Pha Khao Lao Infographic Brochure

The main demographic is young people (18-34) who are actively using the platform, particularly the Facebook page. Both men and women are actively participating.The bounce rate is at 54% showing that users are staying on the site. Mobile usage is high highlighting the need to make Pha khao Lao more accessible through a mobile application. The […]

ລະບົບຖານຂໍ້ມູນອອນໄລນ໌ ພາເຂົ້າລາວ

ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ່ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໄຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.

ບົວຊົວສະຖິຕິຂອງພາເຂົ້າລາວ (Pha Khao Lao Infographic Brochure)

ຜູ້ເຂົ້າເບິ່ງສ່ວນໃຫຍ່ແມ່ນໄວໜຸ່ມທັງແມ່ຍິງ ແລະ ຜູ້ຊາຍ (ອາຍຸ 18-34ປີ) ທີ່ມີນຳໃຊ້ລະບົບເລື້ອຍໆ ໂດຍສະເພາະແມ່ນການໃຊ້ລະບົບໃນເຟສບຸກ. ອັດຕາການເຂົ້າອອກເວັບໄຊ໌ແມ່ນ 54% ສະແດງໃຫ້ເຫັນວ່າຜູ້ທີ່ເຂົ້າເບິ່ງຍັງໃຊ້ຢູ່ໃນລະບົບ.ການໃຊ້ລະບົບທາງໂທລະສັບມືຖືແມ່ນມີຄວາມພົ້ນເດັ່ນຫຼາຍ ມີຄວາມຕ້ອງການໃຫ້ພັດທະນາແອບພລິເຄຊັນພາເຂົ້າລາວເພື່ອງານໃນການໃຊ້ທາງມືຖື. ໜ້າຫຼັກຍັງເປັນໜ້າທີ່ສຳຄັນໃນການເຂົ້າເບິ່ງ. ເຟສບຸກເປັນເວທີຂອງການສົນທະນາທີ່ສຳຄັນ ແລະ ສາມາດໃຊ້ເພື່ອໂຄສະນາຊີວະນາໆພັນ, ຫົວຂໍ້ສົນທະນາ ຫຼື ຜູ້ປະກອບການ. ເອກະສານ ແລະ ສື່ສີ່ງພີມຕ່າງໆແມ່ນໄດ້ຮັບຄວາມນິຍົມ ແລະ ມີຜູ້ສົນໃຈຫຼາຍ.

ສາດສະດາຈານ ປອ ວິຈິດ ລຳໄຊ

ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]

ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ

ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ​ໃນ​ໄລຍະ​ນີ້, ​ໄດ້​ສຸມ​ໃສ່​ການຜະລິດ​ນ້ຳ​ເຜິ້ງ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ການ​ຝຶກ​ອົບຮົມ​ໃຫ້​ຜູ້​ລ້ຽງ​ເຜິ້ງ, ​ແລະ ດຳ​ເນີນ​ການ​ຄົ້ນຄວ້າ​ຕະຫຼາດ​ເພື່ອ​ຂະຫຍາຍ​ໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ,​ ສູນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ແບບ​ຍືນ​ຍົງ ພ້ອມ​ທັງ​ປະກອບສ່ວນ​ອະນຸລັກ​ສິ່ງ​ແວດ​ລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.​ດ້ວຍ​ການ​ກະ​ກຽມ ​ແລະ​ ຄວາມ​ມຸ່ງ​ຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ​ ຈະສາ​ມາດ​ຊ່ວຍ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຄຽງຄຸ່ໄປກັບຄວາມເພີດເພີນ​ ແລະ ຄວາມ​ສຸກຈາກ​ຜົນ​ປະ​ໂຫຍດ​ຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.

ລະບົບຖານຂໍ້ມູນອອນໄລນ໌ ພາເຂົ້າລາວ

ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລະ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ້ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໄຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກທຳມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ຕໍາເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.

ບົດສະເໜີໂຄງການຫຍໍ້ ການພັດທະນາຫລັກສູດທ້ອງຖິ່ນ ດ້ານຊີວະນາໆພັນກະສິກຳ

ຍ້ອນວ່າ ປະຊາຊົນພາຍໃນທ້ອງຖິ່ນຊົນນະບົດ ແມ່ນມີບໍລິມາດຄວາມຮູ້ພື້ນບ້ານອັນເປັນພູມປັນຍາທ້ອງຖິ່ນຢ່າງຫລວງຫລາຍ ທີ່ຍັງສືບຕໍ່ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນຢູ່, ບັນດາຜູ້ຊ່ຽວຊານທ້ອງຖິ່ນນັ້ນ ແມ່ນມີບົດບາດສໍາຄັນຕໍ່ກັບການສຶກສາຮໍ່າຮຽນຂອງຊາວໜຸ່ມ ໂດຍເຮັດໃຫ້ບັນດາຊາວໜຸ່ມ ໄດ້ເຮັດກິດຈະກໍາຮຽນຮູ້ ກັບທໍາມະຊາດໃນຂົງເຂດບໍລິເວນອ້ອມແອ້ມໃກ້ຄຽງຕົນເອງ. ຄວາມຮູ້ ກ່ຽວກັບ ຊັບພະຍາກອນຊີວະນາໆພັນກະສິກໍາທ້ອງຖິ່ນ ເປັນພູມປັນຍາສືບທອດຈາກຄົນລຸ້ນເກົ່າສູ່ຄົນລຸ້ນໜຸ່ມ, ແຕ່ວ່າ ປະເພນີຜ່ານມາ ກ່ຽວກັບ ພູມປັນຍາທ້ອງຖິ່ນ ແມ່ນໄດ້ມີການເສື່ອມສູນຫາຍໄປຢ່າງໄວວາສົມຄວນ ຍ້ອນວ່າ ຊີວະນາໆພັນກະສິກໍາແມ່ນໄດ້ມີຈໍານວນຫລຸດລົງ ບວກກັບ ຄົນລ້ນໜຸ່ມມີລະດັບຄວາມສົນໃຈໜ້ອຍ ເພາະວ່າພວກເຂົາເຈົ້າມີຄວາມສົນໃຈຫລາຍກ່ວາ ໃນການຮໍ່າຮຽນຜ່ານສື່ ສັງຄົມ ແລະ ໃນງານຕ່າງໆ ຢູ່ນອກໂລກ. ສະນັ້ນ ເພື່ອເຮັດໃຫ້ພູມປັນຍາທ້ອງຖິ່ນບໍ່ໄດ້ຖືກສູນຫາຍໄປ, ຄວາມຮູ້ດ້ານຊີວະນາໆພັນກະສິກໍາ ຈຶ່ງໄດ້ຍົກຂຶ້ນມາຖືເອົາເປັນບູລິມະສິດໜຶ່ງຂອງທ້ອງຖິ່ນ.