ຕູດຕຽງຫຼືເປືອກເມືອກແມ່ນພືດທີ່ປະຊາຊົນປູກໃນເຂດພູດອຍ

ຕູດຕຽງ, Bohemeria malabarica ຫຼື ເປືອກເມືອກ, ໜັງໜຽວ, (ແລະ ອາດມີຫຼາຍຊື່ອີກ) ເປັນພືດ ຊຶ່ງເກີດຢູ່ໃນເຂດພູດອຍທາງພາກເໜືອຂອງ ສປປ ລາວ. ກ່ຽວກັບພືດຊະນິດນີ້ ຍັງເປັນທີ່ ຮັບຮູ້ກັນໜ້ອຍ, ແລະ ໃນເອກກະສານກໍມີການອະທິບາຍໜ້ອຍເຊັ່ນກັນ. ຮອດມື້ນີ້ເຮົາກໍຍັງບໍ່ແນ່ໃຈວ່າ ຊື່ໃນພາສາລາແຕງ ຈະແມ່ນ Bohemeria malabarica ນີ້ ຫຼື ບໍ່. (Foppes et al 2003). ດັ່ງທີ່ຮູ້ແມ່ນມັນໄດ້ຖືກເກັບກູ້ ມາເປັນສິນຄ້າປະເພດເຄື່ອງປ່າຂອງດົງ ໃຫ້ພໍ່ຄ້າຈີນເປັນສ່ວນໃຫຍ່. ແລະ ກໍກາຍເປັນແຫຼ່ງລາຍຮັບ ທີ່ສໍາຄັນ ອັນນຶ່ງໃຫ້ແກ່ຄອບຄົວປະຊາຊົນເຂດພູດອຍ. ຢູ່ໃນເມືອງຈຸດສຸມ (ມ ນາໝໍ້ ແຂວງ ອຸດົມໄຊ ແລະ ມ ໂພນໄຊ ແຂວງ ຫຼວງພະບາງ) ຂອງໂຄງການຄົ້ນຄ້ວາທົດລອງກະສິກຳ ແລະ ປ່າໄມ້ ເຂດພູດອຍຮ່ວມມື ລາວ-ຊູແອດ (LSUAFRP) ແມ່ນນຶ່ງໃນຈໍານວນເຄື່ອງປ່າຂອງດົງທີ່ສໍາຄັນທີ່ສຸດຂອງ ເມືອງ (Anon […]

ເຕັກນິກການຜະລິດຝຸ່ນບົ່ມຊີວະພາບ

ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ: – ການກຽມອຸປະກອນ ແລະ ສ່ວນປະກອບ – ຂັ້ນຕອນການຜະລິດຝຸ່ນບົ່ມຊີວະພາບ – ການບົ່ມຝຸ່ນ ແລະ ການເກັບຮັກສາ – ການນຳໃຊ້ຝຸ່ນຊີວະພາບໃສ່ພືດ

ການປ້ອງກັນພືດແບບປະສົມປະສານ

1. ສິ່ງທີ່ມີຊີວິດໃນດິນ 2. ແມງໄມ້ທີ່ມີຊີວິດຢູ່ໃນອາກາດ 3. ວົງຈອນຊີວິດຂງແມງໝັດຜັກ 4. ການຄວບຄຸມແມງໄມ້ສັດຕູພືດ 5. ພືດທີ່ນຳໃຊ້ເປັນນ້ຳຢາໄລ່ ແລະ ກຳຈັດແມງໄມ້ 6. ວິທີ່ການເຮັດນ້ຳຢາໄລ່ ແລະ ການກຳຈັດແມງໄມ້

ບາງຂໍ້ແນະນຳການປູກໄຮ່ເຂດເນີນສູງ

ໃນເຂດທີ່ບໍ່ມີເງື່ອນໄຂໃນການເຮັດນາ ການປູກເຂົ້າໄຮ່ ແມ່ນກິດຈະກຳໜື່ງທີ່ສໍາຄັນ ສໍາລັບປະຊາຊົນບັນດາເຜົ່າ ໃນເຂດພູດອຍ. ການເພີ້ມຂຶ້ນຂອງປະຊາກອນເປັນແຮງກົດ ດັນທີ່ເຮັດໃຫ້ຮອບວຽນການກັບມາປູກເຂົ້າໄຮ່ໃນເນື້ອທີ່ໄຮ່ ເລົ່າສັ້ນລົງ, ເຮັດໃຫ້ລະບົບການເຮັດໄຮ່ໜູນວຽນແບບດັ່ງ ເດີມບໍ່ມີຄວາມຍືນຍົງ. ດັ່ງນັ້ນ, ຊາວກະສິກອນມີຄວາມ ຕ້ອງການແນວພັນເຂົ້າໄຮ່ ທີ່ມີສາມາດປັບຕົວໄດ້ດີໃນປ່າ ເລົ່າໄລຍະສັ້ນ, ມີຜົນຜະລິດສະໝໍ່າສະເໝີ ແລະ ມີຄວາມ ຍືນຍົງໃນເຂດພູດອຍ.

ຄູ່ມືເຕັກນິກ ການຜະລິດກະສິກຳອິນຊີ

ຍ້ອນເຫັນໄດ້ທ່າແຮງ ຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນພູມອາກາດ, ດິນ, ແຫຼ່ງນໍ້າ ສໍາລັບການ ປູກຝັງ ຂອງປະເທດເຮົາ ຍັງມີຫຼາຍ ແລະ ຄວາມອຸດົມສົມບູນໄປດ້ວຍ ອີນຊີວັດຖຸ, ຊີວະນາໆພັນ ທີ່ຍັງບໍ່ທັນຖືກກະທົບທາງລົບ ຈາກການນໍາໃຊ້ສານເຄມີຄືກັບປະເທດອື່ນໆ. ດັ່ງນັ້ນ, ສູນມາດຕະຖານກະສິກໍາສະອາດ ແລະ ໂຄງການພັດທະນາກະສິກໍາສະອາດ ຈື່ງໄດ້ພັດທະນາ ຄູ່ມືເຕັກນິກ ການຜະລິດກະສິກໍາອິນຊີ ເພື່ອເປັນຂໍ້ມູນ ຮັບໃຊ້ໃຫ້ແກ່ຜູ້ທີ່ ເຮັດການຜະລິດເຊັ່ນ: ຊາວກະສິກອນ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງປະຕິບັດໄດ້ຢ່າງຖືກຕ້ອງ ຕາມຄູ່ມືເຕັກນິກສະບັບນີ້.

ຄູ່ມື ດ້ານວິຊາການ ການສ້າງມາດຕະການປ້ອງກັນພະຍາດ (Panama Disease). ໃບແຫ້ງໃນກ້ວຍ

ອິງໃສ່ຄວາມກ້າວໜ້າວ່ອງໄວທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ສະພາບຄວາມເປັນຈິງໃນການພັດທະນາທາງດ້ານກະສິກຳ ແລະ ປ່າໄມ້ ຢູ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໂດຍທົ່ວໄປແລ້ວ ພໍ່ແມ່ປະຊາຊົນລາວເຮົາ ມີມູນເຊື້ອຄວາມດຸໝັ່ນ ໂດຍສະເພາະການຜະລິດກະສິກໍາຫຼາຍດ້ານ; ແຕ່ສັງເກດລວມແລ້ວ ຍັງມີຫຼາຍຂົງເຂດຢູ່ຊານເມືອງ ເຊິີ່ງການຜະລິດຍັງຕິດພັນກັບທໍາ ມະຊາດ ແລະ ມີສິ່ງທ້າທາຍການຍົກສະມັດຕະພາບການຜະລິດ ເຊັັ່ນ: ພະຍາດສັດຕູພືດລະບາດ, ບົ້ງ, ພະຍາດໃບແຫ້ງ, ເພັ້ຍເຊື້ອລາພະຍາດ, ທີ່ມາຂອງພະຍາດ ລວມເຖິງດ້ານເຕັກນິກ ຂະບວນການປູກ ແລະ ບົວລະບັດຮັກສາຈົນຮອດມື້ເກັບກູ່ຽວຜົນຜະລິດ ບາງຄັ້ງກໍ່ໄດ້ຮັບຜົນດີ, ບາງຄັ້ງການຜະລິດຂ້ອນຂ້າງຕົກຕໍ່າ ທາງນີ້ກໍ່ຂື້ນກັບການເອື້ອອຳນວຍຂອງສິີ່ງແວດລ້ອມຕ່າງໆ.

ປອ. ລຳເພີຍ ແກ່ນສົມບັດ

ທ່ານ ປອ. ລຳເພີຍ ແກ່ນສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເພີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ. ໃນຊ່ວງປີ 2016 ຫາ 2019 ປອ. ລຳເພີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລຳເພີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ. ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, […]

ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ

ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ,  ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]

ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]