ວັງສະຫງວນ ເພື່ອການອະນຸລັກປາທໍາມະຊາດແຂວງຊຽງຂວາງ
ວັງສະຫງວນ ເປັນແຫລ່ງຜະລິດແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ,ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປາທໍາມະຊາດເພື່ອເປັນແຫລ່ງເພາະພັນຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບ ການດໍາລົງຊີວິດການເປັນຢູ່ປະຈໍາວັນ ຂອງປະຊາຊົນບັນດາເຜົ່າ
ປ້າຍຕົວຢ່າງທີ່ຕິດຕັ້ງທີ່ສະແດງໃຫ້ເຫັນຂອບເຂດ ແລະ ເນື້ອທີ່ການຜະລິດ
ຜະລິດຕະພັນຍູກວາດ ບ້ານກໍຮິ້ງ ເມືອງຫົວເມືອງ
ແຂມ (ຟອຍກວາດ) ໃນແຂວງຫົວພັນ
ແຂມ ເປັນເຄື່ອງປ່າຂອງດົງທີ່ສໍາຄັນຊະນິດໜຶ່ງໃນ ປະເທດລາວ ຖ້າເບິ່ງໃນແງ່ຂອງຍອດຂາຍປະຈໍາແຕ່ລະປີ. ຕະຫລາດແຂມໃຫຍ່ ຂອງ ລາວ ແມ່ນຢູ່ ປະເທດຫວຽດນາມ, ໄທ ແລະ ຈີນ ຊຶ່ງສ່ວນຫລາຍແລ້ວແມ່ນຂາຍອອກເປັນວັດຖຸດິບ ແທນທີ່ຈະເປັນຜະລິດຕະພັນຟອຍກວາດສໍາເລັດຮູບ. ການຜະລິດຟອຍກວາດສໍາເລັດຮູບ ເປັນສິ່ງສໍາຄັນ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕຂຶ້ນ.
ສົ່ງເສີມການຜະລິດຍານໃນແຂວງຫຼວງພະບາງ
ຍານ ໃນປະເທດລາວ ແມ່ນຢາງຍານທີ່ບັກຈາກຕົ້ນຍານ ເປັນທີ່ຮູ້ຈັກກັນວ່າ ເປັນìຍານສະຫຍາມî, ເປັນຢາງຍານທີ່ມີຄຸນນະພາບສູງ, ໃຊ້ເປັນຫົວເຊື້ອນໍ້າຫອມ ແລະ ຜະລິດຕະພັນເຄື່ອງຫອມອື່ນໆ. ຢາງຍານຍັງໃຊ້ເຂົ້າໃນການເຮັດທູບ ແລະ ເຮັດເປັນຢາພື້ນເມືອງໃນບັນດາປະເທດຕາເວັນອອກ, ແຕ່ວ່າ ຢາງຍານທີ່ມີຄຸນນະພາບຂອງລາວ ແມ່ນຫາຍາກ ແລະ ມີຄວາມຕ້ອງການສູງ. ຕົ້ນຍານເກີດຢູ່ຕາມພື້ນທີ່ສູງ ຂອງລາວ ຊຶ່ງເປັນຕົ້ນໄມ້ຊະນິດໜຶ່ງທີ່ເກີດຂຶ້ນໃນພື້ນທີ່ ພາຍຫລັງທີ່ໄດ້ເຮັດໄຮ່ແບບລະບົບໝູນວຽນມາແລ້ວ.
ສົ່ງເສີມການຜະລິດຝອຍກວາດໃນແຂວງຫຼວງພະບາງ
ແຂມ ເປັນເຄື່ອງປ່າຂອງດົງທີ່ສໍາຄັນອັນໜຶ່ງໃນປະເທດລາວລວມທັງ ຫລວງພະບາງຖ້າເບິ່ງໃນແງ່ຂອງຍອດຂາຍປະຈໍາແຕ່ລະປີ. ຕະຫລາດແຂມໃຫຍ່ຂອງລາວ ແມ່ນຢູ່ ປະເທດຫວຽດນາມ, ໄທ ແລະ ຈີນ ຊຶ່ງສ່ວນຫລາຍແລ້ວແມ່ນຂາຍອອກເປັນວັດຖຸດິບແທນທີ່ຈະເປັນຜະລິດຕະພັນຟອຍກວາດສໍາເລັດຮູບ. ການຜະລິດຟອຍກວາດສໍາເລັດຮູບ ເປັນສິ່ງສໍາຄັນ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍໂຕຂຶ້ນ.
ການລ້ຽງເຜິ້ງໂກນ (ແມງດັນ)
ນ້ຳເຜິ້ງ ໄດ້ເປັນທ່າແຮງທີ່ສຳຄັນ ແລະ ມີຜົນສຳເລັດ, ຖ້າຫາກມີການປັບປຸງດ້ານການຕະຫຼາດ, ມີການຄວບຄຸມ ຄຸນນະພາບນ້ຳເຜິ້ງ ແລະ ມີການຂະຫຍາຍການລ້ຽງເຜິ້ງ ອອກຢ່າງກ້ວາງຂວາງ
ການຄັດເລືອກຢີສ໌ທີ່ສາມາດໃຊ້ໄຊໂລສເພື່ອການໜັກເຫຼົ້າເອຕາໂນລ
ການສຶກສາກ່ຽວກັບການຄັດເລືອກເຊື້ອຢີສ໌ທີ່ສາມາດໝັກໄຊໂລສໃຫ້ເປັນເຫຼົ້າເອຕາໂນລ ເຊິ່ງໄດ້ນໍາໃຊ້ ສິ່ງເສດເຫຼືອທາງການກະເສດ ລວມທັງໝົດ 56 ຕົວຢ່າງ. ໃນຂະບວນການທົດລອງໄດ້ດຳເນີນໂດຍ ນຳໃຊ້ເຕັກນິກການເພີ່ມເຊື້ອໃນອາຫານແຫຼວ YPX ທີ່ອຸນຫະພູມ 37ºC. ຈາກການຄັດແຍກ ໄດ້ເຊື້ອ ບໍລິສຸດທັງໝົດ 60 ໄອໂຊເລດ ແລະ ໃນຈໍານວນນີ້ໄດ້ຄັດເລືອກເອົາ 35 ໄອໂຊເລດ ມາທົດສອບຄວາມ ສາມາດ ຈະເລີນເຕີບໂຕຢູ່ໃນອາຫານແຂງ YPD, YPS, YPX ແລະ YNB ທີ່ອຸນຫະພູມ 37ºC, 40ºC, 42ºC ແລະ 45ºC, ສຶກສາລັກສະນະລັກສັນຖານຂອງເຊື້ອຢີສ໌, ທົດສອບຄຸນລັກສະນະຕ່າງໆຂອງຢີສ໌ ທີ່ຖືກຄັດເລືອກທີ່ອຸນຫະພູມ 37ºC ແລະ ການຈັດຈຳແນກຊະນິດຂອງເຊື້ອຢີສ໌ທີ່ຖືກຄັດເລືອກ. ຈາກຜົນທີ່ໄດ້ຮັບສະແດງໃຫ້ເຫັນວ່າເຊື້ອຢີສ໌ສາມາດຈະເລີນເຕີບໂຕໄດ້ດີທີ່ອຸນຫະພູມຕ່າງໆໃນອາຫານ YPD ມີ 8 ໄອໂຊເລດ, ອາຫານ YPS ມີ 6 ໄອໂຊເລດ, ສ່ວນໃນອາຫານ YPX ແລະ ອາຫານ YNB […]
ບົດນໍາສະເໜີການແລກປ່ຽນບົດຮຽນການສົ່ງເສີມປູກໝາກແໜ່ງກວາງຕຸ່ງຢູ່ເມືອງສໍາພັນ
ເມືອງສຳພັນ ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຂອງແຂວງຜົ້ງສາລີ ຫ່າງຈາກເທດສະບານແຂວງ ປະມານ 197 Km (ທາງປາກປອກ), ມີຊາຍແດນຕິດກັບ 5 ເມືອງຄື: ເມືອງຜົ້ງສາລີ, ບຸນໃຕ້, ເມືອງຂວາ, ເມືອງໃໝ່ ແລະ ເມືອງແຢ ແຫ່ງ ສສ ຫວຽດນາມ, ເມືອງສຳພັນປະກອບມີຫຼາຍເຜົ່າຊົນ ທີ່ມີອາຊີບ, ການເຊື່ອຖື, ຮີດຄອງປະເພນີທີ່ແຕກຕ່າງກັນ ເຊີ່ງມີ 6 ເຜົ່າຄື: ເຜົ່າລາວລຸ່ມ 6.40%, ເຜົ່າກືມມຸ 31.4%, ເຜົ່າອາຄາ 44.32%, ເຜົ່າມົ້ງ 11.39%, ພູນ້ອຍ 4.98% ແລະ ເຜົ່າສີລາ 1.48%.
ສຶກສາລະບົບຕ່ອງໂສ້ມູນຄ່າການຄ້າຊາຍແດນຫມາກແຫນ່ງ ຂອງແຂວງຜົ້ງສາລີ
ໃນແຂວງຜົົ້ງສາລີ, ການປູກຫມາກແຫນ່ງມີມາຕັ້ງແຕ່ຍູກປີ 1980. ເຊິີ່ງແບ່ງເປັນສາມສາຍພັນຫລັກ, ຫມາກແຫນ່ງກວາງຕຸງ, ຫມາກແຫນ່ງປາກຊ່ອງ ແລະ ຫມາກແຫນ່ງປ່າ. ປະມານ 17,942 ຄົວເຮືອນ (50% ຂອງທັງຫມົດ) ມີການປູກຫມາກແຫນ່ງໃນພົ້ນທີີ່ກວ່າ 5,200 ເຮັກຕາ. ໃນປີ 2014, ມູນຄ່າຂອງ ຜະລິດຕະພັນ ທີີ່ໄດ້ຮັບຈາກຫມາກແຫນ່ງແມ່ນປະມານ 40 ລ້ານໂດລາ.
ຄູ່ມືແນະນໍາເຕັກນິກພື້ນຖານການປູກໝາກແໜູ່ງກວາງຕຸງ
ໝາກແໜູ່ງ ແມ່ນເຄືື່ອງປ່າຂອງດົງຊະນິດໜື່ງທີື່ມີຄຸນຄູ່າ ແລະ ເປັນປະໂຫຍດຕ ໍ່ສັງຄົມມະນຸດເຮົາ ໂດຍໄດ້ນໍາໃຊ້ເຂົ້າ ໃນວົງການການແພດ ເພືື່ອປະກອບເປັນສູ່ວນປະສົມຂອງອາຫານ ແລະ ຢາສະໝຸນໄພເຂົື້າໃນການຮັກສາ ໂລກໄພ ໄຂ້ເຈັບ ຕູ່າງໆ ເຊັົ່ນ: ຢາດີເຈັບທ້ອງ, ທ້ອງອືດ, ຊູ່ວຍຍູ່ອຍກະເພາະອາຫານ, ເປັນຢາດີເຈັບແຂ້ວ ແລະ ໃຊ້ປະສົມ ກັບຊະນິດຢາອືື່ນໆ, ນອກນັື້ນຍັງໃຊ້ເປັນເຄືື່ອງເທດໃນການປະສົມອາຫານອີກຫຼາຍຢ່າງ.


