January 29, 2025
ເນື່ອງໃນໂອກາດສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ 2 ກຸມພາ ແລະ ເພື່ອປູກຈິດສໍານຶກກ່ຽວກັບຄວາມສຳຄັນຂອງເຂດດິນດັ່ງກ່າວ, ດັ່ງນັ້ນພາເຂົ້າລາວຈຶ່ງນໍາຂໍ້ມູນຄວາມຮູ້ບາງສ່ວນທີ່ສຳຄັນກ່ຽວກັບດິນບໍລິເວນນໍ້າມາແບ່ງປັນດັ່ງນີ້:
ການສະເຫຼີມສະຫຼອງໃນປີ 2025 ນີ້ ໄດ້ເນັ້ນໃຫ້ເຫັນເຖິງຄວາມເລັ່ງດ່ວນໃນການປູກຈິດສຳນຶກທັງໃນເວທີລະດັບຊາດ ແລະ ລະດັບໂລກ ເພື່ອທົບທວນຄືນຕໍ່ກັບການສູນເສຍທີ່ເກີດຂຶ້ນຢ່າງໄວວາ ແລະ ສົ່ງເສີມໃຫ້ມີການອະນຸຮັກ ແລະ ຟື້ນຟູດິນບໍລິເວນນໍ້າ
ການນໍາໃຊ້ທີ່ດິນບໍລິເວນນໍ້າຕ້ອງຮັບປະກັນເງື່ອນໄຂດັ່ງນີ້:
ບໍ່ໃຫ້ມີການເຊາະເຈື່ອນ
ບໍ່ໃຫ້ຕັນທາງນໍ້າໄຫຼ
ບໍ່ໃຫ້ນໍ້າຕື້ນເຂີນ ຫຼື ອັ່ງຖ້ວມ
ບໍ່ໃຫ້ຖິ້ມສິ່ງເສດເຫຼືອ ແລະ ສິ່ງເປັນພິດລົງສູ່ແຫຼ່ງນໍ້າ
ບໍ່ໃຫ້ຕັດໄມ້ທຳລາຍປ່າໃນເຂດແຫຼ່ງນໍ້າ
ບໍ່ໃຫ້ຂຸດລອກເອົາດິນຖ່ານຕົມ, ດິນດໍາ, ດິນດາກ, ດິນຊາຍ ແລະ ດິນອື່ນ
ອີງຕາມດໍາລັດວ່າດ້ວຍດິນບໍລິເວນນໍ້າ ເລກທີ 350 ນະຄອນຫຼວງວຽງຈັນ, ວັນທີ 13.11.2023
ທ່ານສາມາດຄົ້ນຫາຂໍ້ມູນຊະນິດພັນທີ່ອາໄສໃນເຂດດິນບໍລິເວນນໍ້າໄດ້ທີ່ຖານຂໍ້ມູນພາເຂົ້າລາວ ໂດຍເລືອກຄົ້ນຫາໃນຖານຂໍ້ມູນຊະນິດພັນ ຫົວຂໍ້ ດິນບໍລິເວນນໍ້າ https://species.phakhaolao.la/search