ແກງຜັກອີ່ຮູມໃສ່ປາແຫ້ງ ເປັນອາຫານພື້ນບ້ານທີ່ຮູ້ຈັກກັນດີວ່າຜົນປະໂຫຍດຕໍ່ສຸຂະພາບ. ຫຼາຍໆຄົນຄຸ້ນເຄີຍກັບການນໍາເອົາໃບຜັກອີ່ຮູມມາປຸງແຕ່ງອາຫານ, ສູດນີ້ຈະເນັ້ນໃສ່ໃບອ່ອນ, ສົດ ແລະ ມີໂພສະນາການ.
ສ່ວນປະກອບຫຼັກ
- ນ້ຳສະອາດ: 1 ລິດ
- ໃບຜັກອີ່ຮູມ: 500 ກຣາມ (ໃຊ້ພຽງແຕ່ໃບ ແລະ ລຳຕົ້ນທີ່ອ່ອນ)
- ປາແຫ້ງ: 2 ໂຕ
- ແປ້ງນົວ: 1 ບ່ວງກາເຟ
- ນ້ຳປາ: 1½ ບ່ວງກາເຟ
- ເກືອ: 1 ½ ບ່ວງກາເຟ
ຄຳແນະນຳ
- ກະກຽມນ້ຳຕົ້ມ ຖອກນ້ຳໃສ່ໝໍ້,ຕື່ມສ່ວນປະສົມນີ້ລົງໃນໝໍ້ນ້ຳຕົ້ມ ແລະ ຕົ້ມໃຫ້ຟົດ
- ຈາກນັ້ນເອົາປາແຫ້ງລົງໃນໝໍ້ແລ້ວຕົ້ມຈົນກວ່າປາຈະສຸກ.
- ຫຼັງຈາກນັ້ນຕື່ມຜັກອີ່ຮູມລົງໃນໝໍ້.
- ສຶບຕໍ່ຕົ້ມອີກປະມານ 5 ນາທີ, ຈົນກວ່າຜັກອີ່ຮູມຈະສຸກ.
- ຮັບປະທານຮ້ອນໆໃນຖ້ວຍ ເປັນອາຫານທີ່ແຊບ ແລະ ມີໂພສະນາການ.
ສູດອາຫານຈາກ: ນ. ວັນ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.