ແກງຜັກອີ່ຮູມໃສ່ປາແຫ້ງ

ແກງຜັກອີ່ຮູມ ເປັນອາຫານພື້ນບ້ານທີ່ຮູ້ກັນດີວ່າມີປະໂຫຍດຕໍ່ສຸຂະພາບ.

ແກງຜັກອີ່ຮູມໃສ່ປາແຫ້ງ ເປັນອາຫານພື້ນບ້ານທີ່ຮູ້ຈັກກັນດີວ່າຜົນປະໂຫຍດຕໍ່ສຸຂະພາບ. ຫຼາຍໆຄົນຄຸ້ນເຄີຍກັບການນໍາເອົາໃບຜັກອີ່ຮູມມາປຸງແຕ່ງອາຫານ, ສູດນີ້ຈະເນັ້ນໃສ່ໃບອ່ອນ, ສົດ ແລະ ມີໂພສະນາການ.

ສ່ວນປະກອບຫຼັກ

  • ນ້ຳສະອາດ: 1 ລິດ
  • ໃບຜັກອີ່ຮູມ: 500 ກຣາມ (ໃຊ້ພຽງແຕ່ໃບ ແລະ ລຳຕົ້ນທີ່ອ່ອນ)
  • ປາແຫ້ງ: 2 ໂຕ
  • ແປ້ງນົວ: 1 ບ່ວງກາເຟ
  • ນ້ຳປາ: 1½ ບ່ວງກາເຟ
  • ເກືອ: 1 ½ ບ່ວງກາເຟ

ຄຳແນະນຳ

  1. ກະກຽມນ້ຳຕົ້ມ ຖອກນ້ຳໃສ່ໝໍ້,ຕື່ມສ່ວນປະສົມນີ້ລົງໃນໝໍ້ນ້ຳຕົ້ມ ແລະ ຕົ້ມໃຫ້ຟົດ
  2. ຈາກນັ້ນເອົາປາແຫ້ງລົງໃນໝໍ້ແລ້ວຕົ້ມຈົນກວ່າປາຈະສຸກ.
  3. ຫຼັງຈາກນັ້ນຕື່ມຜັກອີ່ຮູມລົງໃນໝໍ້.
  4. ສຶບຕໍ່ຕົ້ມອີກປະມານ 5 ນາທີ, ຈົນກວ່າຜັກອີ່ຮູມຈະສຸກ.
  5. ຮັບປະທານຮ້ອນໆໃນຖ້ວຍ ເປັນອາຫານທີ່ແຊບ ແລະ ມີໂພສະນາການ.

ສູດອາຫານຈາກ: ນ. ວັນ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

Share

Recent Stories