ແຈ່ວປູນາອາຫານພື້ນບ້ານ

ປູນາ ເປັນສັດນ້ຳທີ່ພົບທົ່ວໄປຕາມທ້ອງນາເຊິ່ງມີການນຳໃຊ້ເປັນອາຫານມາຍາວນານແລ້ວ, ໂດຍສະເພາະແມ່ນອາຫານພື້ນບ້ານ ຊາວບ້ານນິຍົມຕໍາແຈ່ວປູ ບາຍເຂົ້າໜຽວຮ້ອນໆ ແຊບສຸດ

ເຄື່ອງປະສົມ

  • ປູນາ 15 ຕົວ
  • ໝາກເຜັດດິບ 2-5 ໜ່ວຍ
  • ຫອມບົ່ວ
  • ຫອມທຽມ
  • ຂີງ ແລ້ວແຕ່ຜູ້ມັກ
  • ເກືອໜຶ່ງບ່ວງຊາ

ວິທີປຸງແຕ່ງ

  1. ຈີ່ໝາກເຜັດ, ຫົວຫອມບົ່ວ, ຫອມທຽມ ແລະ ປູນາ ຈົນກວ່າຈະສຸກ (ປູນາຕ້ອງຈີ່ໃຫ້ສຸກແລ້ວແກະເອົາແຕ່ ອອງປູ)
  2. ຕຳຂີງ ແລະ ໝາກເຜັດ, ຫົວຫອມບົ່ວ ແລະ ຫອມທຽມພ້ອມໃສ່ເກືອ ຫຼັງຈາກນັ້ນໃສ່ອອງປູນາ ແລ້ວຕຳໃຫ້ລະອຽດ
  3. ຕັກໃສ່ຖ້ວຍ (ເພີ່ມນ້ຳໃສ່ໜ້ອຍໜຶ່ງ ຖ້າຫາກເນື້ອແຈ່ວແຫ້ງເກີນໄປ)
Share

Recent Stories