕົ້ນລົງໃຫ້ສະເໝີກັນທັງສອງກີບ.
- ຕັດຍອດພັນຄືກັບວິທີທີ່ໜຶ່ງແລ້ວນຳມາປັກໃສ່ຕົ້ນຕໍຫຼັງຈາກນັ້ນໃຫ້ດຶງທໍ່ຢາງຂຶ້ນໃຫ້ຫຸ້ມປາກບາດ.
ຫຼັງຈາກຕໍ່ດ້ວຍສອງວິທີສຳເລັດແລ້ວແມ່ນຈະນຳເຂົ້າໂຮງອົບ
ການເຮັດໂຮງອົບແມ່ນຄວນເລືອກສະຖານທີ່ ທີ່ຊ່ວງເຊົ້າ ແລະ ແລງ ສາມາດຖືກແສງແດດ ສ່ວນຕອນສວຍແມ່ນຖືກຮົ່ມຈະເໝາະສົມທີ່ສຸດ.
ການເຮັດໂຮງອົບແມ່ນໃຊ້ເອົາສຸ່ມໄກ່ມາແລ້ວເອົາຢາງພາສຕິກທີ່ເປັນແຜ່ນໃຫຍ່ມາຄຸມ ແລະ ຄຸມອີກຊັ້ນໜຶ່ງດ້ວຍຜ້າກັນແສງ ເພື່່ອເອົາມາຄຸມກ້າທີ່ເຮົາຕໍ່ຮຽບຮ້ອຍແລ້ວ ຫຼັງຈາກນັ້ນແມ່ນແປງຢາງພາສຕິກໃຫ້ແໜ້ນດີ. ຫຼັງຈາກໄດ້ອາທິດໜຶ່ງແລ້ວນຳເອົາຜ້າຄຸມອອກເທື່ອລະຫນ້ອຍ ຫຼັງຈາກໄດ້ 9-10 ວັນ ສາມາດນຳໄປປະໄວ້ໂຮງກ້າທີ່ມີຜ້າກັນແສງ.
ທີ່ມາ:https://www.youtube.com/watch?v=WCQOAO2VWVs