ພະຍາດໄຂ້ເລືອດດຳ (Anthrax) ແມ່ນຫຍັງ? ເກີດມາຈາກໃສ?
ພະຍາດໄຂ້ເລືອດດໍາ (Anthrax) ແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ ຊຶ່ງເກີດຈາກເຊື້ອຈຸລິນຊີທີ່ສ້າງສະປໍທີ່ເອີ້ນວ່າ bacillus anthracis ເປັນພະຍາດທີ່ເກີດຂຶ້ນຕາມທໍາມະຊາດຢູ່ໃນດິນ, ເມື່ອສັດຄ້ຽວເອື້ອງທີ່ກິນຫຍ້າເຊັ່ນ: ງົວ, ຄວາຍ, ແບ້ ກິນສະປໍເຂົ້າໄປ ສາມາດເຮັດໃຫ້ສັດເຫຼົ່ານີ້ຕິດພະຍາດດັ່ງກ່າວ ໂດຍທົ່ວໄປແລ້ວມີຜົນກະທົບຕໍ່ສັດຄ້ຽວເອື້ອງທັງສັດລ້ຽງ ແລະ ສັດປ່າ ສາມາດແຜ່ຈາກສັດສູ່ຄົນໄດ້ ແຕ່ປົກກະຕິແລ້ວບໍ່ແຜ່ຈາກຄົນສູ່ຄົນ.
ມີອາການແນວໃດ?
- ມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ.
- ມີບາດຄືຖືກໄຟຈາກກອກຢາສູບຈີ່.
- ຫາຍໃຈຍາກ ແລະ ແໜ້ນໜ້າເອິກ.
- ໄລຍະຝັກຕົວຂອງພະຍາດ 1-5 ວັນ ຫຼື ອາດດົນເຖິງ 60 ວັນ.
ມີວິທີການປິ່ນປົວແນວໃດ?
- ພະຍາດໄຂ້ເລືອດດໍາ ທັງໃນຄົນ ແລະ ສັດ ສາມາດປິ່ນປົວໄດ້ ດ້ວຍຢາຕ້ານເຊື້ອທີ່ສັ່ງຈ່າຍຢາໂດຍແພດໝໍ ແລະ ສັດຕະວະແພດ ຕາມລໍາດັບ.
- ຖ້າຜູ້ທີ່ຕິດເຊື້ອ ໄດ້ຮັບການປິ່ນປົວທາງການແພດຢ່າງໄວວາ ຄວາມສ່ຽງຕໍ່ການເສຍຊີວິດແມ່ນໜ້ອຍຫຼາຍ.
ວິທີປ້ອງກັນແນວໃດ?
- ສັງເກດສັດລ້ຽງຢູ່ສະເໝີ ຫາກມີອາການເຫງົາ ຫຼື ຜິດປົກກະຕິ ຄວນລາຍງານໃຫ້ສັດຕະວະແພດບ້ານ ຫຼື ນາຍບ້ານ ຢ່າງຮີບດ່ວນ.
- ເມື່ອສັດຕາຍຕ້ອງນໍາເອົາຊາກສັດໄປຈູດ ຫຼື ຝັງລົງດິນໃຫ້ເລິກປະມານ 2 ແມັດ.
- ຫ້າມສຳຜັດສັດເຫງົາ ຫຼື ຕາຍ, ຫ້າມຂ້າ, ຄົວ ຫຼື ກິນຊີ້ນສັດທີ່ເຫງົາ ຫຼື ຕາຍ.
- ຕ້ອງນໍາສັດລ້ຽງໄປຮັບການສັກຢາປ້ອງກັນພະຍາດສັດທຸກໆປີ.
ແຫຼ່ງຂໍ້ມູນ: https://shorturl.at/c65Z5
https://shorturl.at/meIRR