ດອກເຜິ້ງດິນທຳມະຊາດໃນເຂດເມືອງພູກູດ ແຂວງຊຽງຂວາງ
ດອກເຜິ້ງດິນໃນ 10 ບ້ານ ຂອງເມືອງພູກູດ, ແຂວງຊຽງຂວາງ ໄດ້ຮັບການສຶກສາ ເລີ່ມແຕ່ເດືອນມີນາ 2016 ເຖິງເດືອນມີນາ 2018. ດອກເຜິ້ງດິນທີ່ພົບເຫັນທັງໝົດ 2 ຕະກຸນຍ່ອຍ, 22 ສະກຸນ, 32 ຊະນິດ ທີ່ສາມາດຈຳແນກໄດ້ ໄດ້ຮັບການບັນທຶກໄວ້ໃນການສຶກສາຄັ້ງນີ້. ຕະກຸນຍ່ອຍ Epidendroideae ພົບຈຳນວນ 16 ສະກຸນ, 23 ຊະນິດ ແລະ ຕະກຸນຍ່ອຍ Orchidoideae ພົບຈຳນວນ 6 ສະກຸນ, 9 ຊະນິດ, ໃນນີ້ເປັນພືດບັນທຶກໃໝ່ຂອງລາວຈຳນວນ 4 ຊະນິດ, ແຕ່ລະຊະນິດໄດ້ສະເໜີຊື່ວິທະຍາສາດຂອງຊະນິດ, ການພັນລະນາທາງພືດສາດ, ລະບົບນິເວດແລະແຫຼ່ງທີ່ຢູ່ອາໄສ, ລະດູການອອກດອກ-ອອກໝາກ, ການກະຈາຍພັນ, ການນຳໃຊ້ແບບພື້ນເມືອງ, ຊື່ພື້ມເມືອງ, ຮູບແຕ້ມ ແລະ ຮູບພາບປະກອບ. ຕົວຢ່າງດອກເຜິ້ງດິນ ທີ່ເປັນຕົວຢ່າງແຫ້ງ ແລະ ຕົວຢ່າງໃນເຫຼົ້າ ທັງໝົດຈຳນວນ 53 ນ້ຳເບີ ແລະ […]
ຄູ່ມືການເກັບກູ້ດອກເຜີ້ງທຳມະຊາດເພື່ອການນຳໃຊ້ແບບຍືນຍົງ (A manual of harvest orchids for sustainable using)
ດອກເຜິ້ງເປັນພືດຕະກຸນໜື່ງຈັດເຂົ້າໃນກຸ່ມຂອງພືດໃບລ້ຽງດ່ຽວ, ແຕ່ດອກເຜິ້ງທັງ ໝົດແມ່ນຈັດຢູ່ໃນຕະກຸນເຜິ້ງ ທີ່ມີຊື່ວິທະຍາສາດວ່າ Orchidaceae, ລວມໃນນີ້ ມີເຖີງ 763 ສະກຸນ, ຈຳນວນ 28,000 ຊະນິດ. ນອກນັ້ນນັກພືດສວນ ຍັງໄດ້ມີການປະສົມພັນອອກມາເປັນລູກປະສົມເຖິງ 100,000 ສາຍພັນ ເພື່ອທາງດ້ານການຄ້າ ແລະ ຄວາມນິຍົມ ອອກສູ່ສັງຄົມໃນປະຈຸບັນ. ດອກເຜິ້ງຈຳນວນຫຼາຍຊະນິດທີ່ຖຶກນຳໃຊ້ເປັນຢາປົວພະຍາດ ເຊັ່ນ: ການນຳໃຊ້ ເອື້ອງໃບນາງອົ້ວ (Anoectochilus spp.) ເພື່ອໃນການປຸ່ງແຕ່ງຢາເພື່ອຕ້ານພະຍາດມະເຮັງ ແລະ ສ້າງພູມຄູ້ມ ກັນໃຫ້ກັບຮ່າງກາຍ. ເຊິ່ງໃນຕຳລາຢາພື້ນເມືອງຂອງຈີນໄດ້ກ່າວວ່າ ຫຍ້າໃບລາຍ ແມ່ນຣາຊາແຫ່ງຢາພື້ນເມືອງ ໃຊ້ເພື່ອບຳລູງຮ່າງກາຍ ແລະ ປ້ອງກັນພະຍາດອື່ນ ແຊກຊ້ອນເຂົ້າສູ່ຮ່າງກາຍ. ດອກເຜິ້ງໃນສະກຸນເອື້ອງຫວາຍ (Dendrobium spp.) ໃນປະເທດຈີນໄດ້ມີການນຳໃຊ້ແຕ່ ຣາຊາວົງຮັ່ນ ເພື່ອຮັກສາບາດແຜ່ ໃຫ້ແກ່ທະຫານ ແລະ ປ້ອງກັນຕິດເຊື້ອຈາກບາດແຜ, ເມັດຂອງເອື້ອງກໍ່ສາມາດ ຮັກສາພະຍາດທີ່ເກີດຈາກບາດແຜ່ໄດ້ເຊັ່ນກັນ.


