ຍຸດທະສາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030
ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ສະບັບນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດ 2030, ຍຸດທະສາດໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ເປັນອັນລະອຽດ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃນການເຊື່ອມສານການເຕີບໂຕສີຂຽວເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ: ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນຕໍ່ໜ້າ ແລະ ກ້າວໄປເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030 ຢ່າງມີຄຸນນະພາບ.
ການຄຸ້ຄອງຊັບພະຍາກອນທຳມະຊາດ ເພື່ອຊິວິດທີ່ດີຂຶ້ນໃນ ບັນດາບ້ານຂອງແຂວງຫົວພັນ
ອົງການເກຣດ (GRET) ໄດ້ສະໜັບສະໜູນແຜນຍຸດທະສາດການພັດທະນາ ໄມ້ປ່ອງຂອງແຂວງຫົວພັນ ໄລຍະ I ປີ 2011-2015 ແລະ ໄລຍະ II ປີ 2016-2020 ໂດຍຜ່ານການນໍາໃຊຸ້ວິທີການແບບມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ກ້ຽວຂ້ອງ ເຂົ້າໃນການອໍານວຍຄວາມສະດວກການເຊື່ອມໂຍງກັນລະຫວ່າງຊາວບ້ານ, ພໍ່ຄ້າ ແລະ ພາກສ່ວນລັດ.
ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ
ປື້ມກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນເຫຼັ້ມນີ້ ຜູ້ຂຽນໄດ້ຂຽນຂຶ້ນ, ໂດຍມີຈຸດປະສົງເພື່ອແນ່ໃສ່ຮັບໃຊ້ການຮຽນ-ການສອນໃນລະບົບຊັ້ນສູງ ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ຜູ້ຂຽນໄດ້ຮວບຮວມ ແລະ ຮຽບຮຽງຂຶ້ນມາຈາກເອກະສານ ແລະ ປື້ມຄູ່ມືທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຜົນການທົດລອງທາງດ້ານການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນຂອງໂຄງການຕ່າງໆ ແລະ ຈາກການສອບຖາບນ້ຳຜູ້ສຳເລັດໃນການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນໃນໄລຍະຜ່ານມາ.
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ກິດຈະກໍາບູລິມະສິດເພີ່ມຕື່ມທີ່ ຂອງແຂວງຊຽງຂວາງ
• ຢາພື້ນເມືອງ: ຍັງຈໍາເປັນຕ້ອງໄດ້ເຮັດສະໜັບສະໜູນເຮັດການອະນຸລັກແຫລ່ງທີ່ເກີດພືດເປັນຢາ, ສ້າງລະບຽບການຄຸ້ມຄອງ, ການເກັບກູ້, ການປຸງແຕ່ງ ແລະ ການຕະຫລາດທີ່ເປັນເອກະພາບໃຫ້ແກ່ຊຸມຊົນ. • ການລ້ຽງປາໃນນາເຂົ້າ: ເປັນວິທີການປະຕິບັດກັນມາແຕ່ບູຮານນະການແລ້ວ ຢູ່ໃນ ອາຊີ ແລະ ສາມາດເຮັດໄດ້ຮ່ວມກັບວຽກຄຸ້ມຄອງສັດຕູພືດແບບປະສົມປະສານ (IPM) ຢູ່ໃນນາເຂົ້າ. • ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບການສະໜັບສະໜູນດ້ານການອະນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ.> • ເຫັດ: ເຫັດປ່າແມ່ນມີຄວາມອຸດົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ. • ວັງສະຫງວນ: ຂະຫຍາຍຂອບເຂດວັງສະຫງວນອອກ ໃຫ້ກວມເອົາແຄມຕາຝັ່ງທີ່ຢູ່ຕິດກັບວັງສະຫງວນ ແລະໃຫ້ຕິດພັນກັບການທ່ອງທ່ຽວ. • ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. • ການລ້ຽງໄກ່ພື້ນເມືອງ: ໄກ່ພື້ນເມືອງເປັນທີ່ນິຍົມກັນຫລາຍ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຫລາຍຂຶ້ນໂດຍການນໍາໃຊ້ວິທີການຄຸ້ມຄອງຈັດການທີ່ດີ.
ກິດຈະກໍາບູລິມະສິດເພີ່ມເຕີມທີ່ ແຂວງພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມຂອງແຂວງຫຼວງພະບາງ
• ປ່າໄມ້ບ້ານ: ຕິດພັນກັບ ເຄື່ອງປ່າຂອງດົງຫລາຍຊະນິດ, ປ່າໄມ້ບ້ານຕ້ອງໄດ້ຮັບ ການສະໜັບສະໜູນດ້ານການອะນຸລັກ, ການຄຸ້ມຄອງ ແລະ ການຕະຫລາດຂອງເຄື່ອງປ່າຂອງດົງ. • ເຫັດ: ເຫັດປ່າແມ່ນມີຄວາມອຸດົມສົມບູນຫລາຍ ແຕ່ຍັງຕ້ອງໄດ້ເຮັດການຊ່ວຍເຫລືອເຂົ້າໃນການປົກປັກຮັກສາສະຖານທີ່ບ່ອນເຫັດເກີດ, ເຮັດການຈັດຕັ້ງກຸ່ມ ແລະ ການຕະຫລາດ. • ໄຄແຜ່ນ: ເປັນຜະລິດຕະພັນທີ່ຮູ້ຈັກກັນດີ, ແຕ່ມີການຫລຸດລົງຂອງພື້ນທີ່ແຫລ່ງກຳເນີດໄຄ ຊຶ່ງໄດ້ແກ້ໄຂໂດຍການໄປເກັບເອົາຈາກບ່ອນອື່ນ. • ຄັງເມັດພັນເຂົ້າ: ຄວາມພະຍາຍາມຂອງຊຸມຊົນໃນການອະນຸລັກ ແລະ ສົ່ງເສີມການປູກເຂົ້າແນວພັນພື້ນເມືອງແມ່ນຍັງຕ້ອງໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ. • ການລ້ຽງເຜິ້ງ: ຈະສາມາດບັນລຸກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີການຂະຫຍາຍການລ້ຽງເຜິ້ງ. • ຊາປ່າ: ຕົ້ນຊາດັ້ງເດີມເປັນແຫລ່ງສໍາຫລັບຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ,ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.
ກິດຈະກໍາບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມແຂວງຫົວພັນ
• ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. • ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກໍາການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. • ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນຕາມຫລັກສູດຊີວະນາໆພັນກະສິກໍາ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ້ານເຄື່ອງມືຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. • ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. • ການລ້ຽງປາໃນນາເຂົ້າ: ເປັນກິດຈະກໍາສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນຂອງປະເທດລາວ. ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ(IPM)ໃນການປູກເຂົ້າ. • ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟໄປຕາມພູມສັນຖານຕ່າງໆ
ສົ່ງເສີມການຜະລິດຍານໃນແຂວງຫຼວງພະບາງ
ຍານ ໃນປະເທດລາວ ແມ່ນຢາງຍານທີ່ບັກຈາກຕົ້ນຍານ ເປັນທີ່ຮູ້ຈັກກັນວ່າ ເປັນìຍານສະຫຍາມî, ເປັນຢາງຍານທີ່ມີຄຸນນະພາບສູງ, ໃຊ້ເປັນຫົວເຊື້ອນໍ້າຫອມ ແລະ ຜະລິດຕະພັນເຄື່ອງຫອມອື່ນໆ. ຢາງຍານຍັງໃຊ້ເຂົ້າໃນການເຮັດທູບ ແລະ ເຮັດເປັນຢາພື້ນເມືອງໃນບັນດາປະເທດຕາເວັນອອກ, ແຕ່ວ່າ ຢາງຍານທີ່ມີຄຸນນະພາບຂອງລາວ ແມ່ນຫາຍາກ ແລະ ມີຄວາມຕ້ອງການສູງ. ຕົ້ນຍານເກີດຢູ່ຕາມພື້ນທີ່ສູງ ຂອງລາວ ຊຶ່ງເປັນຕົ້ນໄມ້ຊະນິດໜຶ່ງທີ່ເກີດຂຶ້ນໃນພື້ນທີ່ ພາຍຫລັງທີ່ໄດ້ເຮັດໄຮ່ແບບລະບົບໝູນວຽນມາແລ້ວ.
ປ້າຍຕົວຢ່າງທີ່ຕິດຕັ້ງໃນສວນປູກໝາກກ້ຽງພື້ນເມືອງ
ສວນປູກໝາກກ້ຽງພື້ນເມືອງ ບ້ານສັນຄູນ ເມືອງກັວນ
ການປ້ອງກັນໄຟໄໝ້ລາມປ່າ
ມີເປົ້າຫມາຍໃນການປູກຈິດສຳນຶກ ແລະ ສົ່ງເສີມຊາວບ້ານຄອບຄຸມໄຟໄໝ້ລາມປ່າ ໂດຍຕິດພັນກັບ ການນຳໃຊ້ຮອບວຽນຕາມການຈັດສັນທີ່ດິນກະສິກຳ ແລະ ປ່າໄມ້ ຂອງບ້ານ ລວມມີ 4 ບ້ານເປົ້າໝາຍຈຳນວນ 224 ຄອບຄົວ ພົນລະເມືອງທັງໝົດມີ 896 ຄົນ, ຍິງ 531 ຄົນ, ຢູ່ເມືອງວຽງໄຊ ໃນໄລຍະ 2 ປີ, ຫຼັງຈາກນັ້ນ ປະຊາຊົນຍັງສືບຕໍ່ປະຕິບັດຈົນເຖິງປະຈຸບັນ.