ໜໍ່ຂົມເປັນອາຫານທ້ອງຖິ່ນທີ່ນິຍົມ ສາມາດປຸ່ງແຕ່ງໄດ້ຫຼາຍວິທີ ເຊັ່ນ ຕົ້ມແລ້ວກິນຄູ່ກັບແຈ່ວ, ຜັດ, ຫຼື ແກງ.
ສ່ວນປະກອບ
- ໜໍ່ຂົມ (ຕົ້ມແລ້ວ) 300-500 ກຣາມ
- ນ້ຳ 1-1.5 ລິດ
- ປາແດກ 1-2 ບ່ວງແກງ
- ເກືອ (ປຸງຕາມມັກ)
- ໝາກເຜັດ 3-5 ໜ່ວຍ
- ຜັກຂະ (ຕາມໃຈມັກ)
ວິທີເຮັດ
- ຕົ້ມນ້ຳໃຫ້ເດືອດ
- ໃສ່ໜໍ່ຂົມທີ່ຕົ້ມແລ້ວລົງໄປ
- ປຸງດ້ວຍປາແດກ ແລະ ເກືອ
- ຕຳໝາກເຜັດ ແລ້ວໃສ່ລົງໄປ
- ຕົ້ມຕໍ່ອີກ 5-10 ນາທີ ໃຫ້ລົດຊາດເຂົ້າກັນ
- ໃສ່ຜັກຂະລົງໄປແລ້ວ ປະມານ 23-5 ນາທີແລ້ວປິດໄຟ
✅ ເຄັດລັບ
- ຄວນຕົ້ມໜໍ່ຂົມກ່ອນ 1 ຄັ້ງ ເພື່ອຫຼຸດຄວາມຂົມ
- ໃສ່ນໍ້າຢານາງ ຈະເຮັດໃຫ້ແກງຫອມ ແລະ ມີສີຂຽວງາມ