ສວນປັນຍານິເວດ: ສົ່ງເສີມກະສິກຳຢ່າງຍືນຍົງໃຫ້ແກ່ຊາວໜຸ່ມລາວ

ສວນປັນຍານິເວດ ຕັ້ງຢູ່ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ    ໄດ້ເລີ່ມດຳເນີນກິດຈະກຳຕັ້ງແຕ່ປີ 2008 ແລະ ໄດ້ຈົດທະບຽນເປັນບໍລິສັດກະສິກຳຢ່າງເປັນທາງການໃນປີ 2016. ສວນ ເນັ້ນໃສ່ການຜະລິດແບບອິນຊີ, ການຈຳໜ່າຍຂາຍປີກ ແລະ ຂາຍສົ່ງ ເຊິ່ງມີຜະລິດຕະພັນຫຼັກແມ່ນຜັກສວນຄົວ, ເຂົ້າ ແລະ ເຫັດນາງລົມ. ນອກຈາກນັ້ນ ສວນຍັງຈັດໂຄງການຮຽນຮູ້ທາງດ້ານກະສິກຳ ແລະ ການປຸງແຕ່ງອາຫານພື້ນເມືອງ, ພ້ອມທັງກິດຈະກຳສິນລະປະ ແລະ ຫັດຖະກຳຢ່າງມີສະຕິ. ຜູ້ຢ້ຽມຊົມສາມາດຮຽນຮູ້ການຈຳແນກຊະນິດພັນພືດນານາຊະນິດ ແລະ ເກັບຜັກສົດໆໄດ້ໂດຍກົງຈາກສວນ “ຈາກສວນສູ່ໂຕະອາຫານ” ແມ່ນຄຳຂວັນຂອງສວນປັນຍານິເວດ. ທ່ານນາງ ສົມຈິດ ພັນຄຳ (ຊື່ຫຼິ້ນ: ຈິດ) ເຈົ້າຂອງສວນປັນຍານິເວດ ບໍ່ພຽງແຕ່ສ້າງສວນກະສິກຳເພື່ອປູກພືດທີ່ທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳອາຫານປ່າມາພັດທະນາເປັນພືດປູກໃນສວນ, ແຕ່ຍັງເພີ່ມມູນຄ່າໃຫ້ແກ່ພືດທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ດ້ານພືດພັນ ແລະ ອາຫານລາວໃຫ້ແກ່ຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ. ເອື້ອຍຈິດມີຄວາມສົນໃຈຂອງຕໍ່ກັບເມັດພັນ, ດິນ ແລະ ອາຫານ, ລາວ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະເທດລາວຈຶ່ງຕ້ອງນຳເຂົ້າພືດຜົນຜະລິດກະສິກຳ ໃນຂະນະທີ່ມີທີ່ດິນກະສິກຳອຸດົມສົມບູນ    ເປັນເວລາກວ່າ […]

ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]

ສາດສະດາຈານ ປອ ວິຈິດ ລຳໄຊ

ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]

ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ

ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ​ໃນ​ໄລຍະ​ນີ້, ​ໄດ້​ສຸມ​ໃສ່​ການຜະລິດ​ນ້ຳ​ເຜິ້ງ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ການ​ຝຶກ​ອົບຮົມ​ໃຫ້​ຜູ້​ລ້ຽງ​ເຜິ້ງ, ​ແລະ ດຳ​ເນີນ​ການ​ຄົ້ນຄວ້າ​ຕະຫຼາດ​ເພື່ອ​ຂະຫຍາຍ​ໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ,​ ສູນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ແບບ​ຍືນ​ຍົງ ພ້ອມ​ທັງ​ປະກອບສ່ວນ​ອະນຸລັກ​ສິ່ງ​ແວດ​ລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.​ດ້ວຍ​ການ​ກະ​ກຽມ ​ແລະ​ ຄວາມ​ມຸ່ງ​ຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ​ ຈະສາ​ມາດ​ຊ່ວຍ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຄຽງຄຸ່ໄປກັບຄວາມເພີດເພີນ​ ແລະ ຄວາມ​ສຸກຈາກ​ຜົນ​ປະ​ໂຫຍດ​ຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.