ໝາກເຂົ້າ ເປັນໝາກໄມ້ໂພສະນາການ ແລະ ເປັນຢາ ຊ່ວຍປ້ອງກັນພະຍາດ ແລະ ບຳລຸງຮ່າງກາຍ
ຜູ່ເຖົ້າຜູ່ແກ່ໄດ້ເລົ່າໃຫ້ຟັງວ່າ: ໝາກເຂົ້າເປັນໝາກໄມ້ປ່າທີ່ຫາໄດ້ຢຸ່ໃນປ່າ, ໃນສະໄໝສົງຄາມ ປະຊາຊົນຕ້ອງໄດ້ດຳລົງຊີວິດຢູ່ໃນຖ້ຳ ມີຄວາມຫຍຸ້ງຍາກໃນການຊອກຫາອາຫານ ເພື່ອມາກິນ. ສະນັ້ນ, ພໍ່ແມ່ຈິ່ງໄດ້ເອົາໝາກເຂົ້າມາໜຶ້ງໃສ່ເຂົ້າໃຫ້ລູກຫຼານກິນ ເພື່ອບໍ່ໃຫ້ຂາດສານອາຫານ ແລະ ເຮັດໃຫ້ເດັກນ້ອຍກິນເຂົ້າແຊບ, ແຂງແຮງ.
ໝາກເຂົ້າ ໃນເມື່ອກ່ອນແມ່ນພົບຫຼາຍຢູ່ທາງພາກເໜືອ ຂອງລາວ. ລັກສະນະຂອງໝາກເຂົ້າຈະເປັນໜ່ວຍທີ່ມີໜາມ ເວລາໝາກເຂົ້າສຸກຈະປ່ຽນຈາກສີຂຽວ ເປັນເຫຼືອງ ແລະ ເວລາທີ່ໝາກເຂົ້າແກ່ພໍຈະກາຍ ເປັນສີສົ້ມ ແລະ ແດງ, ຂະໜາດຂອງໝາກເຂົ້າປະມານ 200 ກຣາມ ຫາ 1 ກິໂລກຣາມ.
ໝາກເຂົ້າທີ່ແກ່ດີແລ້ວ ຈະມີສີແດງ ເຮົາສາມາດນຳໄປປະກອບອາຫານໝາກເຂົ້າສາມາດນຳມາປຸງແຕ່ອາຫານ ໄດ້ເຊັ່ນ:
ລັກສະນະຂອງເຂົ້າພາຍຫຼັງຈາກທີ່ໜຶ້ງປົນກັບໝາກເຂົ້າເວລາສຸກແລ້ວ ຈະເຮັດໃຫ້ເຂົ້າສີຂາວກາຍເປັນສີສົ້ມ, ເຂົ້າຈະນຸ້ມ, ມີຄວາມມັນ ແລະ ເຮັດໃຫ້ເຂົ້າສຸກຫອມ.ຄຸນປະໂຫຍດທາງໂພສະນາການ ແລະ ຢາປົວພະຍາດຂອງໝາກເຂົ້າ:
ນອກຈາກ, ປູກເພື່ອບໍລິໂພກພາຍໃນຄົວເຮືອນ. ປັດຈຸບັນ ແມ່ນສາມາດຂາຍເປັນສິນຄ້າ ເນື່ອງຈາກຜູ້ບໍລິໂພກໄດ້ຄຳນຶງເຖິງຄຸນປະໂຫຍດຂອງໝາກເຂົ້າ ທີ່ມີດີຫຼາຍຢ່າງຕໍ່ກັບສຸຂະພາບ ເຮັດໃຫ້ປັດຈຸບັນໝາກເຂົ້າໄດ້ຮັບຄວາມນິຍົມຫຼາຍຂຶ້ນ. ລາຄາຂາຍທົ່ວໄປ ລາຄາໝາກເຂົ້າ 5,000-15,000 ກີບຕໍ່ໜ່ວຍ ຫຼື ບາງຕະຫຼາດຂາຍລາຄາ 15,000 ກີບຕໍ່ກິໂລກຣາມ.