ການລ້ຽງປາເກັດລຽບ
ປາເກັດແລບ ຫຼື ປາເກັດເງິນ (Silvercarp) ພາສາຈີນ ເອີ້ນວ່າ: ປາລິນຮີ, ມີຊື່ທາງວິທະຍາສາດວ່າ: Hypophthalmichtys molitrix ເອີ້ນຊື່ລວມວ່າ: ປາຈີນ. ເປັນຊະນິດປາທີ່ມີຖິ່ນກຳເນີດຢູ່ໃນພາກກາງ ແລະ ພາກໄຕ້ຂອງລຸ່ມ ແມ່ນໍ້າ ຍັງຊີກຽງ, ປະເທດສາທາລະນະລັດ ປະຊາຊົນຈີນ, ນໍາເຂົ້າທົດລອງລ້ຽງໃນ ສປປລາວ ທີ່ສະຖານີລ້ຽງປາໜອງແຕ່ງ ໃນປີ 1977 ແລະ ມາຮອດປັດຈຸບັນກໍ່ໄດ້ຂະຫຍາຍໄປໃນທົ່ວປະເທດ. ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ສາມາດລ້ຽງໄສ່ໜອງ, ເໝືອງຝາຍ, ອ່າງເກັບນໍ້າ, ລ້ຽງໄສ່ຄອກຕາໜ່າງ ຫຼື ກະຊັງ ແລະ ອື່ນໆ, ປາເກັດແລບເປັນປາທີ່ບໍ່ຂະຫຍາຍພັນ ແລະ ບໍ່ເກີດລູກໃນໜອງໄດ້ເອງ. ດັ່ງນັ້ນການຂະຫຍາຍພັນຈໍາ ເປັນຕ້ອງໄດ້ເຮັດການປະສົມພັນທຽມ.
ການປະສົມພັນທຽມງົວ
ການປະສົມພັນທຽມໄດ້ເກີດຂຶ້ນ ໃນປີ 1322 ສັດຕະວັດ ທີ 14 ໂດຍແມ່ນຫົວໜ້ານັກໂທດ ຄົນ ອາຣັບ ເປັນຜູ້ສ້າງປະຫວັດສາດ. ລາວຕ້ອງການແນວພັນມ້າສວຍງາມໂຕນຶ່ງ ລາວຈຶ່ງອອກຄ ຳສັ່ງໃຫ້ ຄົນລ້ຽງມ້າຂອງລາວວ່າ ຕ້ອງເອົາແນວພັນມາສວຍງາມນີ້ໃຫ້ໄດ້. ຄົນລ້ຽງມ້າກໍ່ຮັບປາກວ່າຈະເຮັດ ໃຫ້ໄດ້. ມີມື້ນຶ່ງຄົນລ້ຽງມ້າເຫັນມາຜູ້ດັ່ງກ່າວກ ຳລັງປະສົມພັນກັບມ້າແມ່ຄອກດຽວກັນ ພາຍຫຼັງມ້າ ຜູ້ເຊີງສ ຳເລັດແລ້ວ ລາວຈຶ່ງຟ້າວເອົາຜ້າແພນ້ອຍຜືນນຶ່ງໄປຍັດໃສ່ອະໄວຍະວະເພດຂອງມ້າແມ່ ໂຕທີ່ປະສົມພັນນັ້ນ ແລ້ວຈຶ່ງເອົາຜ້າແພນ້ອຍດັ່ງກ່າວມາຍັດໃສ່ອະໄວຍະວະເພດໂຕແມ່ຂອງຕົນ ເອງ. ຫຼັງຈາກນັ້ນ ຕໍ່ມາມ້າຂອງລາວ ໄດ້ເກີດລູກອອກມາເປັນມ້າຜູ້ຄືກັນກັບມາຜູ້ສວຍງາມໂຕນັ້ນ. ໃນສັດຕະວັດທີ 16-17 ໄດ້ມີນັກວິທະຍາສາດຄົ້ນຄວ້າການປະສົມພັນທຽມໃຫ້ແກ່ແມງໄມ້ ແລະ ປາ.
ການລ້ຽງງົວທອມ
– ຈຸດປະສົງ – ຮູບແບບການລ້ຽງ – ແຫຼ່ງອາຫານທີ່ສຳຄັນສຳຫຼັບສັດຄ້ຽວເອື້ອງ – ການລ້ຽງງົວທອມ – ພະຍາດຕົ້ນຕໍຂອງງົວຄວາຍ – ການສັກວັກຊີນທີ່ໄດ້ຜົນຄວນປະຕິບັດດັງນີ້ – ການປ້ອງກັນພະຍາດ ດ້ວຍມາດຕະການທາງການ
ເຕັກນິກການລ້ຽງໄກ່ແບບພືນບ້ານ
1 ການລ້ຽງສັດປີ 2 ວິທີການລ້ຽງໄກ່ແບບພື້ນບ້ານ 3 ໄກ່ທີ່ໃຫ້ຜົນຜະລິດດີ
ການລ້ຽງໝູ
1 ລັກສະນະຂອງແມ່ໝູທີ່ຄວນມີ 2 ການດູແລໝູນ້ອຍເກີດໃຫມ່ 3 ການລ້ຽງໝູນ້ອຍໃນກໍລະນີທີ່ແມ່ໝູຕາຍ 4 ການເອົາໝູນ້ອຍອອກນົມ ແລະ ການໃຫ້ອາາຫານ
ການລ້ຽງໝູ
1. ການປຸກສ້າງຄອກ – ການເລືອກສະຖານທີ່ – ແບບຄອກໝູ 2. ການຄັດເລືອກແນວພັນ – ພັນລາກສະຫວາຍ – ພັນແລນເດຣດ – ພັນດູຣອກ 3. ການປະສົມພັນ 4. ອາຫານ ແລະ ການໃຫ້ອາຫານ 5. ບາງພະຍາດທີ່ເກີດກັບໝູ – ພະຍາດອາຫິວາ – ພະຍາດຂີ້ເຈັບທ້ອງຂອງໝູນ້ອຍ
ວິທີຕັດແຂ້ວໝູນ້ອຍ
– ຄວາມສຳຄັນຂອງການຕັດແຂ້ວໝູນ້ອຍເກີດໃໝ່ – ວິທີ່ເໝາະສົມໃນການຕັດແຂ້ວ – ວິທີການຕັດແຂ້ວ
ການລ້ຽງ ແລະ ຂະຫຍາຍພັນປາເມັ້ນ
ປາເໝັ້ນເປັນປານຈືດຊະນິດຫນຶ່ງ Osphronemus exodon ມີແຫຼ່ງກ ຳເນີດ, ແຜ່ຂະຫຍາຍພັນໃນພາກພື້ນອາຊີອາຄະເນ ແລະ ເປັນ ປາພື້ນເມືອງຂອງລາວເຊິ່ງພົບເຫັນຫຼາຍໃນອ່າງນ ຳງື່ມ,ແມ່ນຂອງ ແລະ ສາຂາແມ່ນາໍ້ຂອງໃນ ສປປ ລາວ. ປາເໝັ້ນຂະໜາດໃຫຍ່ສຸດເຊິ່ງມີນາໍ້ໜັກ 6-7 ກິໂລກຼາມ ມີຄວາມຍາວ 65 ຊັງຕີແມັດ ຢູ່ໃນຕະກຸນດຽວກັນກັບປາສະລິດ ແຕ່ມີຂະໜາດໃຫຍ່ກ່ວາມີຊີ້ນແໜ້ນ, ນຸ້ມ ແລະ ມີລົດຊາດແຊບດີເຊິ່ງໄດ້ຮັບຄວາມນິຍົມຈາກປະຊາຊົນ ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດສາມາດມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ປາເໝັ້ນເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວມີຄວາມທົນທານກັບສະພາບແວດລ້ອມ ແລະ ພະຍາດເປັນຢ່າງດີ, ສາມາດລ້ຽງທັງໃນໜອງ ແລະ ກະຊັງມີການຈະເລີນເຕີບໂຕພໍສົມຄວນ ສາມາດແຜ່ຂະຫຍາຍພັນໄດ້ໂດຍລ້ຽງເພື່ອຂາຍ, ເປັນປາຊີ້ນ ຫຼື ປາສວຍງາມສາມາດເປັນປາພໍ່ແມ່ພັນເມື່ອມີອາຍຸໄດ້ 3 ປີຈະມີນາໍ້ໜັກ ປະມານ 3-3,5 ກິໂລກຼາມ ຄວາມດົກຂອງໄຂ່ມີ 3.000-4.000 ໜ່ວຍ ຕໍ່ປາແມ່ໜຶ່ງໂຕ.
ການລ້ຽງເຜິ້ງພື້ນເມືອງໃນໂກນທີ່ທັນສະໄຫມ
ເປັນທີ່ຮູ້ກັນດີວ່າ ວຽກງານການລ້ຽງເຜິ້ງແມ່ນເປັນວຽກງານໜຶ່ງ ທີ່ໄດ້ຈັດເຂົ້າໃນຂົງເຂດວຽກງານ ການ ກະສິກ ຳ ເພາະການລ້ຽງເຜິ້ງມັນເປັນສິ່ງຈ ຳເປັນ ແລະ ສ ຳຄັນໃນການຂະຫຍາຍຕົວທາງດ້ານທັນຍາ ຫານ, ປຸງແຕ່ງຢາພື້ນເມືອງ ແລະ ອື່ນໆ ເປັນຕົ້ນແມ່ນເຂດຊົນນະບົດທີ່ຢູ່ຮ່າງໄກສອກ ຫລີກ, ມັກປຸງ ແຕ່ງຢາພື້ນເມືອງຕ່າງໆ. ນອກຈາກນັ້ນ ນາໍ້ເຜິ້ງກໍ່ຍັງເປັນຂອງຕ້ອນແຂກ ແລະ ຂາຍກໍ່ໄດ້ລາຄາດີ, ແຕ່ ສ່ວນຫລາຍພວກເຮົາມັກຮັບປະທານນ ຳເຜິ້ງສົດຫຍາຍກວ່າ ເພາະນາໍ້ ເຜິ້ງມັນມີລົດຊາດຫວານ ແລະ ປະກອບມີທາດອົງຄະທາດຫລາຍຢ່າງຢູ່ນ ຳນເຜິ້ງຊຶ່ງເປັນຢາບ ຳລຸງພາກສ່ວນຮ່າງກາຍຂອງຄົນ. ຍ້ອນ ມັນມີຜົນປະໂຫຍດຄືແນວນັ້ນ ປະຊາຊົນຈຶ່ງນິຍົມກັນລ້ຽງເຜິ້ງ ມາແຕ່ບູຮານນະການ ແຕ່ການລ້ຽງເຜິ້ງ ໃນສະໄໝນັ້ນຍັງບໍ່ທັນມີເຕັກນິກຢ່າງຄັກແນ່ ຍັງເປັນການລ້ຽງແບບດັ້ງເດີມ.
ບົດຮຽນໃນການລ້ຽງຂີ້ກະເດືອນ
ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການໃສ່ເບັດກົບທ້ອງຖິ່ນ ບ້ານ. ນາປາ ເມືອງ ຄໍາ. ແຂວງຊຽງຂວາງໂດຍແມ່ນຄູເຝິກຊຸມຊົນເປັນຜູ້ ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງແລະຮຽບຮຽງຈາກ ຫ້ອງການສຶກສາປະຈ ໍາເມືອງ. ພະແນກສຶກສາປະຈ ໍາແຂວງ, ສູນອົບຮົມຮ່ວມ ພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).


