ສົ່ງເສີມການຜະລິດຍານໃນແຂວງຫຼວງພະບາງ

ຍານ ໃນປະເທດລາວ ແມ່ນຢາງຍານທີ່ບັກຈາກຕົ້ນຍານ ເປັນທີ່ຮູ້ຈັກກັນວ່າ ເປັນìຍານສະຫຍາມî, ເປັນຢາງຍານທີ່ມີຄຸນນະພາບສູງ, ໃຊ້ເປັນຫົວເຊື້ອນໍ້າຫອມ ແລະ ຜະລິດຕະພັນເຄື່ອງຫອມອື່ນໆ. ຢາງຍານຍັງໃຊ້ເຂົ້າໃນການເຮັດທູບ ແລະ ເຮັດເປັນຢາພື້ນເມືອງໃນບັນດາປະເທດຕາເວັນອອກ, ແຕ່ວ່າ ຢາງຍານທີ່ມີຄຸນນະພາບຂອງລາວ ແມ່ນຫາຍາກ ແລະ ມີຄວາມຕ້ອງການສູງ. ຕົ້ນຍານເກີດຢູ່ຕາມພື້ນທີ່ສູງ ຂອງລາວ ຊຶ່ງເປັນຕົ້ນໄມ້ຊະນິດໜຶ່ງທີ່ເກີດຂຶ້ນໃນພື້ນທີ່ ພາຍຫລັງທີ່ໄດ້ເຮັດໄຮ່ແບບລະບົບໝູນວຽນມາແລ້ວ.

ການປະເມີນສະພາບນິເວດຂອງສາຍນ້ຳລີກແຂວງວຽງຈັນ ໂດຍໃຊ້ປັດໄຈທາງກາຍະພາບ, ເຄມີ ແລະ ຊີວະພາບ

ການສຶກສາສະພາບນິເວດຂອງສາຍນໍ້າລີກ, ແຂວງວຽງຈັນ ໂດຍນໍາໃຊ້ປັດໄຈຕົວຊີ້ວັດທາງກາຍະພາບ, ເຄມີ ແລະ ຊີວະພາບ ເພື່ອປະເມີນຜົນກະທົບຈາກກິດຈະກໍາຕ່າງໆທີ່ມີຕໍ່ສະພາບນິເວດ. ດໍາເນີນການ ສໍາຫຼວດ ແລະ ເກັບຂໍ້ມູນໃນເດືອນມັງກອນ ແລະ ເດືອນພຶດສະພາ ປີ 2018 ຈາກຈຸດເກັບຕົວຢ່າງ ທີ່ກໍານົດຕາມສາຍນໍ້າລີກ. ໂດຍແບ່ງເປັນ 3 ເຂດຄື: ເຂດຕົ້ນນໍ້າ (ເມືອງກາສີ) ລວມ 3 ຈຸດ ໃນນີ້ມີ 1 ຈຸດອ້າງອີງ, ເຂດກາງສາຍນໍ້າ (ເມືອງເຟືອງ) ຈໍານວນ 2 ຈຸດ ແລະ ເຂດປາຍນໍ້າ (ເມືອງຫີນເຫີບ- ແກ້ວອຸດົມ) ເມືອງລະ 1 ຈຸດ, ລວມທັງໝົດຈໍານວນ 7 ຈຸດ. ຜົນການສຶກສາພົບວ່າບັນດາປັດໄຈທາງ ກາຍະພາບ ແລະ ເຄມີ ເຊັ່ນ: ອຸນຫະພູມນໍ້າ, ຄວາມໄວຂອງກະແສນ້ຳ, ຄ່າຊັກນໍາໄຟຟ້າ, ຄວາມຂຸ່ນ ຂອງນ້ຳ, ຄ່າ pH, […]

ການສົມທຽບປະສິດທິພາບຂອງນ້ຳເປື່ອຍ 5 ຊະນິດໃນການທຳຄວາມສະອາດຜັກສົດ ເພື່ອຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາ

ໃນການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາວິທີການ ແລະ ຄວາມເໝາະສົມຂອງນ້ຳເປື່ອຍ 5 ຊະນິດ ຊຶ່ງປະກອບມີ: CH3COOH, C6H10O8, KMnO4, NaHCO3 ແລະ NaCl ທີ່ຄວາມເຂັ້ມຂຸ້ນ 3 ລະດັບຄື: 0.1%, 0.5%, 1% ໃນການຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກສົດ 5 ຊະນິດຄື: ຜັັກຫອມປ້ອມ, ຜັກຫອມລາບ, ຜັກຫອມເປ, ຜັກຄາວທອງ ແລະ ຜັກສະຫຼັດ. ຜັກສົດຖືກທຳຄວາມສະອາດດ້ວຍ 2 ວິທີຄື: ວິທີປາສະຈາກການແຊ່ ແລະ ແຊ່ໄວ້ 15 ນາທີ ແລ້ວກວດສອບຫາປະລິມານເຊື້ອແບັກທີເຣຍໂດຍໃຊ້ວິທີກະຈາຍເຊື້ອ. ຈາກຜົນການທົດລອງພົບວ່າ ການປົນເປື້ອນເຊື້ອຂອງຈຸລະຊີບທັງໝົດຫຼາຍທີ່ສຸດ ແມ່ນໃນຜັກຫອມປ້ອມ ແລະ ຜັກຄາວທອງຕົວຢ່າງລະ 21%, ຮອງລົງມາແມ່ນຜັກຫອມເປ ແລະ ຜັກສະຫຼັດຕົວຢ່າງລະ 20% ແລະ ຜັກຫອມລາບ 18% ຂອງຈຳນວນຜັກທີ່ນຳມາສຶກສາ.  ຜັກທີ່ມີການປົນເປື້ອນຂອງເຊື້ອຊາໂມເນລາຫຼາຍທີ່ສຸດແມ່ນຜັກຫອມເປ 37%, […]

ສຶກສາລະບົບການຜະລິດເຂົ້າໄກ່ນ້ອຍຢູ່ໃນ 4 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ

ຈາກການສຶກສາການປູກເຂົ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍ ມີຈຸດປະສົງ:1) ສຶກສາການປູກເຂົ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜ່ງປູກຝັງ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ,ບ້ານໂພສີແລະ ບ້ານຫໍກາງເມືອງຜາໄຊແຂວງຊຽງຂວາງເຊີື່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14 / 6 /2018 ໃນນີ້ໄດ້ສ າພາດຊາວກະສິກອນຈ ານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົັ້າໄກ່ນ້ອຍເພືື່ອເປັນຕົວແທນຂອງບ້ານເພືື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.

ບົດລາຍງານ ສຶກສາເຂດນິເວດວິທະຍາ ແລະ ຄູນນະພາບຂອງດິນເຂດປ່າຍານ ‘Styrax forest (ຢູ່ໃນ ເມືອງ ໂພນທອງ ແລະ ນໍ້າບາກ ແຂວງ ຫຼວງພະບາງ

ປະເທດລາວ ໄດ້ມີປະຫວັດການສົ່ງອອກຜົນຜະລິດຢາງຍານ ມາເປັນເວລາດົນນານແລ້ວ ເລີ້ມແຕ່ສັດຕະວັດທີ 16 ໃນສະໄໝເຈົ້າຊີວິດສຸຣິຍະວົງສາ ປົກຄອງອານາຈັກລາວລ້ານຊ້າງ (Donald F. Lach, et al 1917), ຫລາຍຮ້ອຍ ປີຕໍ່ມາ ຜົນຜະລິດຢາງຍານ ຍັງຖືເປັນປະເພດເຄື່ອງປ່າຂອງດົງໜຶ່ງ ທີ່ມີຄວາມສໍາຄັນທາງດ້ານເສດຖະກິດ ໂດຍສະ ເພາະເສດຖະກິດຊົນນະບົດ, ເຊິ່ງປະຊາຊົນໃນເຂດຊົນນະບົດພາກເໜືອ ໄດ້ມີການບັກ ແລະ ເກັບກູ້ຢ່າງຍານຂາຍ ເປັນສິນຄ້າໃຫ້ແກ່ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ເພື່ອສົ່ງອອກໄປຍັງຕະຫຼາດຕ່າງປະເທດ. ໃນຊຸມປີ 1990 ຜົນຜະລິດຢາງຍານລາວ (Lao Benzoin ຫລື ມີຊື່ທາງການຄ້າວ່າ: ຢາງຍານສະຫຍາມ (Siam Benzoin), ໄດ້ຖືກສົ່ງອອກໄປຍັງຕະຫຼາດຕ່າງປະເທດ ເຊັ່ນ ຕະຫລາດເອີຣົບ ປະມານ 50 ໂຕນ/ປີ (FAO, 2001).