ການປູກພືດໂດຍກົງຜ່ານພືດຄຸມດິນ
ບາງຄຸນລັກຊະນະທາງດ້ານຮູບຮ່າງພື້ນທີ່,ເສດຖະກິດ ແລະ ກະສິກ ຳ ຢູ່ພາກໃຕ້ ແຂວງ ໄຊຍະບູລີປະລິມານນາໍ້ຝົນສະເລ່ຍ 1200 ມິລິແມັດຕໍ່ປີ-1, ມີໄລຍະ ທີ່ແຫ້ງແລ້ງ ຢູ່ໃນທ້າຍເດືອນ ມິຖຸນາ ຫາ ຕົ້ນເດືອນ ສິງຫາ. ການພັດທະນາ ທີ່ສຸມໃສ່ ສະເພາະແຕ່ ວຽກງານ ກະສິກ ຳ ແມ່ນຍ້ອນເງື່ອນໄຂ ທາງດ້ານ ການ ຕະຫຼາດ ທ້ອງຖີ່ນ ແລະ ຄວາມ ອາດສາມາດ ທາງດ້ານ ການເງີນ ຂອງ ຜູ້ຮັບເໝົາທ້ອງຖີ່ນ. ບັນດາພືດໄຮ່ ທີ່ສ ຳຄັນມີ : ເຂົ້າ, ສາລີ, ຖົ່ວແດງ, ຖົ່ວດິນ, ໝາກເດືອຍ ແລະ ໝາກງາ ແຜນການຈັດສັນທີ່ດິນ ໄດ້ເລີ້ມຕົ້ນປະຕິບັດໃນປີ 1996. ຖືວ່າແມ່ນ ວຽກງານ ກະສິກຳທີ່ແທດເໝາະ ຍ້ອນບໍ່ມີການເຮັດໄຮ່ໝູນວຽນ ແລະ ຍ້ອນໄລຍະການປະດິນໃຫ້ເປັນປ່າເລົ່ານັ້ນແມ່ນ ຢູ່ໃນ […]
ເອກະສານປະກອບການຮຽນການສອນວິຊາການປຸກໄມ້ໃຫ້ໝາກ
ປະເທດຂອງພວກເຮົາ ມີດິນດອນຕອນຫຍ້າອັນກ້ວາງຂວາງ ທີ່ເໝາະສົມຕໍ່ການປູກຝັງ ມີແມ່ນລ ຳເຊ, ຫ້ວຍຮ່ອງຄອງບຶງ ຢ່າງຫລວງຫລາຍ ເຊິ່ງໄດ້ອ ຳນວຍຄວາມສະດວກໃຫ້ແກ່ການ ຜະລິດ. ເນື້ອທີ່ປູກຝັງສ ຳລັບພືດຕ່າງໆ ທົ່ວປະເທດມີ 800.000 ເຮັກຕາ, ໃນນັ້ນມີນາປີ 45.000 ເຮັກຕາ, ນາແຊງ 17.000 ເຮັກຕາ ແລະ ພືດອື່ນໆ 110.400 ເຮັກຕາ (ຂໍ້ມູນຈາກ ກົມປູກຝັງ ແລະ ສົ່ງເສີມການກະສິກ ຳກະຊວງກະສິກ ຳປ່າໄມ້ ປີ 1995), ທົ່ງຫຍ້າ ມີປະມານ 750.000 ເຮັກຕາ, ເນື້ອທີ່ສ ຳລັບການລ້ຽງປາມີປະມານ 50.000 ເຮັກຕາ, ເນື້ອທີ່ປ່າໄມ້ມີ ປະມານ 11.200.000 ເຮັກຕາ (ແຜນພັດທະນາເສດຖະກິດສັງຄົມພາກເໜືອ ປີ 1994) ປ່າໄມ້ທີ່ຖືກທ ຳ ລາຍແຕ່ລະປີ (ແຕ່ຊ່ວງປີ 1982 ຫາ1989) ປະມານ […]
ການຜະລິດກະສິກຳເຂດເນີນສູງດິນຄ້ອຍຊັນແບບຂັ້ນໄດ
ການເຮັດນາຂັ້ນໄດນັບວ່າເປັນວິທີການອະນຸລັກດິນແລະນທີ່ມີການປະຕິບັດກັນມາແຕ່ດົນນານແລ້ວນັບຕັ້ງແຕ່ສະໄໝເລີ່ມມີອະລິຍະທ ຳໃນຕາເວັນອອກກາງເຊັ່ນ:ການສ້າງຂັ້ນບັນໄດແບບ Bench terracesໃນປະເທດຣູເປຊື່ວ່າ: Incas ຫຼື Per-incas of peruມີອາຍຸກໍ່ສ້າງ4000ປີມາແລ້ວເຊິ່ງສ້າງຄັນດິນດ້ວຍກ້ອນຫີນ.ນອກຈາກນີ້ການສ້າງຂັ້ນໄດໃນປະເທດຊີເລຍ,ຟີລີນ,ສາທາລະນະລັດປະຊາຊົນຈີນ,ຍີ່ປຸ່ນມີອາຍຸຫຼາຍກ່ວາ2000ປີ ແລະ ໃນສ່ວນປະເທດອິນໂດເນເຊຍຂັ້ນບັນໄດທີ່ສ້າງຂຶ້ນກໍ່ມີອາຍຸຫຼາຍກ່ວາຮ້ອຍປີມາແລ້ວແລະຍັງຄົງໃຊ້ຈົນເຖິງທຸກວັນນີ້.ການສ້າງຂັ້ນບັນໄດທຸກວັນນີ້ຍັງຄົງນິຍົມເທິງພູເຂົາຫຼືພື້ນທີ່ທີ່ມີຄວາມຄ້ອຍຊັນໂດຍສ້າງຫຼືປັບສະພາບພື້ນທີ່ໃຫ້ມີລັກສະນະເປັນຂັ້ນຄ້າຍຄືບັນໄດຫຼືເອີ້ນວ່າ:ພະໜັງດິນຫີນ (Stonewall). ການເຮັດຂັ້ນບັນໄດໝາຍເຖິງການກໍ່ສ້າງຄັນດິນຫຼືຄັນຫີນ (Earthembank ment) . ໂດຍວາງຕົວຂວາງກັບຄວາມຄ້ອຍຊັນຂອງທິດທາງນໄຫຼຈຶ່ງເປັນການດັດແປງສະພາບພື້ນທີ່ເພື່ອໃຫ້ເກີດການພັງທະລາຍຂອງໜ້າດິນຫຼຸດລົງແລະເປັນການອະນຸລັກນອີກດ້ວຍ.ການເຮັດຂັ້ນບັນໄດຫຼຸດຜ່ອນການພັງທະລາຍຂອງດິນເພາະເປັນການຫຼຸດຄວາມຍາວຂອງຄວາມຄ້ອຍຊັນຂອງພື້ນທີ່(Slope length),ການເຮັດຂັ້ນບັນໄດຍັງຫຼຸດປະລິມານການໄຫຼບ່າຂອງນດທິງຜິວດິນເຮັດໃຫ້ນຊຶມລົງໃນດິນໄດ້ຫຼາຍຂຶ້ນ,ຫຼຸດຜ່ອນນນາໍ້ຖ້ວມແລະຍັງປ້ອງກັນການພັງທະລາຍທີ່ມັກເກີດເປັນຮ່ອງນຂະໜາດໃຫ່ຍ.
ການປ້ອງກັນແລະກຳຈັດແມງໄມ້ສັດຕູພືດຕົ້ນຕໍ່ຂອງເຂົ້າ(ດ້ວງກໍ)
ດ້ວງກໍຢູ່ໃນປະເທດເຮົາມີຫຼາຍຊະນິດ ແຕ່ດ້ວງກໍທີ່ທຳ ລາຍເຂົ້າໄຮ່ ແລະ ເຂົ້ານາ ສ່ວນຫຼາຍແມ່ນມີ 4 ຊະນິດຄື : ດ້ວງກໍສີເຫຼືອງ, ດ້ວງກໍສີຊົມພູ, ດ້ວງກໍສີລາຍແຊກ ແລະ ດ້ວງກໍສີເຫຼືອງ, ແມ່ດ້ວງກໍມັກອອກຫຼິ້ນແສງໄຟ ໃນຍາມ ກາງຄືນ, ຖ້າປະກົດເຫັນແມ່ດ້ວງກໍອອກຫຼິ້ນແສງໄຟ ຄວນ ລະມັດລະວັງໃນການບົວລະບັດຮັກສາຕົ້ນເຂົ້າ
ການປ້ອງກັນ ແລະ ກຳຈັດຫອຍກິນເຂົ້າ
ຮໍໂມນເລັ່ງການຈະເລີນເຕີບໂຕ
ເຕັກນິກໃນການປູກໄມ້ສັກ
ໄມ້ສັກ ເປັນໄມ້ພື້ນເມືອງຂອງລາວເຮົາ ໄດ້ກະຈ່າຍຢູ່ໃນ 4 ປະເທດ ຄື: ລາວ, ໄທ, ພະມ້າ ແລະ ອິນເດຍ. ໄມ້ສັກ ມີຖິ່ນກ ຳເນີດຢູ່ທາງພາກເໜືອຂອງລາວ ເຊັ່ນ: ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ. ສາມາດນເອົາມາປູກຢູ່ຫຼາຍໆແຂວງຂອງລາວ ການທີ່ເຮົາຈະສ້າງສວນປ່າ ກ່ອນອື່ນໝົດ, ພວກເຮົາຕ້ອງມີການສັງລວມພື້ນທີ່ເພື່ອຢາກຮູ້ຈັກພື້ນທີ່ທັງໝົດ ເມື່ອເຮົາສ ຳຫຼວດເປັນທີ່ຮຽບຮ້ອຍແລ້ວ ເຮົາຕ້ອງຮູ້ຈັກສະຖານທີ່ດັ່ງກ່າວ ແລະ ພ້ອມດ້ວຍຮູ້ຈັກປະເພດຂອງປ່າ.ກໍ່ຕ້ອງໄດ້ຄ ຳນວນເຖີງການທີ່ເຮົາຈະບຸກເບີກອີກດ້ວຍ.ເມື່ອເຮົາຮູ້ເຊັ່ນນັ້ນແລ້ວ,ກໍ່ຕ້ອງໄດ້ມີການກ ຳນົດເວລາ ແລະ ພ້ອມດ້ວຍການວາງແຜນ.
ວິທີປ້ອງກັນ ແລະ ກຳຈັດຫອຍປາກກ້ວາງໃນນາເຂົ້າໂດຍບໍ່ໃຊ້ສານເຄມີຂອງປະຊາຊົນເຂດບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ, ສປປ ລາວ
ປະເທດລາວ ເປັນປະເທດໜຶ່ງທີ່ມີທ່າແຮງຫຼາຍໃນການຜະລິດກະສິກໍາເປັນຕົ້ນຕໍ ໃນນັ້ນເຂົ້າ ຈັດເປັນພືດທີ່ສໍາຄັນທີ່ສຸດຂອງ ສປປ ລາວ ເຊິ່ງກວມເອົາ 60% ຂອງການຜະລິດກະສິກໍາທັງໝົດ ແລະ 80% ຂອງເນື້ອທີ່ການປູກຝັງທັງໝົດ. ເຂົ້າຍັງເປັນອາຫານຫຼັກສໍາລັບ ສປປ ລາວ ແລະ ຊາວກະສິກອນລາວກໍນິຍົມກັນປູກເຂົ້າ ແນວພັນເຂົ້າໜຽວຢ່າງຫຼວງຫຼາຍໃນຂອບເຂດທົ່ວປະເທດ, ທັງຢູ່ພື້ນທີ່ສູງ ແລະ ພື້ນທີ່ຮາບພຽງເຊິ່ງມີຄວາມພົວພັນກັບການປູກຝັງ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວ
ກົງພັດນ້ຳ ແລະ ຊົນລະປະທານຂະໜາດນ້ອຍ: ການປ່ຽນແປງໂຊມໜ້າການເຮັດນາຢູ່ເຂດພູດອຍ
ການພັດທະນາພື້ນທີ່ນາປູກເຂົ້າຂະໜາດນ້ອຍຢູ່ເຂດພູດອຍ ແມ່ນການປະກອບສ່ວນອັນສ ຳຄັນ ເຮັດໃຫ້ຄົວເຮືອນມີເຂົ້າພຽງພໍເພື່ອບໍລິໂພກ ແລະ ສາມາດຫຼຸດຜ່ອນຄວາມຕ້ອງການດ້ານແຮງງານທີ່ ກ່ຽວພັນກັບການຜະລິດເຂົ້າ. ສະຖານທີ່ໆເໝາະສົມສ ຳລັບການຜະລິດດັ່ງກ່າວຢູ່ໃນຂົງເຂດນີ້ແມ່ນ ມີລັກສະນະນ້ອຍໆເຊິ່ງມີຫຼາຍໆຈຸດຢາຍຢູ່ຕາມຫ້ວຍຮ່ອງເຂດພູດອຍ. ການປູກເຂົ້າຢູ່ເຂດດັ່ງກ່າວ ຕ້ອງໄດ້ອາໃສການສະໜອງນ ຳໃນຊ່ວງລະດູຝົນເພື່ອການຈະເລີນເຕີບໂຕ. ມີຫຼາຍໆໂຄງການໄດ້ ສະໜັບສະໜູນຫ້ອງການກະສິກ ຳແຂວງ ໃນການພັດທະນາລະບົບຊົນລະປະທານຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດເຂົ້າໄດ້ເຊິ່ງກໍ່ມັກຈະນ ຳໃຊ້ວິທີລະບົບຜາຍກັ້ນນາໍ້ ແລະ ກ່ຽວຂ້ອງໄປໃນທາງ ຄອງຊົນລະປະທານ.
ການຈັດການສວນກ້າ
ສວນກ້າເບ້ຍ ໝາຍເຖິງສະຖານທີ່ປະກອບການສ ຳລັບການຂະຫຍາຍພັນໄມ້, ຜະ ລິດພັນໄມ້ ແລະ ບົວລະບັດຮັກສາພັນໄມ້ ຕະຫລອດຈົນການບົວລະບັດເຮັກສາພັນໄມ້ຕ່າງ ໆທີ່ ຍັງນ້ອຍແລະ ຍັງບໍ່ທັນແຂງແຮງເຊິ່ງໄດ້ມາຈາກການຂະຫຍາຍພັນດ້ວຍວິທີການຕ່າງໆໃຫ້ແຂງ ແຮງ ແລະທົນທານຕໍ່ສະພາບແວດລ້ອມດີເສຍກ່ອນທີ່ຈະນ ຳໄປປູກໃນກວນ ຫລືກ່ອນທີ່ເຮົາຈະ ສົ່ງອອກຈ ຳໜ່າຍ. ຄ ຳວ່າສວນກ້າເບ້ຍ ບໍ່ໄດ້ໝາຍເຖິງເຮືອນກ້າເບ້ຍເຮືອນໃດໜຶ່ງເທົ່ານັ້ນ, ແຕ່ຈະ ໝາຍລວມໄປເຖິງ ອານາບໍລິເວນຕັ້ງຮົ້ວອອ້ມຮອບສວນກ້າເຂົ້າມາໂຮງເຮືອນທັງໝົດ ລວມທັງ ທຸກສິ່ງທຸກຢ່າງທີ່ຢູ່ໃນຮົ້ວນັ້ນດ້ວຍ. ສ່ວນຄ ຳວ່າເຮືອນກ້າເບ້ຍນັ້ນ, ຖືວ່າເປັນສ່ວນໜຶ່ງຂອງສວນ ກ້າເບ້ຍເທົ່ານັ້ນ.


