ການນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ: ຫົນທາງສູ່ຄວາມຫຼາກຫຼາຍດ້ານແຫຼ່ງລາຍຮັບໃນຊົນນະບົດ
ເຄື່ອງປ່າຂອງດົງ ແມ່ນໝາຍເຖິງທຸກພາກສ່ວນຂອງພືດ-ຕົ້ນໄມ້ທີ່ເກີດຂຶ້ນຕາມປ່າທໍາມະຊາດ ຫຼືດ້ວຍການປູກ; ປະກອບມີເຫງົ້າ, ລໍາຕົ້ນ, ເຄືອ, ຫົວ, ຮາກ, ຕາ, ໜໍ່, ໃບ, ດອກ, ໝາກ, ເມັດ ຫຼືແກ່ນ, ເປືອກ, ຢາງ, ນໍ້າມັນ, ເຫັດ, ນໍ້າເຜີ້ງ ແລະ ລວມເຖິງພືດເປັນຢາສະໝຸນໄພ (ກົດໝາຍປ່າໄມ້, 2019). ເຄື່ອງປ່າຂອງດົງມີຄວາມຕ້ອງການສູງຈາກຕະຫຼາດຕ່າງປະເທດ ໂດຍສະເພາະ ແມ່ນປະເທດ ໃກ້ຄຽງ; ຈີນ, ຫວຽດນາມ ແລະ ໄທ ເປັນສາເຫດໜຶ່ງສົ່ງຜົນໃຫ້ຂຸດຄົ້ເກີດຄວາມສາມາດ ຂອງຊັບພະຍາກອນ (ເຄືອແຮມ, ຫວາຍ ແລະ ອື່ນໆ.) ຄວາມຈິງແລ້ວ, ສະພາບການຊື້-ຂາຍເຄື່ອງປ່າຂອງດົງໃນປັດຈຸບັນ ແມ່ນກະແຈກກະຈາຍ ແລະ ຂາດການຮ່ວມມືເຊິ່ງກັນ ແລະ ກັນ. ເຄື່ອງປ່າຂອງດົງສ່ວນຫຼາຍຖືກສົ່ງອອກ ເປັນ ວັດຖຸດິບ, ຂາດການປຸງແຕ່ງເພີ້ມມູນຄ່າໃຫ້ແກ່ສິນຄ້າ.
ຍຸດທະສາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030
ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ສະບັບນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດ 2030, ຍຸດທະສາດໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ເປັນອັນລະອຽດ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃນການເຊື່ອມສານການເຕີບໂຕສີຂຽວເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ: ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນຕໍ່ໜ້າ ແລະ ກ້າວໄປເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030 ຢ່າງມີຄຸນນະພາບ.
ການຄຸ້ຄອງຊັບພະຍາກອນທຳມະຊາດ ເພື່ອຊິວິດທີ່ດີຂຶ້ນໃນ ບັນດາບ້ານຂອງແຂວງຫົວພັນ
ອົງການເກຣດ (GRET) ໄດ້ສະໜັບສະໜູນແຜນຍຸດທະສາດການພັດທະນາ ໄມ້ປ່ອງຂອງແຂວງຫົວພັນ ໄລຍະ I ປີ 2011-2015 ແລະ ໄລຍະ II ປີ 2016-2020 ໂດຍຜ່ານການນໍາໃຊຸ້ວິທີການແບບມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ກ້ຽວຂ້ອງ ເຂົ້າໃນການອໍານວຍຄວາມສະດວກການເຊື່ອມໂຍງກັນລະຫວ່າງຊາວບ້ານ, ພໍ່ຄ້າ ແລະ ພາກສ່ວນລັດ.
ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ
ປື້ມກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນເຫຼັ້ມນີ້ ຜູ້ຂຽນໄດ້ຂຽນຂຶ້ນ, ໂດຍມີຈຸດປະສົງເພື່ອແນ່ໃສ່ຮັບໃຊ້ການຮຽນ-ການສອນໃນລະບົບຊັ້ນສູງ ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ຜູ້ຂຽນໄດ້ຮວບຮວມ ແລະ ຮຽບຮຽງຂຶ້ນມາຈາກເອກະສານ ແລະ ປື້ມຄູ່ມືທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຜົນການທົດລອງທາງດ້ານການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນຂອງໂຄງການຕ່າງໆ ແລະ ຈາກການສອບຖາບນ້ຳຜູ້ສຳເລັດໃນການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນໃນໄລຍະຜ່ານມາ.
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ກິດຈະກໍາບູລິມະສິດເພີ່ມຕື່ມທີ່ ຂອງແຂວງຊຽງຂວາງ
• ຢາພື້ນເມືອງ: ຍັງຈໍາເປັນຕ້ອງໄດ້ເຮັດສະໜັບສະໜູນເຮັດການອະນຸລັກແຫລ່ງທີ່ເກີດພືດເປັນຢາ, ສ້າງລະບຽບການຄຸ້ມຄອງ, ການເກັບກູ້, ການປຸງແຕ່ງ ແລະ ການຕະຫລາດທີ່ເປັນເອກະພາບໃຫ້ແກ່ຊຸມຊົນ. • ການລ້ຽງປາໃນນາເຂົ້າ: ເປັນວິທີການປະຕິບັດກັນມາແຕ່ບູຮານນະການແລ້ວ ຢູ່ໃນ ອາຊີ ແລະ ສາມາດເຮັດໄດ້ຮ່ວມກັບວຽກຄຸ້ມຄອງສັດຕູພືດແບບປະສົມປະສານ (IPM) ຢູ່ໃນນາເຂົ້າ. • ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບການສະໜັບສະໜູນດ້ານການອະນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ.> • ເຫັດ: ເຫັດປ່າແມ່ນມີຄວາມອຸດົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ. • ວັງສະຫງວນ: ຂະຫຍາຍຂອບເຂດວັງສະຫງວນອອກ ໃຫ້ກວມເອົາແຄມຕາຝັ່ງທີ່ຢູ່ຕິດກັບວັງສະຫງວນ ແລະໃຫ້ຕິດພັນກັບການທ່ອງທ່ຽວ. • ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. • ການລ້ຽງໄກ່ພື້ນເມືອງ: ໄກ່ພື້ນເມືອງເປັນທີ່ນິຍົມກັນຫລາຍ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຫລາຍຂຶ້ນໂດຍການນໍາໃຊ້ວິທີການຄຸ້ມຄອງຈັດການທີ່ດີ.
ກິດຈະກໍາບູລິມະສິດເພີ່ມເຕີມທີ່ ແຂວງພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມຂອງແຂວງຫຼວງພະບາງ
• ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບ ການສະໜັບສະໜູນດ້ານການອะນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ. • ເຫັດ: ເຫັດປ່າແມ່ນມີຄວາມອຸດົມສົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ. • ໄຄແຜ່ນ: ເປັນຜະລິດຕະພັນທີ່ຮູ້ຈັກກັນດີ, ແຕ່ມີການຫລຸດລົງຂອງພື້ນທີ່ແຫລ່ງກຳເນີດໄຄ ຊຶ່ງໄດ້ແກ້ໄຂໂດຍການໄປເກັບເອົາຈາກບ່ອນອື່ນ. • ຄັງເມັດພັນເຂົ້າ: ຄວາມພະຍາຍາມຂອງຊຸມຊົນໃນການອະນຸລັກ ແລະ ສົ່ງເສີມການປູກເຂົ້າແນວພັນພື້ນເມືອງແມ່ນຍັງຕ້ອງໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ. • ການລ້ຽງເຜິ້ງ: ຈະສາມາດບັນລຸກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີການຂະຫຍາຍການລ້ຽງເຜິ້ງ. • ຊາປ່າ: ຕົ້ນຊາດັ້ງເດີມເປັນແຫລ່ງສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ,ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.
ກິດຈະກໍາບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມແຂວງຫົວພັນ
• ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. • ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກໍາການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. • ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນຕາມຫລັກສູດຊີວະນາໆພັນກະສິກໍາ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ້ານເຄື່ອງມືຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. • ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. • ການລ້ຽງປາໃນນາເຂົ້າ: ເປັນກິດຈະກໍາສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນຂອງປະເທດລາວ. ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ(IPM)ໃນການປູກເຂົ້າ. • ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟໄປຕາມພູມສັນຖານຕ່າງໆ
ສົ່ງເສີມການຜະລິດຍານໃນແຂວງຫຼວງພະບາງ
ຍານ ໃນປະເທດລາວ ແມ່ນຢາງຍານທີ່ບັກຈາກຕົ້ນຍານ ເປັນທີ່ຮູ້ຈັກກັນວ່າ ເປັນìຍານສະຫຍາມî, ເປັນຢາງຍານທີ່ມີຄຸນນະພາບສູງ, ໃຊ້ເປັນຫົວເຊື້ອນໍ້າຫອມ ແລະ ຜະລິດຕະພັນເຄື່ອງຫອມອື່ນໆ. ຢາງຍານຍັງໃຊ້ເຂົ້າໃນການເຮັດທູບ ແລະ ເຮັດເປັນຢາພື້ນເມືອງໃນບັນດາປະເທດຕາເວັນອອກ, ແຕ່ວ່າ ຢາງຍານທີ່ມີຄຸນນະພາບຂອງລາວ ແມ່ນຫາຍາກ ແລະ ມີຄວາມຕ້ອງການສູງ. ຕົ້ນຍານເກີດຢູ່ຕາມພື້ນທີ່ສູງ ຂອງລາວ ຊຶ່ງເປັນຕົ້ນໄມ້ຊະນິດໜຶ່ງທີ່ເກີດຂຶ້ນໃນພື້ນທີ່ ພາຍຫລັງທີ່ໄດ້ເຮັດໄຮ່ແບບລະບົບໝູນວຽນມາແລ້ວ.
ປ້າຍຕົວຢ່າງທີ່ຕິດຕັ້ງໃນສວນປູກໝາກກ້ຽງພື້ນເມືອງ
ສວນປູກໝາກກ້ຽງພື້ນເມືອງ ບ້ານສັນຄູນ ເມືອງກັວນ