5 ພືດສະໝຸນໄພກິ່ນຫອມເພື່ອຊ່ວຍຜ່ອນຄາຍ ແລະ ນອນຫຼັບສະບາຍ

ສະໝຸນໄພກິ່ນຫອມທີ່ສາມາດນຳມາໃຊ້ເພື່ອຊ່ວຍຜ່ອນຄາຍ ແລະ ສ້າງບັນຍາກາດໃຫ້ນອນຫຼັບສະບາຍ

5 ພືດສະໝຸນໄພກິ່ນຫອມເພື່ອຊ່ວຍຜ່ອນຄາຍ ແລະ ນອນຫຼັບສະບາຍ

  • ໃບເຕີຍຫອມ
    • ມີກິ່ນຫອມອ່ອນໆ ແລະ ສົດຊື່ນ.
    • ນິຍົມນຳມາໃຊ້ເຮັດຖົງຫອມ ຫຼື ນ້ຳສະໝຸນໄພ.
    • ກິ່ນຫອມສາມາດຊ່ວຍໃຫ້ບັນຍາກາດຜ່ອນຄາຍ ຄົນນິຍົມນໍາມາເຮັດຖົງຫອມສຳລັບຫ້ອງນອນ.
  • ໝາກຂີ້ຫູດ
    • ມີນ້ຳມັນຫອມລະເຫີຍ ແລະ ມີກິ່ນຫອມສົດຊື່ນ.
    • ກິ່ນຈາກເປືອກຂອງມາກຂີ້ຫູດສາມາດຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ແລະ ຫຼຸດຄວາມກັງວົນ.
  • ດອກມະລິ
    • ມີກິ່ນຫອມອ່ອນຂອງດອກໄມ້.
    • ກິ່ນມະລິຖືກນຳໃຊ້ໃນການຜ່ອນຄາຍ ແລະ ຊ່ວຍໃຫ້ບັນຍາກາດສະຫງົບ.
    • ກົມການແພດແຜນໄທລະບຸວ່າ ກິ່ນດອກໄມ້ເຊັ່ນ ມະລິ ແລະ ກຸຫຼາບ ສາມາດຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ແລະ ອາລົມດີ.
  • ຕົ້ນຫວ້ານນໍ້າ
    • ເປັນພືດທີ່ມີກິ່ນຫອມເປັນເອກະລັກ.
    • ສາມາດນຳມາໃຊ້ໃນດ້ານກິ່ນຫອມ ແລະ ສະໝຸນໄພ.
    • ເຫງົ້າສົດເມື່ອນໍາມາສະກັດເອົານໍ້າມັນຫອມສະເຫີຍໂດຍການຕົ້ມກັ່ນຈະໄດ້ນໍ້າມັນຫອມລະເຫີຍ 0.17% ສາມາດນໍາໄປໃຊ້ແຕ່ງກິ່ນເຄື່ອງສໍາອາງປະເພດສະບູ, ນໍ້າຫອມ ແລະ ໂລຊັ່ນຕ່າງໆໄດ້.
    • ນອກນນີ້ຕົ້ນຫວ້ານໍ້າມີປະໂຫຍດຫຼາຍເຫງົ້າຂອງຕົ້ນຫວ້ານນໍ້າສາມາດນໍາໄປໃຊ້ໄລ່ຍຸງ ແລະ ແມງໄມ້ໄດ້.
  • ດອກກຸຫຼາບ
    • ມີກິ່ນຫອມອ່ອນ ແລະ ນິຍົມໃຊ້ໃນງານກິ່ນຫອມ.
    • ກິ່ນກຸຫຼາບອາດຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ຜ່ອນຄາຍ. ກົມສຸຂະພາບຈິດໄທກໍລະບຸວ່າກິ່ນກຸຫຼາບເປັນກິ່ນທີ່ຊ່ວຍເຮັດໃຫ້ສົດຊື່ນ ແລະ ຫຼຸດຄວາມເມື່ອຍລ້າ.
Share

Recent Stories