ເຕັກນິກການປູກຂ່າ
ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.
ເຕັກນິກການກ້າ ແລະ ການປູກໝາກແຄ່ນ
ປຶ້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປຶ້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໝາກແຄ່ນ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ໄດ້ ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານ ເປົ້າໝາຍໂຄງການ.
ຄູ່ມືການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດເຜາະ)
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍ ມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປຶ້ມຄູ່ມືເຕັກນິການປູກ, ຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງ ເຫັດເຜາະໃນປ່າທຳມະຊາດແບບຍືນຍົງ ໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າດົງ (ເຫັດເຜາະ) ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ […]
ຄູ່ມື ການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດແດງ)
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆຈາກ ບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການກ່ຽວຂ້ອງຕ່າງໆ ທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປຶ້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງເຫັດແດງໃນປ່າທຳມະຊາດແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າດົງ (ເຫັດແດງ) ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງບ້ານ, ເມືອງ ແລະ ແຂວງ.
ແຜນທີ່ກະສິກຳ ສປປ ລາວ
ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.
ສຶກສາລະບົບການຜະລິດເຂົັ້າໄກ່ນ້ອຍຢ ່ໃນ 4 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ
ຈາກການສຶກສາການປູກເຂົັ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍມີຈຸດປະສົງ:1) ສຶກສາການປູກເຂົັ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜງປູກຝັງພະແນກກະສິກສາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ, ບ້ານໂພສີ ແລະ ບ້ານຫໍກາງ ເມືອງຜາໄຊແຂວງຊຽງຂວາງເຊີ່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14/6/2018 ໃນນີ້ໄດ້ສໍາພາດຊາວກະສິກອນຈໍານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົ້າໄກ່ນ້ອຍເພື່ອເປັນຕົວແທນຂອງບ້ານເພື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.
ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໃນແຂວງຊຽງຂວາງ
ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາ ທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະ ຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນ ເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ການສົ່ງເສີມລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ
ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ
ສ້າງຄວາມເຂັ້ມແຂງດ້ານຊີວະນາໆພັນ.
ກິດຈະກຳບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ: – ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສໍາຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. – ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກຳການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. – ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນ ຕາມຫລັກສູດຊີວະນາໆພັນກະສິກຳ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ່ານເຄື່ອງມື້ຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. – ຊາປ່າ: ຕົ້ນຊາດັ້ງເດີມ ເປັນເຫລ່ງ ສຳຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. – ການລ້ຽງປາໃນນາເຂົ້າ: ເປັນກິດຈະກຳສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນ ຂອງປະເທດລາວ, ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນ ໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ (IPM)ໃນການປູກເຂົ້າ. – ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟ […]
ແຜ່ນດຳເນີນງານແຫ່ງຊາດວ່າດ້ວຍຫວາຍ ແລະ ໄມ້ປ໋ອງແບບຢືນຍົງ (0202-0202) (National Action Plan for Sustainable Rattan and Bamboo(2021-2025))
ຂໍ້ຕົກລົງວ່າດ້ວຍຮັບຮອງເອົາ ແຜ່ນດຳເນີນແຫ່ງຊາດ ວ່າດ້ວຍຫວາຍ ແລະ ໄມ້ປ່ອງແບບຢືນຍົງ (2021-2025) – ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບ ເລກທີ່ 364/ສພຊ, ລົງວັນທີ່ 13 ມິຖຸນາ 2019 – ອີງຕາມ ດຳລັດຂອງນາຍຍົກລັດທະມົນຕີ ວ່າດ້ວຍການເຄື່ອນໄຫວຂອງກະຊວງກະຊິກຳ ແລະ ປ່າໄມ້ສະບັບເລກທີ່ 99/ນຍ, ລັງວັນທີ່ 17 ມີນາ 2017 – ອີງຕາມ ການສະເໜີຂອງກົນະໂຍບາຍ ແລະ ນິຕິກຳ ສະບັບເລກທີ່369/ກບນ, ລົງວັນທີ່6 ພຶດສະພາ 2021.


