ສ່ວນປະສົມ
• ຄະນໍ 2 ບ່ວງຊາ
• ກະທຽມ 1 ຫົວ (ແກະເປືອກອອກໃຫ້ໝົດ ແລ້ວຊອຍເປັນປ່ຽງບາງໆ)
• ໝາກເຜັດດິບ 3 ໜ່ວຍນ້ອຍ
• ໝາກເຜັດຫວານ 4 ໜ່ວຍໃຫ່ຍ (ຍາວປະມານ 10-12 ຊມ)
• ນ້ຳປູ 1 ½ ບ່ວງຊາ (ໃສ່ນ້ຳ ຫຼື ນ້ຳແກງເພື່ອຄວາມເຂັ້ມຂຸ້ນຂອງແຈ່ວ)
ສຳລັບ 4 ຄົນ
ວິທີປຸງແຕ່ງ
1. ແຍກສຽບໝາກເຜັດຫວານ ແລະ ໝາກເຜັດດິບໃສ່ໄມ້ໃຜ່ ແລ້ວນຳໄປວາງໃສ່ເຕົາໄຟ ຈີ່ຈົນກວ່າຈະສຸກ ຫຼື ຂົນກ່ວາເປືຶອກບາງສ່ວນໄຫມ້
2. ຕຳກະທຽມ ໃສ່ຄະນໍ
3. ເອົາເປືອກໝາກເຜັດດິບ ແລະ ກ້ານທີ່ໄຟໄຫມ້ອອກໃຫ້ໝົດ ແລ້ວໃສ່ລົງຄົກ
4. ປາດໝາກເຜັດຫວານ, ແກະເປືອກທີ່ໄຟໄຫມ້ ແລະ ໄສ້ພ້ອມແກ່ນອອກໃຫ້ຫມົດເພື່ອຕຳກັບສ່ວນປະສົມອື່ນໆ. ໃສ່ນ້ຳປູ ແລະ ນ້ຳແກງ 2 ບ່ວງແກງ ຄົນຈົນເຂົ້າກັນແລ້ວຕັກໃສ່ຖ້ວຍ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ KrazyKAT Recipes