ຮູ້ ຫຼື ບໍ ພາເຂົ້າລາວມີຖານຂໍ້ມູນຊະນິດພັນທີ່ປະກອບດ້ວຍລາຍຊື່ໄມ້ເສດຖະກິດ ແລະ ເຄື່ອງປ່າຂອງດົງນຳອີກ  

ວັນທີ 23 ມິຖຸນາທີ່ຜ່ານມາ ພາເຂົ້າລາວ ໄດ້ຮ່ວມປຶກສາຫາລືແລກປ່ຽນການເຊື່ອມໂຍງຖານຂໍ້ມູນໄມ້ເສດຖະກິດຂອງ ສະຖາບັນຄົ້ນຄວ້າກະສິກຳ, ປາໄມ້ ແລະ ພັດທະນາຊົນນະບົດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສີມອນ ວົງຄຳຮໍ່ ຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້, ສກປພ. ປະຈຸບັນຖານຂໍ້ມູນຊະນິດພັນພາເຂົ້າລາວໄດ້ເພີ່ມການຄົ້ນຫາລາຍຊື່ຊະນິດພັນໄມ້ ຈຳນວນ 355 ຊະນິດ ແລະ ເຄື່ອງປ່າຂອງດົງລາວຈຳນວນ 691 ຊະນິດ ເຊິ່ງຈະເປັນປະໂຫຍດໃຫ້ແກ່ຜູ້ທີ່ມີຄວາມສົນໃຈ, ນັກສຶກສາຄົ້ນຄວ້າ,ແລະ ຜູ້ປະກອບການ ດຳເນີນກິດຈະກຳທີ່ກ່ຽວຂ້ອງກ່ຽວກັບຊັບພະຍາກອນອັນມີຄ່າເຫຼົ່ານີ້ໃຫ້ມີຄວາມຍືນຍົງຕະຫຼອດໄປ

ໃນວາລະສຸດທ້າຍຂອງການປຶກສາຫາລື ສກປພ ໄດ້ມອບປຶ້ມຄູ່ມື ເຕັກນິກການຜະລິດແນວພັນໄມ້ ແລະ ການກ້າເບ້ຍໄມ້ ຢູ່ ສປປ ລາວ ໃຫ້ກັບພາເຂົ້າລາວ ເພື່ອສຶກສາຄົ້ນຄວ້າ ແລະ ນຳໃຊ້ປະກອບກິດຈະກຳທີ່ກ່ຽວຂ້ອງ, ພ້ອມນັ້ນຜູ້ີ່ມີຄວາມສົນໃຈສາມາດດາວໂຫລດເອກະສານໄດ້ທີ່ https://shorturl.at/t4faC

Share

Recent News