ປ້າຍທີ່ຕິດຕັ້ງສະແດງໃຫ້ຂອບເຂດ ແລະ ເນື້ອທີ່ວັງສະຫງວນປີ 2017 ແລະ ປັບປຸງໃໝ່ປີ 2019

ກົດລະບຽບ ສິ່ງທີ່ຫ້າມໃນວັງສະຫງວນ: 1. ຫ້າມຫາປາທຸກຮູບແບບໃນວັງສະຫງວນ. 2. ຫ້າມຖິ້ມສິ່ງເສດເຫຼືອ, ນ້ຳເປື້ອນ ຫຼື ສານເຄມີລົງໃນຂອບເຂດວັງສະຫງວນ. 3. ຫ້າມຕັດໄມ້ທຳລາຍປ່າໃນວັງສະຫງວນ.

ລັດທພດຳລັດຂອງປະທານປະເທດ ສປປ ລາວ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍສົດປ່າ (ສະບັບປັບປຸ່ງ)

-ອີງຕາມລັດທະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະປັບປັບປຸ່ງ ປີ 2015) ໝວດທີ່ VI ມາດຕາ 67 ຂໍ້ທີ່ 1; -ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 92/ສພຊ, ລົງວັນທີ່ 17 ກໍລະກົດ 2023 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸ່ງ); -ອີງຕາມໜັງສືການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 26/ຄປຈ, ລົງວັນທີ່ 15 ສິງຫາ 2023.

ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາບັນຊີສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I, ປະເພດຄຸ້ມຄອງ ຫຼື ບັນຊີ II ແລະ ປະເພດທົ່ວໄປ ຫຼື ບັນຊີ III

– ອີງຕາມ ກົດໝາຍ ວ່າດ້ວຍ ສັດປ່າ (ສະບັບປັບປຸ່ງ) ເລກທີ 42/ສພຊມ ລົງວັນທີ່ 17 ກໍລະກົດ 2023 – ອີງຕາມ ດຳລັດ ຂອງນາຍົກລັດທະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງ ກະຊິກຳ ແລະ ປ່າໄມ້ສະບັບເລກທີ່603/ນຍມ ລົງວັນທີ່ 15 ຕຸລາ 2021 – ອີງຕາມ ໜັງສືສະເໜີຂອງ ກົມປ່ໄມ້ ສະບັບເລກທີ່ 0566/ກປມ, ລົງວັນທີ່ 25 ມັງກອນ 2024

ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III

ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລັກທີ່ 570/ນຍ, ລົງວັນທີ່ 16 ກັນຍາ 2021; ອີງຕາມ ດຳລັດ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ສະບັບເລກທີ່ 155/ນຍ, ລົງວັນທີ່ 30 ກັນຍາ 2003; ອີງຕາມ ໜັງສືສະເໜີ ຂອງກົມອາຫານ ແລະ ຢາ ສະບັບເລກທີ່ 8755/ກອຢ, ລົງວັທີ່ 9 ສິງຫາ 2022. ລັດທະມົນຕີ ອອກຂໍ້ຕົກລົງ: ມາດຕາ 1 ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III ລວມມີ 266 ຊະນິດ

ຂໍໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີ ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II. ສະບັບເລກທີ 08/ນຍ; ນະຄອນຫຼວງວຽງຈັນລົງວັນທີ 25/02/2021

ມາດຕາ 1: ຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ດັ່ງນີ້: ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ປະກອບດ້ວຍ 165 ຊະນິດ, ໃນນີ້ ສັດລ້ຽງລູກ ດ້ວຍນໍ້ານົມ 79 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 52 ຊະນິດ, ສັດນໍ້າ 10 ຊະນິດ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ 02 ຊະນິດ ຊຶ່ງມີ ຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ຫຼື […]

ການຊຸກຍູ້ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບໃນ ສປປ ລາວ

ເປັນຫຍັງ ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບ ຈຶ່ງສຳຄັນຢູ່ໃນ ສປປ ລາວ? ປະສົບການ ແລະ ເລື່ອງເລົ່າຄວາມສຳເລັດຈາກພະນັກງານລັດ

ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020

ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.

ຫວັງສະຫງວນໃນແຂວງຫົວພັນ

ວັງສະຫງວນ ຢູ່ຕາມສາຍນໍ້າລໍາຫ້ວຍພາຍໃນ ແຂວງຫົວພັນແມ່ນໄດ້ກາຍເປັນຍຸດທະສາດທີ່ໄດ້ຮັບຜົນດີ ໂດຍການເຂົ້າຮ່ວມຂອງຊຸມຊົນໃນທ້ອງຖິ່ນເພື່ອຮັບປະກັນໃຫ້ປະຊາກອນປາຊະນິດພັນຕ່າງໆໃຫ້ມີຄວາມອຸດດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນພື້ນຖານທີ່ຕອບສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກປາຫລາຍຂຶ້ນ ແລະ ມີລາຍຮັບເພີ່ມຂຶ້ນຈາກການຂາຍປາ. ວັງສະຫງວນຍັງຊ່ວຍໃນການອະນຸລັກດິນແຄມຕາຝັ່ງລວມທັງການທ່ອງທ່ຽວ.