ໜໍ່ອ່ອນຂອງພືດຊະນິດນີ້ຖືກນຳມາປຸງແຕ່ງເປັນອາຫານຫຼາຍຢ່າງໂດຍສະພາະແມ່ນ ເອາະ ແລະ ນິຍົມນຳມາກິນເປັນຜັກ. ຍອດສາມາດສູງເຖິງ 100 ຊມ. ຖ້າບໍ່ຕັດກາບໃບສາມາດປະໄວ້ຈົນກ່ວາຈະແຕ່ງກິນ ແລະ ຍັງສາມາດຮັກສາຄວາມສົດໄດ້ຮອດໜຶ່ງອາທິດ.
ສ່ວນປະກອບ
- ຍອດຫວາຍອ່ອນ (ຕັດເປັນຕ່ອນນ້ອຍ) 300-500 ກຣາມ
- ກະດູກໝູອ່ອນ 300-400 ກຣາມ
- ນ້ຳ 1-1.5 ລິດ
- ປາແດກ 1-2 ບ່ວງ
- ເກືອ 1/2 ບ່ວງກາເຟ
- ໝາກເຂືອ 4-5 ໜ່ວຍ
- ໝາກເຜັດ (ຕາມໃຈມັກ)
- ຜັກນາງເລີດ (ຕາມໃຈມັກ)
ວິທີເຮັດ
- ຕົ້ມນ້ຳໃຫ້ເດືອດ ແລ້ວໃສ່ກະດູກໝູອ່ອນ ຕົ້ມປະມານ 20-30 ນາທີ
- ໃສ່ຫວາຍອ່ອນ ແລະ ໝາກເຂືອລົງໄປ ຕົ້ມອີກປະມານ 10 ນາທີ
- ນໍາເອົາໝາກເຂືອທີ່ຕົ້ມໄວ້ ນໍາມາຕົ້ມໃຫ້ລະອຍດ ຫຼື ຕາມໃຈທີ່ຕ້ອງການ
- ຕຳໝາກເຜັດທີ່ກຽມໄວ້ລົງ
- ປຸງດ້ວຍປາແດກ ແລະ ເກືອ
- ຕົ້ມຕໍ່ອີກ 10-15 ນາທີ ໃຫ້ສ່ວນປະກອບທຸກຢ່າງມັນເຂົ້າກັນ
- ໃສ່ຜັກນາງເລີດລົງໄປແລ້ວປິດໄຟ
✅ ເຄັດລັບ
- ຕົ້ມກະດູກໝູໃຫ້ນຸ່ມກ່ອນ ເພື່ອງ່າຍໃນການປຸງແຕ່ງ