ໂລກໄມເກນ (Migraine) ເປັນໂລກທີ່ເຈັບຫົວຢ່າງຮຸນແຮງ ໂດຍມີສາເຫດມາຈາກ ການບີບຕົວ ແລະ ຄາຍຕົວຂອງຫຼອດເລືອດແດງໃນສະໝອງທີ່ມີຫຼາຍກວ່າປົກກະຕິ ແລະ ໃນງານວິໄຈກໍພົບວ່າ ສາເຫດສໍາຄັນອີກໜຶ່ງຢ່າງກໍຄື ປັດໃຈທາງດ້ານພັນທຸກຳ.
4 ສະໝຸນໄພຮັກສາໄມເກນ ຮັກສາອາການເຈັບຫົວດ້ວຍວິທີທໍາມະຊາດໄດ້ດ້ວຍຕົວເອງ
- ຂີງ: ເປັນສະໝຸນໄພທີ່ມີສັບພະຄຸນຫຼາຍຢ່າງ ສາມາດໃຊ້ຮັກສາໄດ້ກັບທຸກເພດທຸກໄວ ແລະ ສາມາດຮັກສາໄດ້ຫຼາຍໂລກ ແຕ່ສໍາລັບການຮັກສາອາການໄມເກນນັ້ນຈະສາມາດຮັກສາອາການເຈັບຫົວໄດ້ເປັນຢ່າງດີ.
- ຫວ້ານຫາງແຂ້: ນອກຈາກຫວ່ານຫາງແຂ້ຈະຮັກາສາ ແລະ ບໍາລຸງເລື່ອງຜິວໜັາທີ່ເຮັດໃຫ້ຄວາມຊຸ່ມຊື່ນ ແລະ ໃຊ້ເປັນສ່ວນປະກອບໃນການເຮັດເຄື່ອງສໍາອາງບໍາລຸງຜິວໜ້າແລ້ວ ຍັງສາມາດບັນເທົາອາການເຈັບຫົວໄມເກນອີກດ້ວຍ. ເນື່ອງຈາກວ່າຫວ່ານຫາງແຂ້ເປັນພືດທີ່ເກັບຄວາມເຢັນໄດ້ດີ ມີສັບພະຄຸນໃນການຫຼຸດການອັກເສບ, ອາການເຈັບຫົວ ຖືວ່າເປັນສະໝຸນຳະຮັກສາອາການໄມເກນທີ່ດີອີກຊະນິດໜຶ່ງ.
- ຫອມລາບ: ເປັນພືດສະໝຸນໄພທີ່ມີສັບພະຄຸນຫຼາກຫຼາຍ ໂດຍສະເພາະການບັນເທົາອາການເຈັບຫົວໄມເກນ ເນື່ອງຈາກສານໃນຫອມລາບຊ່ວຍໃຫ້ລະບົບໝູນວຽນເລືອດດີຂຶ້ນ ສາມາດປັບສົມດູນໃນຮ່າງກາຍ, ສ້າງຄວາມຜ່ອນຄາຍ ແລະ ສາມາດບັນເທົາອາການປວດເມື່ອຍ ແລະ ຄາຍກ້າມເນື້ອທີ່ຕຶງໃຫ້ກັບສູ່ປົກກະຕິ.
- ຜັກໜອກໃຫຍ່: ນອກຈາກຈະຊ່ວຍຮັກສາອາການຊໍ້າໃນແລ້ວ ໃບຜັກໜອກໃຫຍ່ຍັງສາມາດຮັກສາໄມເກນທີ່ເຫັນຜົນໄດ້ດີ ເນື່ອງຈາກສະໝຸນໄພທີ່ມີລິດເຢັນ ຈຶ່ງສາມາດຊ່ວຍສ້າງຄວາມຜ່ອນຄາຍບັນເທົາອາການຄວາມຕຶງຄຽດ ຫຼື ໂລກໄມເກນ. ໃບຜັກໝອກໃຫຍ່ມີສານທີ່ເຮັດໃຫ້ການໄຫຼວຽນຂອງຫຼອດເລືອດດໍາ, ຫຼອດເລືອດແດງ ແລະ ເສັ້ນເລືອດຝອຍໄຫຼວຽນໄດ້ດີຂຶ້ນ ອີກຍັງຊ່ວຍໃຫ້ເກີດການຂະຫຍາຍຕົວ ຂອງຫຼອດເລືອດ ເຊິ່ງເຮັດໃຫ້ອາການເຈັບຫົວຫຼຸດຜ່ອນລົງ.
ແຫຼ່ງຂໍ້ມູນ: ประโยชน์ของสมุนไพรช่วยรักษาไมเกรน