Skip to content
ລາວ
English
Facebook-f
Youtube
X-twitter
Envelope
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
X
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ຊະນິດພັນ
ນັກຊີວະນາໆພັນກະສິກຳຕົວແບບ
ຫໍສະໝຸດ
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
ກ່ຽວກັບພາເຂົ້າລາວ
ຊີວະນາໆພັນກະສິກຳແມ່ນຫຍັງ?
ທີມງານຂອງພວກເຮົາ
ຄູ່ຮ່ວມງານ ແລະ ຜູ້ປະກອບສ່ວນ
ປະກອບສ່ວນຄຳຄິດເຫັນເພີ່ມເຕີມ
X
Home
»
ເລື່ອງເລົ່າ
»
ເອາະໜໍ່ຫວາຍ
ເອາະໜໍ່ຫວາຍ
Last updated on August 29, 2025
(first published: August 29, 2025)
by Andy Souvanhphukdee
ປະເພດຜັກ
ອາຫານຄາວ
ເອາະໜໍ່ຫວາຍ ອາຫານພື້ນບ້ານທີ່ໃຜໆກໍ່ຮູ້ຈັກ ປະກອບໄປດ້ວຍຜັກສະມຸນໃຜນາໆຊະນິດ
ສ່ວນປະສົມ
ຍອດຫວາຍ 10-15 ໜໍ່
ໝາກເຜັດ 5 ໜ່ວຍ
ເຫັດຕັ່ນ 1 ຖ້ວຍນ້ອຍ
ເຫັດຂາວ 1 ຖ້ວຍນ້ອຍ
ຜັກຊີ 1 ມັດນ້ອຍ
ຫອມບົ່ວ 2 ຕົ້ນ
ຜັກອີຕູ່ 1 ມັດນ້ອຍ
ນ້ຳ 5 ຈອກ
ຊີ້ນໝູ ½ kg
ໃບຢານາງ 10-15 ໃບ
ເຂົ້າເບືອ 1 ຖ້ວຍນ້ອຍ
ເກືອ ½ ບ່ວງແກງ
ປາແດກ ຫຼື ນ້ຳປາ 2 ບ່ວງແກງ
ກຽມສ່ວນປະສົມ
ຕຳເຂົ້າເບືອ ແລະ ໝາກເຜັດໃຫ້ມຸ່ນ
ປອກເປືອກແຂງໜໍ່ຫວາຍ ອອກໃຫ້ໝົດ
ລ້າງໜໍ່ຫວາຍ, ເຫັດ ແລະ ຜັກສະມຸນໄພຕ່າງໆ ເພື່ອນຳມາຊອຍ ຍາວ 4-5 ຊມ
ບົດຢານາງ ປະສົມກັບນ້ຳ
ວິທີປຸງແຕ່ງ
ຄ້າງໝໍ້ໃສ່ນ້ຳຢານາງ, ເກືອ ແລະ ປາແດກ ຫຼື ນ້ຳປາ ລໍຖ້ານ້ຳໃຫ້ຟົດແລ້ວໃສ່ຊີ້ນໝູ, ຕົ້ມປະໄວ້ປະມານ 10 ນາທີ
ໃສ່ເຫັດ ແລະ ໜໍ່ຫວາຍ ຕາມດ້ວຍເຂົ້າເບືອ ແລະ ໝາກເຜັດ, ອ່ອມໄວ້ 15-20 ນາທີ ຫຼືຈົນກ່ວາໜໍ່ຫວາຍຈະສຸກ
ໃສ່ຜັກ ແລະ ສະມຸນໄພຕ່າງໆ ທີ່ກຽມໄວ້, ປິດຝາປະໄວ້ປະມານ 5 ນາທີ
ຕັກໃສ່ຖ້ວຍພ້ອມຮັບປະທານ
Share
Prev
Previous
ວິທີການຈັກສານແອບເຂົ້າ
Next
ວິທີການຈັກສານຫວດໜື້ງເຂົ້າ
Next
See also
ເອາະໜໍ່ໄມ້ສົ້ມ
Recent Stories
ການປູກຖົ່ວດິນ
August 25, 2025
ຢາໄລ່ແມງໄມ້ຊີວະພາບ
August 25, 2025
ສວນອິນຊີແບບປະສົມປະສານ
August 25, 2025
ການເຮັດຝຸ່ນບົ່ມ
August 25, 2025
ການປູກກາເຟກ້ອງຮົ່ມໄມ້
August 25, 2025