ນິເວດວິທະຍາພື້ນຖານ

ສປປ ລາວ ເວົ້າລວມແລ້ວ ເປັນປະເທດທີ່ມີຊັບພະຍາກອນທໍາມະຊາດອຸດົມສົມບູນ ແລະ ຄຸນນະພາບສິ່ງແວດລ້ອມຍັງດີຢູ່ ທຽບໃສ່ປະເທດອ້ອມຂ້າງ ຊຶ່ງເປັນທ່າແຮງອັນສໍາ ຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ ພວກເຮົາທັງໝົດ ຕ້ອງໄດ້ຊ່ວຍກັນປົກປັກຮັກສາເພື່ອໄວ້ເປັນມໍລະດົກແກ່ຄົນລຸ້ນຫຼັງ.

ບົດສະເໜີໂຄງການຫຍໍ້ການຜະລິດເຂົົ້າໄກ່ນ້ອຍອິນຊີເປັນສິນຄ້າ

ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າໜຽວພື້ນເມືອງ ທີ່ເໝາະສົມສະເພາະປູກຢູ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເຂົ້າໄກ່ນ້ອຍ ມີຄຸນລັກສະນະທີ່ເປັນເອກະລັກຫຼາຍຢ່າງ ທີ່ບໍ່ຄືກັບແນວພັນເຂົ້າຊະນິດອື່ນທັງຫລາຍ ຄື: (1) ມີລົດຊາດ ແລະ ກິ່ນຫອມດີ, (2) ອັດຕາສະມັດຕະພາບໄດ້ຮັບຈາກການສີໄດ້ເຂົ້າສານສູງເຖິງ 80% ຖ້າປຽບທຽບໃສ່ເຂົ້າໜຽວຊະນິດພັນອື່ນ ໄດ້ແຕ່ 70%, (3) ມີຄວາມໄວຕໍ່ແສງແດດ, ເຕີບໂຕຊ້າ ແຕ່ແຂງແຮງດີ, (4) ສະມັດຕະພາບການຜະລິດໄດ້ 3-4 ໂຕນ/ຮຕ ໂດຍມີປັດໃຈຂາເຂົ້າຕໍ່າ, (5) ປູກໃນນານໍ້າຝົນຢູ່ພື້ນທີ່ສູງ ຫຼາຍກວ່າ 800 ແມັດເທິງລະດັບໜ້ານໍ້າທະເລ, ແລະ (6) ເຊື້ອພັນມີທັງໝົດເຈັດຊະນິດ ທີ່ມີຄວາມຕ່າງກັນດ້ານສີ ຂອງເປືອກເມັດເຂົ້າ ແລະ ຄຸນລັກສະນະອື່ນໆ. ເຂົ້າໄກ່ນ້ອຍເຫຼືອງ ເປັນຊະນິດພັນທີ່ນິຍົມປູກຫຼາຍກ່ວາໝູ່ ເພາະວ່່າ ໄດ້ຮັບຜົນນຜະລິດທີ່ຫລາຍກ່ວາໝູ່.

ການລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ

ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ.

ປື້ມຄູ່ມື ສຳຫຼັບກະສິກຳແບບຍືນຍົງ ທາງອອກເພື່ອການດຳລົງຊີວິດທີ່ຍີນຍາວ

ປື້ມຄູ່ມືເຫຼັ້ມນີ້ປະກອບມີ 8 ພາກສ່ວນຄື: 1.ກະສິກຳແບບຍືນຍົງແມ່ນຫຍັງ?, 2. ຮູບແບບຕາມທຳມະຊາດ ແລະ ການອອກແບບລະບົບກະສິກຳແບບຍືນຍັງ, 3. ຄວາມອຸດົມສົມບູນຂອງດິນ, 4. ການເກັບຮັກສາແກ່ນພັນ, 5. ສວນຄົວ ແລະ ສວນຊຸມຊົນ, 6. ການເພາະປູກ, 7. ປ່າໄມ້, ໄມ້ຢືນຕົ້ນ ແລະ ໄມ້ປ່ອງ, 8. ການຄວບຄູມສັດຕູແບບປະສົມປະສານ. ເປັນຂໍ້ມູນພື້ນຖານທີ່ດີສຳຫຼັບການຜະລິດກະສິກຳແບບຍືນຍົງ.

ດອກເຜິ້ງດິນທຳມະຊາດໃນເຂດເມືອງພູກູດ ແຂວງຊຽງຂວາງ

ດອກເຜິ້ງດິນໃນ 10 ບ້ານ ຂອງເມືອງພູກູດ, ແຂວງຊຽງຂວາງ ໄດ້ຮັບການສຶກສາ ເລີ່ມແຕ່ເດືອນມີນາ 2016 ເຖິງເດືອນມີນາ 2018.  ດອກເຜິ້ງດິນທີ່ພົບເຫັນທັງໝົດ 2 ຕະກຸນຍ່ອຍ, 22 ສະກຸນ, 32 ຊະນິດ ທີ່ສາມາດຈຳແນກໄດ້ ໄດ້ຮັບການບັນທຶກໄວ້ໃນການສຶກສາຄັ້ງນີ້. ຕະກຸນຍ່ອຍ Epidendroideae ພົບຈຳນວນ 16 ສະກຸນ, 23 ຊະນິດ ແລະ ຕະກຸນຍ່ອຍ Orchidoideae ພົບຈຳນວນ 6 ສະກຸນ, 9 ຊະນິດ, ໃນນີ້ເປັນພືດບັນທຶກໃໝ່ຂອງລາວຈຳນວນ 4 ຊະນິດ, ແຕ່ລະຊະນິດໄດ້ສະເໜີຊື່ວິທະຍາສາດຂອງຊະນິດ, ການພັນລະນາທາງພືດສາດ, ລະບົບນິເວດແລະແຫຼ່ງທີ່ຢູ່ອາໄສ, ລະດູການອອກດອກ-ອອກໝາກ, ການກະຈາຍພັນ, ການນຳໃຊ້ແບບພື້ນເມືອງ, ຊື່ພື້ມເມືອງ, ຮູບແຕ້ມ ແລະ ຮູບພາບປະກອບ. ຕົວຢ່າງດອກເຜິ້ງດິນ ທີ່ເປັນຕົວຢ່າງແຫ້ງ ແລະ ຕົວຢ່າງໃນເຫຼົ້າ ທັງໝົດຈຳນວນ 53 ນ້ຳເບີ ແລະ […]

ຄູ່ມືການເກັບກູ້ດອກເຜີ້ງທຳມະຊາດເພື່ອການນຳໃຊ້ແບບຍືນຍົງ (A manual of harvest orchids for sustainable using)

ດອກເຜິ້ງເປັນພືດຕະກຸນໜື່ງຈັດເຂົ້າໃນກຸ່ມຂອງພືດໃບລ້ຽງດ່ຽວ, ແຕ່ດອກເຜິ້ງທັງ ໝົດແມ່ນຈັດຢູ່ໃນຕະກຸນເຜິ້ງ ທີ່ມີຊື່ວິທະຍາສາດວ່າ Orchidaceae, ລວມໃນນີ້  ມີເຖີງ 763 ສະກຸນ, ຈຳນວນ 28,000 ຊະນິດ. ນອກນັ້ນນັກພືດສວນ ຍັງໄດ້ມີການປະສົມພັນອອກມາເປັນລູກປະສົມເຖິງ 100,000 ສາຍພັນ ເພື່ອທາງດ້ານການຄ້າ ແລະ ຄວາມນິຍົມ ອອກສູ່ສັງຄົມໃນປະຈຸບັນ. ດອກເຜິ້ງຈຳນວນຫຼາຍຊະນິດທີ່ຖຶກນຳໃຊ້ເປັນຢາປົວພະຍາດ ເຊັ່ນ: ການນຳໃຊ້ ເອື້ອງໃບນາງອົ້ວ (Anoectochilus spp.) ເພື່ອໃນການປຸ່ງແຕ່ງຢາເພື່ອຕ້ານພະຍາດມະເຮັງ ແລະ ສ້າງພູມຄູ້ມ ກັນໃຫ້ກັບຮ່າງກາຍ. ເຊິ່ງໃນຕຳລາຢາພື້ນເມືອງຂອງຈີນໄດ້ກ່າວວ່າ ຫຍ້າໃບລາຍ ແມ່ນຣາຊາແຫ່ງຢາພື້ນເມືອງ ໃຊ້ເພື່ອບຳລູງຮ່າງກາຍ ແລະ ປ້ອງກັນພະຍາດອື່ນ ແຊກຊ້ອນເຂົ້າສູ່ຮ່າງກາຍ. ດອກເຜິ້ງໃນສະກຸນເອື້ອງຫວາຍ (Dendrobium spp.) ໃນປະເທດຈີນໄດ້ມີການນຳໃຊ້ແຕ່ ຣາຊາວົງຮັ່ນ ເພື່ອຮັກສາບາດແຜ່ ໃຫ້ແກ່ທະຫານ ແລະ ປ້ອງກັນຕິດເຊື້ອຈາກບາດແຜ, ເມັດຂອງເອື້ອງກໍ່ສາມາດ ຮັກສາພະຍາດທີ່ເກີດຈາກບາດແຜ່ໄດ້ເຊັ່ນກັນ.